ປັດຈຸບັນ, ສະພາບການສັນຈອນ ໃນນະຄອນຫຼວງວຽງຈັນ ຍັງມີຄວາມສັບສົນ ໂດຍສະເພາະແມ່ນໄລຍະໂມງເຂົ້າການ-ເລີກການ, ເນື່ອງຈາກວ່າ ນັກຂັບຂີ່ຈໍານວນບໍ່ໜ້ອຍ ຍັງມີການລະ ເມີດກົດລະບຽບຈະລາຈອນດ້ວຍຫຼາຍຮູບແບບ ເຊັ່ນ: ລ່ວງປ້າຍຫ້າມ, ລ່ວງໄຟອໍານາດ, ຈອດລົດຊະຊາຍ; ຄຽງຄູ່ກັນນີ້, ແມ່ຄ້າຊາວຂາຍຈໍານວນໜຶ່ງ ຍັງຝ່າຝືນລະບຽບ, ວາງເຄື່ອງຂາຍຕາມແຄມທາງຄົນຍ່າງ ເຮັດໃຫ້ກີດຂວາງການສັນຈອນ ແລະ ບັນຫາອື່ນໆ.

ພັທ ເພັງສະຫວັນ ທໍາມາບູນ ຫົວໜ້າພະແນກຕໍາຫຼວດຈະລາຈອນ ປກສ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ເພື່ອເຮັດໃຫ້ພະນັກງານ, ທະຫານ, ຕໍາຫຼວດ, ພໍ່-ແມ່ປະຊາຊົນ ຕະຫຼອດຮອດຊັ້ນຄົນຕ່າງໆທີ່ອາໄສ ແລະ ດໍາລົງຊີວິດຢູ່ນະຄອນຫຼວງວຽງຈັນ ມີຄວາມຕື່ນຕົວ ພ້ອມ ກັນປະຕິບັດກົດລະບຽບຈະລາຈອນທີ່ວາງອອກຢ່າງເຂັ້ມງວດ ເພື່ອຕ້ານ ແລະ ສະກັດກັ້ນບັນຫາອຸບັດຕິເຫດໃນນະຄອນຫຼວງວຽງຈັນ ໃຫ້ຫຼຸດລົງເຈົ້າໜ້າທີ່ຈະສຸມໃສ່ປະຕິບັດວຽກ ງານທີ່ວາງໄວ້ດັ່ງນີ້:

ສືບຕໍ່ເຮັດວຽກງານໂຄສະນາເຜີຍ ແຜ່ລະບຽບກົດຈະລາຈອນໃຫ້ຜູ້ໃຊ້ລົດ-ໃຊ້ຖະໜົນໃຫ້ກວ້າງຂວາງໃນໝູ່ມະຫາຊົນ, ປະສານສົມທົບກັບຕໍາຫຼວດກຸ່ມບ້ານ, ສໍານັກງານຫ້ອງການ, ສະ ຖານທີ່ຊຸມຊົນ ເພື່ອເອົາລະບຽບຈະລາຈອນລົງສູ່ຮາກຖານ ແລະ ທ້ອງຖິ່ນ, ສືບຕໍ່ໂຄສະ ນາຕາມເສັ້ນທາງຈຸດ 3 ແຍກ, 4 ແຍກ ໃນເວລາເຂົ້າການ-ເລີກການ ປູກຈິດສໍານັກໃຫ້ນັກຂັບຂີ່ປະຕິບັດກົດລະບຽບຈະລາຈອນ ແນໃສ່ບໍ່ໃຫ້ລົດຕິດ ແລະ ແອອັດຕາມສາຍທາງ ທັງເຄື່ອນໄຫວໂຄສະນາເຜີຍແຜ່ລະບຽບການຂັບຂີ່ ພ້ອມປະສານສົມທົບ ກັບພາກສ່ວນ ຍທຂ ເພື່ອສອບເສັງໃບຂັບຂີ່ໃຫ້ມວນຊົນ.

