ວັນທີ 27 ກັນຍາ 2018
ກອງປະຊຸມສະຫຼຸບຖອດຖອນບົດຮຽນ

ກອງບັນຊາການປ້ອງກັນສູນກາງ ກະຊວງ ປກສ ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນການຈັດຕັ້ງປະຕິບັດບົດຮຽນວິທະຍາສາດ ແລະ ເຄື່ອງປະກອບປະຈຳຕົວຂອງ ເລົ່າຮົບວິຊາສະເພາະ ປ້ອງກັນສູນກາງ ໃນວັນທີ 27 ກັນຍາ 2018, ເປັນປະທານໂດຍ ພັອ ຄຳເຄື່ອງ ບຸນວິໄລ ຫົວໜ້າກອງບັນຊາການປ້ອງກັນສູນກາງ, ມີຄະນະພັກ-ຄະນະບັນຊາຈາກກະຊວງ, ກົມໃຫຍ່ ແລະ ກົມກອງອ້ອມຂ້າງກອງບັນຊາການ ເຂົ້າຮ່ວມ.

ພັທ ສົມໝາຍ ພົມມະຈັນ ຮອງຫົວໜ້າກອງບັນຊາການປ້ອງກັນສູນກາງ ໄດ້ລາຍງານກ່ຽວກັບ ການຈັດຕັ້ງປະຕິບັດບົດວິທະຍາສາດ ແລະ ສະເໜີທິດທາງແຜນການ ໃຫ້ຮູ້ວ່າ:

ພັອ ຄຳເຄື່ອງ ບຸນວິໄລ ຫົວໜ້າກອງບັນຊາການປ້ອງກັນສູນກາງ

ເຄື່ອງປະກອບປະຈຳຕົວຂອງ ເລົ່າຮົບວິຊາສະເພາະ ປ້ອງກັນສູນກາງ ແມ່ນອຸປະກອນຮັບໃຊ້ວຽກງານວິຊາສະເພາະ, ແມ່ນເຄື່ອງມືໃນການປະຕິບັດໜ້າທີ່, ສ້າງສະມັດຕະພາບ, ເປັນເຄື່ອງປະດັບກາຍທີ່ຖືກກຳນົດໄວ້ໃນຫຼັກການລວມ ໃນລະບົບການຈັດຕັ້ງຂອງ ເລົ່າວິຊາສະເພາະ ປ້ອງກັນຄວາມສະຫງົບປະຊາຊົນ ໂດຍສ້າງຕັ້ງຂຶ້ນບົນພື້ນຖານລັດຖະທຳມະນູນ ແລະ ກົດໝາຍ ວ່າດ້ວຍ ເລົ່າວິຊາສະເພາະ ປ້ອງກັນຄວາມສະຫງົບປະຊາຊົນ ຢູ່ພາຍໃຕ້ການຊີ້ນຳ-ນຳພາເດັດຂາດ, ໂດຍກົງ ແລະ ຮອບດ້ານຂອງ ອົງຄະນະພັກກະຊວງ ແລະ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ແມ່ນເປັນການປັບປ່ຽນເສີມສ້າງບັນດາເຄື່ອງຂອງ, ອຸປະກອນເຕັກນິກທີ່ເປັນເຄື່ອງປະຈຳຕົວຂອງ ເລົ່າວິຊາສະເພາະ ປ້ອງກັນສູນກາງ ໃນການເຮັດໜ້າທີ່ໃຫ້ມີຄວາມເຂັ້ມແຂງ, ກ້າວໜ້າ, ມີວິທະຍາສາດ ແລະ ທັນສະໄໝ ຢ່າງເປັນລະບົບຄົບຊຸດ ເພື່ອໃຫ້ມີຄວາມຄ່ອງຕົວ, ຮັບປະກັນປະສິດທິພາບ ແລະ ມີປະສິດທິຜົນສູງ; ໃນນັ້ນ, ປະກອບມີ: ເຄື່ອງແບບຊຸດນ້ອຍແຂນຍາວ-ສັ້ນແອວປ່ອຍ, ຊຸດນ້ອຍເເຂນຍາວ-ສັ້ນແອວຕັ້ງ, ໝວກກາສະແກັດ ຫຼື ໝວກແງັບນ້ອຍ, ປືນສັ້ນພ້ອມຊົບສີດຳ, ປືນເຫຼັກຍາວທ້າຍພັບ-ທ້າຍຍາວ, ໂຟນີພ້ອມໄມໂຄຼໂຟນ ແລະ ຊຸດຟັງຫູ, ສາຍສະພາຍໃຫຍ່, ສາຍແອວຂາວ, ຊົບມືຂາວ, ສາຍອຳນາດສີແດງ, ກັບມືພ້ອມຊົບສີດຳ, ມີດພ້ອມຊົບສີດຳ, ໄຟສາຍພ້ອມຊົບສີດຳ, ຄ້ອນໄຟຟ້າ, ສະເປພິກໄທ, ແວ່ນຕາວິຊາສະເພາະ, ສາຍແອວໃຫຍ່ສີດຳ, ເຄື່ອງກວດທາດແຕກດ້ວຍມື, ເກີບໜັງຄໍ່ສູງ-ຕໍ່າສີດຳ, ຖົງຕີນຍາວສີດຳ, ເສື້ອກັນກະສູນ, ເສື້ອກັນຝົນສະທ້ອນແສງ, ຊຸດສາກົນ, ຊຸດຊີວິນ, ເສື້ອແຈັກເກັດ ແລະ ເຄື່ອງອຸປະກອນອື່ນໆ ເພື່ອປະກອບເຂົ້າໃນການປ້ອງກັນຮັບປະກັນໃຫ້ວຽກງານດັ່ງກ່າວ ມີຜົນສຳເລັດ ແລະ ມີປະສິດທິພາບ.

