ໃນອາທິດຜ່ານມາ, ກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ໄດ້ມອບເຄື່ອງໃຊ້ໄຟຟ້າທີ່ເກັບກູ້ຄືນໄດ້ຈາກຄົນຮ້າຍລັກໄປໃຫ້ເຈົ້າຂອງເດີມ, ຕາງໜ້າ ມອບໂດຍ ຮທ ໄຊສົມ ພອນໄຊຍະເສນ ພະນັກງານສອບສວນຄະດີອາຍາ ປກສ ນະຄອນໄກ ສອນພົມວິຫານ, ກ່າວຮັບໂດຍ ທ້າວ ມີໄຊ ປະຊາຊົນ ບ້ານທ່າເເຮ່ ນະຄອນໄກສອນພົມວິ ຫານ ເເຂວງສະຫວັນນະເຂດ ເຈົ້າຂອງເດີມ.

ເຄື່ອງໃຊ້ໄຟຟ້າທີ່ມອບຄືນໃນຄັ້ງນີ້, ມີຄອມພິວເຕີຕັ້ງໂຕະ ຍີ່ຫໍ້ ລູໂວ້ສີ ຂາວ 2 ເຄື່ອງ, ຈໍຄອມຕັ້ງໂຕະ ຍີ່ຫໍ້ ເອ ເຊີ 1 ເຄື່ອງ, ກ້ອງວົງຈອນປິດ 3 ກ້ອງ , ກ່ອງຄວາມຈຳກ້ອງວົງຈອນປິດ ສີດຳ 1 ກ່ອງ ແລະ ກ່ອງວາຍພາຍສີດຳ 1 ກ່ອງ, ເຊິ່ງເຄື່ອງດັ່ງກ່າວ ຖືກຄົນຮ້າຍ ລັກໄປ ໃນວັນທີ 19 ມິຖຸນາ 2018.

ມາວັນທີ 14 ສິງຫາ 2018, ເຈົ້າ ໜ້າທີ່ ປກສ ກຸ່ມ 1 ນະຄອນໄກສອນພົມວິຫານ ແຂວງສະ ຫວັນນະເຂດ ໄດ້ກັກຕົວຄົນຮ້າຍໄດ້ຊື່ ທ້າວ ປອງປີດາ ( ປອງ ) ອາຍຸ 37 ປີ ຢູ່ບ້ານລັດຕະນະລັງສີເໜືອ ນະຄອນໄກສອນພົມວິຫານ ແລ້ວນຳສົ່ງໃຫ້ໜ່ວຍງານຕໍາຫຼວດສອບສວນຄະດີອາຍາ ກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ເພື່ອສືບຕໍ່ດຳເນີນຕາມລະບຽບ ກົດໝາຍ.