ເຈົ້າໜ້າທີ່ຕຳຫຼວດລາຍງານເຫດການປຸ້ນຮ້ານຄຳ ຫຼ້າສຸດທີ່ຕະຫຼາດດາຣາ ແຂວງຫຼວງພະບາງ

0
1555

ເຈົ້າໜ້າທີ່ ກອງບັນຊາການ ປກສ ແຂວງຊຽງຂວາງ ກໍາລັງດໍາເນີນການສືບສວນ-ສອບສວນ ຄົນຮ້າຍສອງຄົນ ທີ່ກໍ່ເຫດປຸ້ນຮ້ານຄໍາຢູ່ຕະຫຼາດດາຣາ ນະຄອນ-ຫຼວງພະບາງ ແຂວງຫຼວງພະບາງ  ໃນວັນທີ 26 ກັນຍາ 2018.

ຫຼັງຈາກກໍ່ເຫດ, ພວກຄົນຮ້າຍໄດ້ເອົາຕົວຫຼົບໜີໄປແຂວງຊຽງຂວາງ ໃນຄືນວັນດຽວກັນ ພ້ອມຂອງກາງທີ່ລັກໄດ້. ຈາກນັ້ນ, ພວກຄົນຮ້າຍກໍ່ເຫດ ເຈົ້າໜ້າທີ່ຕຳຫຼວດໄດ້ເຂົ້າພິສູດຫຼັກຖານຮ້ານຄຳດັ່ງກ່າວ ແລະ ຈັດຕັ້ງເຈົ້າໜ້າທີ່ເລັ່ງນຳຈັບຕົວພວກກ່ຽວໄດ້ໃນເວລາຕໍ່ມາຢູ່ແຂວງຊຽງຂວາງ.

ພັທ ຄໍາກ້ຽວ ວົງຂັນ ຮອງຫົວໜ້າຫ້ອງຕໍາຫຼວດ ປກສ ແຂວງຂຽງຂວາງ ເປີດເຜີຍວ່າ: ພາຍຫຼັງໄດ້ຮັບການລາຍງານຈາກກໍາລັງວິຊາສະເພາະ ປກສ ແຂວງຫຼວງພະບາງ ວ່າມີຄົນຮ້າຍ 2 ຄົນ ກໍ່ເຫດປຸ້ນຮ້ານຄໍາຢູ່ຕະຫຼາດດາຣາ ນະ ຄອນ-ຫຼວງພະບາງ ແຂວງຫຼວງພະບາງ, ເຊິ່ງພວກກ່ຽວກໍາລັງເດີນທາງຕາມເສັ້ນທາງເລກທີ່ 13 ເໜືອ.

ຈາກນັ້ນ, ຈຶ່ງໄດ້ຈັດກໍາລັງສະກັດຢູ່ເສັ້ນທາງເຂົ້າແຂວງ. ຜ່ານການຕິດຕາມກວດກາຮອດເວລາ 17:00 ໂມງ ຂອງວັນທີ 26 ກັນຍາ, ຈຶ່ງສາມາດສະກັດຈັບຜູ້ລົງມືປຸ້ນໄດ້ຢູ່ເມືອງພູກູດ ຊື່ ທ້າວ ຫງວຽນຈຸ້ງແທ່ງ ອາຍຸ 33 ປີ ເຊື້້ອຊາດ ແລະ ສັນຊາດຫວຽດນາມ ຢູ່ແຂວງເຫງະອານ ສສ ຫວຽດນາມ ໃນຂະນະທີ່ກໍາລັງເດີນດ້ວຍລົດໂດຍສານ.  ສ່ວນຜູ້ທີ່ 2  ຊື່ ທ້າວ ຫງວຽນວັນເລິມ ອາຍຸ 28 ປີ ເຊື້ອຊາດສັນຊາດ ຫວຽດນາມ ຢູ່ແຂວງເຫງະອານ ແມ່ນຈັບໄດ້ເວລາປະ ມານ 24:00 ໂມງ ວັນດຽວກັນ ຢູ່ເມືອງແປກ ແຂວງຊຽງຂວາງ, ເຊິ່ງເປັນຜູ້ຂັບຂີ່ລົດຈັກຕາມຫຼັງລົດເມໂດຍສານໄປຊຽງຂວາງ.

ຜ່ານການສອບສວນເບື້ອງຕົ້ນ, ພວກກ່ຽວສາລະພາບວ່າ: ພາຍຫຼັງກໍ່ເຫດແມ່ນໄດ້ແຍກກັນຫຼົບໜີເຈົ້າໜ້າທີ່ຕໍາຫຼວດທີ່ກຳລັງນຳຈັບຕົວ ໂດຍນັດພົບກັນຢູ່ແຂວງຊຽງຂວາງ; ເຊິ່ງໃຫ້ ທ້າວ ຫວຽນຈຸງແທ່ງ ເປັນຄົນຂີ່ລົດໂດຍສານໄປກ່ອນ. ສ່ວນ ທ້າວ ຫວຽນວັນເຫຼີມ ແມ່ນຂັບຂີ່ລົດຈັກທີ່ໃຊ້ໃນການກໍ່ເຫດໃນຄັ້ງນີ້ ໄປຕາມຫຼັງລົດໂດຍສານ. ພໍເດີນທາງໄປຮອດແຂວງຊຽງຂວາງ ຖືກເຈົ້າໜ້າທີ່ຈັບຕົວໄດ້.

ລາຍລະອຽດຂອງຄະດີດັ່ງກ່າວນີ້, ເຈົ້າໜ້າທີ່ ປກສ ແຂວງຊຽງຂວາງ ໄດ້ສົມທົບກັບ ປກສ ແຂວງ ຫຼວງພະບາງ ກໍາລັງດໍາເນີນການສືບສວນ-ສອບສວນ ເພື່ອໃຫ້ກະຈ່າງແຈ້ງ ແລ້ວຈຶ່ງນໍາສະເໜີຂ່າວສູ່ສັງຄົມອີກ.