ເອົາໃຈໃສ່ປະຈໍາການຄອຍເຫດ ໃຫ້ໄດ້ 24 ຊົ່ວໂມງ, ປ້ອມຊົ່ວຄາວ 18 ຊົ່ວໂມງ ທັງຕິດຕາມກຸ່ມຄົນບໍ່ດີທີ່ຈະເຄື່ອນໄຫວກໍ່ຄວາມບໍ່ສະຫງົບດ້ວຍຮູບແບບຕ່າງໆ, ສືບຕໍ່ແກ້ໄຂສະພາບ ການສັນຈອນຢູ່ຕາມຈຸດຕາມແຍກຕ່າງໆ ໄປພ້ອມກັບເຮັດວຽກງານບໍລິການພໍ່- ແມ່ປະ ຊາຊົນ, ແຂກພາຍໃນ ແລະ ຕ່າງປະເທດໃຫ້ມີຄວາມປອດໄພ.

ເຮັດວຽກງານກວດກາພາຫະນະ, ພາຫະນະເຂົ້າ-ອອກເມືອງ, ກວດທາດເຫຼົ້າ ແລະ ຈັບຄວາມໄວໃຫ້ເປັນປົກກະຕິ-ສະໝໍ່າສະເໝີ ໃນກໍລະນີພົບຜູ້ລະເມີດໃຫ້ສຶກສາອົບຮົມ ແລະ ປະຕິບັດຕາມລະບຽບກົດໝາຍ, ຈັດສັນ ຄວາມບໍ່ເປັນລະບຽບຮຽບຮ້ອຍຕາມສາຍທາງ, ຕາມຈຸດທີ່ມີຄວາມສັບສົນ, ຈັດສັນຖະໜົນລ້ານຊ້າງໃຫ້ກາຍເປັນຖະໜົນສີຂາວ ແລະ ມີຄວາມສວຍງາມ.

ເຮັດໜ້າທີ່ປະສານສົມທົບກັບພະແນກ ຍທຂ ແລະ ສູນຄວບຄຸມກວດກາຢູ່ ນວ ເພື່ອສະ ດວກໃນການຄຸ້ມຄອງ, ເຮັດໜ້າທີ່ກວດກາພາຫະນະທີ່ກັກຈາກຜູ້ລະເມີດກົດຈະລາຈອນໃນ ກໍລະນີບໍ່ມີເອກະສານ ເຮັດການສືບສວນ-ສວນສວນ ເພື່ອຫາສາເຫດ ແລະ ທີ່ມາຂອງຍານ ພາຫະນະແຕ່ລະຄັນ, ເກັບກໍາຂໍ້ມູນ ແລະ ກວດກາການແຈ້ງເສຍໃຫ້ລະອຽດຈະແຈ້ງ ເພື່ອບໍ່ໃຫ້ເປັນຊ່ອງວ່າງໃຫ້ຄົນບໍ່ດີສວຍໃຊ້.

ເອົາໃຈໃສ່ປະຈໍາການຄອຍເຫດຕະຫຼອດ 24 ຊົ່ວໂມງ ກໍລະນີມີອຸບັດຕິເຫດເກີດຂຶ້ນຕ້ອງໄດ້ຮີບຮ້ອນວ່ອງໄວລົງໄປຍັງສະຖານທີ່ເກີດເຫດ, ສືບຕໍ່ແກ້ ໄຂອຸບັດຕິເຫດເກີດຂຶ້ນຢ່າງວ່ອງ ໄວ ແລະ ມີຄວາມຍຸຕິທໍາໃຫ້ກັບທຸກຝ່າຍຕໍ່ໜ້າກົດໝາຍ ແລະ ສືບຕໍ່ວຽກງານສຶກສາອົບ ຮົມຜູ້ທີ່ເກີດອຸບັດຕິເຫດໃຫ້ຮູ້ເຖິງຜົນຮ້າຍຂອງການເກີດອຸບັດຕິເຫດ ແລະ ບັນຫາອື່ນໆ.

ຢ່າງໃດກໍຕາມ, ການແກ້ໄຂອຸບັດຕິເຫດແມ່ນໜ້າທີ່ຂອງໝົດທຸກຄົນໃນສັງຄົມ ຖ້າຢາກແກ້ໄຂອຸບັດຕິເຫດໃຫ້ຫຼຸດລົງ ຕ້ອງເປັນເຈົ້າການໃນການປະຕິບັດລະບຽບກົດໝາຍຢ່າງເຂັ້ມງວດ ຖ້າຫາກທຸກຄົນໃນສັງຄົມພ້ອມກັນປະຕິບັດເຊື່ອແນ່ວ່າບັນຫາອຸບັດຕິເຫດກໍ ຈະຫຼຸດລົງໄດ້.