ໂຄສະນາຜົນຮ້າຍຂອງການຄ້າມະນຸດ ໃຫ້ປະຊາຊົນ ແຂວງຄຳມ່ວນ

0
1360

ແຂວງຄຳມ່ວນ ໄດ້ຈັດພິທີເຜີຍແຜ່ ແລະ ໂຄສະນາຜົນຮ້າຍຂອງການຄ້າມະນຸດ ໃນອາທິດຜ່ານມາ, ນຳພາເຂົ້າຮັບຟັງໂດຍ ພັທ ຄຳພອນ ສີກຸມພົນ ຮອງຫົວໜ້າກອງບັນຊາການ ປກສ ແຂວງຄຳມ່ວນ, ມີ ປກສ 10 ກຸ່ມບ້ານ, ນາຍບ້ານ 60 ບ້ານ ແລະ ພໍ່-ແມ່ປະຊາຊົນ ເຂົ້າຮ່ວມ.

ໂຄສະນາຜົນຮ້າຍຂອງການຄ້າມະນຸດ

ພັທ ຈັນເພັດ ໄຊສົມບູນ ຮອງຫົວໜ້າກົມຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ກະຊວງ ປກສ 

ໄດ້ເຜີຍແຜ່ຜົນຮ້າຍຂອງການຄ້າມະນຸດ ໃຫ້ບັນດາພະນັກງານຫ້ອງການ ແລະ ພໍ່-ແມ່ປະຊາຊົນ ເພື່ອສ້າງຄວາມຮູ້ ແລະ ເຂົ້າໃຈກ່ຽວກັບຜົນຮ້າຍ, ຜົນກະທົບ, ຮູບແບບຂອງການຄ້າມະນຸດໃນປັດຈຸບັນ ເພື່ອໃຫ້ທຸກຄົນມີສະຕິຕື່ນຕົວໃນການປ້ອງກັນສະກັດກັ້ນ ແລະ ຕ້ານຂະບວນການຕ້ານການຄ້າມະນຸດ ໃນຮູບແບບຕ່າງໆ, ຮູ້ທັນວິທີການເລ່ລຽມຂອງຜູ້ຄ້າມະນຸດ ເພື່ອປ້ອງກັນບໍ່ໃຫ້ຕົນເອງ ຫຼື ລູກຫຼານ, ຄົນອ້ອມຂ້າງຕົກເປັນເຫຍື່ອຂອງຂະບວນການດັ່ງກ່າວ, ຮູບແບບຂອງການຄ້າມະນຸດແມ່ນ ການຂູດຮີດແຮງງານ, ການບັງຄັບໃຫ້ເປັນໂສເພນີ, ການແຕ່ງດອງແອບແຝງ ແລະ ດ້ວຍວິທີການອື່ນໆ ທີ່ຂັດກັບກົດໝາຍ ແລະ ວັດທະນະທຳຮີດຄອງປະເພນີອັນດີງາມຂອງຊາດ.

ພັທ ຈັນເພັດ ໄຊສົມບູນ
ໂຄສະນາຜົນຮ້າຍຂອງການຄ້າມະນຸດ

ການເຜີຍແຜ່ ແລະ ໂຄສະນາໃນຄັ້ງນີ້ ຍັງໄດ້ຍົກໃຫ້ເຫັນບັນຫາຫຼັກໆທີ່ພາໃຫ້ເກີດມີການຄ້າມະນຸດ ຍ້ອນສະພາບຄວາມທຸກຍາກ, ການສຶກສາຍັງບໍ່ສູງ, ຄົນຫວ່າງງານມີຈຳນວນຫຼາຍ, ສະພາບຄອບຄົວມີຄວາມສັບສົນ ແລະ ການຈະເລີນກ້າວໜ້າຂອງສັງຄົມ ຈຶ່ງພາໃຫ້ຜູ້ຄົນເກີດມີຄວາມຢາກໄດ້ຢາກມີ, ເກີດການແຂ່ງຂັນກັນ ເຮັດໃຫ້ບຸກຄົນດັ່ງກ່າວຕົກເປັນເຫຍື່ອຂອງຂະບວນການຄ້າມະນຸດ ເປັນຈຳນວນຫຼວງຫຼາຍ ຕາມທີ່ພວກເຮົາໄດ້ເຫັນກັນໃນສື່ຕ່າງໆ.