ໃນວັນທີ 17 ກັນຍາ 2018, ໜ່ວຍງານຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງໃໝ່ ແຂວງ ຜົ້ງສາລີ ອອກກວດກາລາດຕະເວນ ພົບເຫັນຍິງສາວ 2 ຄົນ ກໍາລັງຂັບຂີ່ລົດຈັກ ອອກໄປແຕ່ທາງບ້ານຫ້ວຍຈິກ ຫາບ້ານນາກາງ; ຈຶ່ງສະກັດກວດຄົ້ນພົບເຫັນຢາບ້າ ຈໍານວນ 385 ເມັດ ພ້ອມທັງກັກຕົວຜູ້ຖືກຫາ 2 ຄົນ ພ້ອມລົດຈັກ ເພື່ອດໍາເນີນການສອບສວນຂະຫຍາຍຜົນ.

ໃນນີ້, ມີ ນາງ ກາລີ ອາຍຸ 33 ປີ ບ້ານຫ້ວຍຈິກ ແລະ ນາງ ເສົາ ອາຍຸ 23 ປີ ຢູ່ບ້ານສົບນ້າວ ທັງສອງຢູ່ເມືອງໃໝ່ ແຂວງຜົ້ງສາລີ. ຜ່ານການສືບສວນ-ສອບສວນ ຜູ້ກ່ຽວໄດ້ຮັບສາລະ ພາບວ່າ ຢາບ້າຈໍານວນດັ່ງກ່າວ ແມ່ນເປັນຂອງຜູ້ ກ່ຽວແທ້, ເຊິ່ງໄດ້ຮັບຊື້ຢາບ້ານໍາຄົນຮູ້ຈັກ ມາຫຼາຍຄັ້ງ.

ວັນທີ 17 ກັນຍາ 2018, ແມ່ນ ໄດ້ພາກັນເອົາຢາບ້າໄປສົ່ງໃຫ້ຜູ້ສັ່ງຊື້ທີ່ນັດກັນຢູ່ເສັ້ນທາງບ້ານຫ້ວຍຈິກ ຫາ ບ້ານນາກາງ; ພໍຂີ່ລົດຈັກອອກຈາກບ້ານໄປໄດ້ໄລຍະໜຶ່ງ ຖືກເຈົ້າໜ້າທີ່ຕໍາຫຼວດກັກຕົວກ່ອນ ພ້ອມຂອງກາງຈໍານວນດັ່ງກ່າວ. ຄະດີນີ້, ເຈົ້າໜ້າທີ່ໜ່ວຍງານຕໍາ ຫຼວດວິຊາສະເພາະ ປກສ ເມືອງໃໝ່ ພວມດໍາເນີນການສືບສວນ-ສອບສວນ ຂະຫຍາຍຜົນຫາກຸ່ມແກ້ງຮ່ວມຂະບວນ ການໄປດໍາເນີນຄະດີຕາມກົດໝາຍບ້ານເມືອງ.