ຄະນະພັກ-ຄະນະບັນຊາຈາກກະຊວງ, ກົມໃຫຍ່ ແລະ ກົມກອງອ້ອມຂ້າງກອງບັນຊາການ ເຂົ້າຮ່ວມ

ພ້ອມນັ້ນ, ຍັງເປັນການບູລະນະ, ຍົກສູງຄຸນນະພາບ, ການດັດແປງທາງດ້ານຮູບການ, ສີສັນຈາກເດີມໄປສູ່ແນວໃໝ່ໃຫ້ທັນສະໄໝ, ສອດຄ່ອງກັບແຕ່ລະໄລຍະ, ປັບປຸງ ແລະ ກໍ່ສ້າງເລົ່າຮົບວິຊາສະເພາະຂອງຕົນ ໃຫ້ໜັກແໜ້ນ, ເຂັ້ມແຂງທາງດ້ານການເມືອງ-ແນວຄິດ, ການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ, ມີແບບແຜນວິທີເຮັດວຽກງານທີ່ມີວິທະຍາສາດ ແລະ ທັນສະໄໝ, ມີເຕັກໂນໂລຊີທີ່ກ້າວໜ້າ ໂດຍການປະກອບ ແລະ ນຳໃຊ້ອາວຸດ, ຍານພາຫະນະ, ເຄື່ອງມືຮັບໃຊ້, ອຸປະກອນເຕັກນິກວິຊາສະເພາະຕາມລະບຽບການຂອງ ກະຊວງ ປກສ ວາງອອກ ເພື່ອເຮັດສຳເລັດໜ້າທີ່ການເມືອງຂອງຕົນ ເວົ້າລວມ; ເວົ້າສະເພາະແມ່ນ ການປັບປຸງເຄື່ອງມືປະກອບປະຈຳຕົວໃຫ້ແກ່ນາຍ ແລະ ພົນຕຳຫຼວດແຕ່ລະເລົ່າວິຊາສະເພາະ ໃນການປະຕິບັດໜ້າທີ່ ເພື່ອເສີມສ້າງບຸກຄະລິກໃຫ້ມີຄວາມເຄັ່ງຄຶມ, ເຂັ້ມແຂງ, ລະບຽບວິໄນເຂັ້ມງວດ ແລະ ມີຄວາມພ້ອມໃນການປະຕິບັດໜ້າທີ່ຂອງຕົນ ຕະຫຼອດເວລາດ້ວຍຄວາມຮັບຜິດຊອບສູງ.

<=+=>

ໂອກາດດຽງກັນ, ພັອ ຄຳເຄື່ອງ ບຸນວິໄລ ໄດ້ຊີ້ນຳໃຫ້ບັນດາພາກສ່ວນທີ່ກ່ຽວຂ້ອງ ຈົ່ງພ້ອມກັນຄົ້ນຄວ້າ, ຊອກຫາວິທີການປັບປຸງວຽກງານດັ່ງກ່າວ ໃຫ້ຖືກຕ້ອງຕາມທິດສະດີ – ພຶດຕິກຳ ແລະ ສອດຄ່ອງກັບສະພາບຕົວຈິງຢ່າງມີປະສິດທິພາບ ເພາະວຽກງານປ້ອງກັນສູນກາງ ເປັນວຽກງານທີ່ມີຄວາມສຳຄັນໃນການປ້ອງກັນບັນດາການນຳພັກ-ລັດ, ແຂກທີ່ມາເຂົ້າຮ່ວມກອງປະຊຸມ, ສຳນັກງານ-ອົງການ ແລະ ສະຖານທີ່ສຳຄັນຂອງບັນດາການນຳພັກ-ລັດ ໃຫ້ມີຄວາມປອດໄພ; ສະນັ້ນ, ຈຶ່ງຮຽກຮ້ອງມາຍັງຄະນະບັນຊາແຕ່ລະຂັ້ນ, ແຕ່ລະຂະແໜງການ ຈົ່ງນຳເອົາວຽກງານດັ່ງກ່າວນີ້ ໄປຈັດຕັ້ງຊີ້ນຳ-ນຳບັນດາເລົ່າຮົບວິຊາສະເພາະ ປ້ອງກັນສູນກາງ ຈັດຕັ້ງປະຕິບັດໃຫ້ເຂັ້ມງວດ ເພື່ອຮັບປະກັນໃຫ້ການປ້ອງກັນມີຜົນສຳເລັດ ແລະ ມີປະສິດທິພາບ.

ຄະນະພັກ-ຄະນະບັນຊາຈາກກະຊວງ, ກົມໃຫຍ່ ແລະ ກົມກອງອ້ອມຂ້າງກອງບັນຊາການ ເຂົ້າຮ່ວມ