ທ່ານ ບຸນທອງ ຈິດມະນີ ລົງຢ້ຽມຢາມປະຊາຊົນ

ໃນວັນທີ 3 ຕຸລາ 2018, ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ທັງເປັນປະທານຄະນະຮັບຜິດຊອບສືບສວນ-ສອບສວນ ສາເຫດຄູກັ້ນນໍ້າ ເຂື່ອນເຊປຽນ-ເຊນໍ້ານ້ອຍ ແຕກ, ຜູ້ຊີ້ນໍາຄະນະກວດກາຄວາມຮັບຜິດຊອບຂອງບຸກຄົນ ທີ່ຕິດພັນກັບສາເຫດ ເຮັດໃຫ້ຄູກັ້ນນໍ້າ ເຂື່ອນເຊປຽນ-ເຊນໍ້ານ້ອຍ ແຕກ ພ້ອມດ້ວຍຄະນະ ໄດ້ເດີນທາງລົງຢ້ຽມຢາມ ແລະ ໃຫ້ກໍາລັງໃຈພໍ່-ແມ່ປະຊາຊົນ ຊາວເມືອງສະໜາມໄຊ ແຂວງອັດຕະປື ທີ່ໄດ້ຮັບຜົນກະທົບຈາກເຫດການຄູກັ້ນນໍ້າ ເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍ ແຕກ ເມື່ອທ້າຍເດືອນກໍລະກົດ 2018 ຜ່ານມາ, ໂດຍໃຫ້ການຕ້ອນຮັບໂດຍ ທ່ານ ເລັດ ໄຊຍະພອນ ເຈົ້າແຂວງໆອັດຕະປື ພ້ອມດ້ວຍຄະນະ.

ທ່ານ ບຸນໂຮມ ພົມມະສານ ເຈົ້າເມືອງສະໜາມໄຊ ທັງເປັນຫົວໜ້າຄະນະກໍາມະການຟື້ນຟູ ແລະ ແກ້ໄຂຜົນກະທົບຈາກໄພພິບັດນໍ້າຖ້ວມຢູ່ພາກສະໜາມ ໄດ້ລາຍງານສະພາບໃຫ້ຮູ້ວ່າ:

ທ່ານ ບຸນທອງ ຈິດມະນີ ພ້ອມດ້ວຍຄະນະ

ຈາກເຫດການດັ່ງກ່າວມາຮອດປັດຈຸບັນ (ວັນທີ 1 ຕຸລາ 2018 ) ມີຜູ້ເສຍຊີວິດ 40 ຄົນ ຍິງ 19 ຄົນ; ໃນນີ້, ເກັບກູ້ຢູ່ພາກສະໜາມ 34 ຄົນ ແລະ ເສຍຊີວິດຢູ່ໂຮງໝໍ 6 ຄົນ, ເປັນເດັກນ້ອຍອາຍຸຕໍ່າກວ່າ 10 ປີ ມີ 14 ຄົນ ຍິງ 7 ແລະ ຍັງບໍ່ທັນພົບ 31 ຄົນ. ປັດຈຸບັນ, ຄະນະກໍາມະການຟື້ນຟູ ແລະ ແກ້ໄຂຜົນກະທົບຈາກໄພພິບັດນໍ້າຖ້ວມຢູ່ພາກສະໜາມ ໄດ້ອອກບັດໃຫ້ປະຊາຊົນຜູ້ປະສົບໄພໃນ 6 ບ້ານ, 1 ຄຸ້ມ, 8 ຈຸດພັກເຊົາ ມີ 7.559 ຄົນ. ການກໍ່ສ້າງທີ່ພັກເຊົາຊົ່ວຄາວ ແລະ ຖາວອນແມ່ນ ກໍາລັງຂຸ້ນຂ້ຽວມີການບຸກເບີກເນື້ອທີ່ປຸກສ້າງທີ່ພັກຖາວອນ ຢູ່ຈຸດດົງບາກ, ຈຸດຄຸ້ມດອນບົກ-ບ້ານທ່າແສງຈັນ, ຈຸດບ້ານຕະມໍຢອດ-ບ້ານຫີນລາດ, ຈຸດບ້ານປິນດົງ; ສໍາເລັດການກໍ່ສ້າງຫ້ອງນໍ້າຖາວອນ ໄດ້ 165 ຫ້ອງ, ເຮັດຂຸມບໍາບັດນໍ້າເສຍ ໄດ້ 5 ຂຸມ ແລະ ເຈາະນໍ້າບາດານ ໄດ້ 33 ບໍ່; ນອກນີ້, ຍັງມີການປັບປຸງໂຮງໝໍເມືອງຕື່ມອີກ; ການເບີກຈ່າຍເຄື່ອງບໍລິຈາກແມ່ນແບ່ງເປັນ 8 ຈຸດ. ໃນນີ້, ຢູ່ໃນເທດສະບານເມືອງ ມີ 5 ຈຸດ, ນອກເທດສະບານບານເມືອງ 3 ຈຸດ ແລະ ການເບີກຈ່າຍເງິນນະໂຍບາຍເບື້ອງຕົ້ນ ແມ່ນໃຫ້ຄົນລະ 100.000 ກີບຕໍ່ເດືອນ.

— ທ່ານ ບຸນໂຮມ ພົມມະສານ –

ທ່ານ  ບຸນທອງ ຈິດມະນີ ກໍໄດ້ໂອ້ລົມ ແລະ ເນັ້ນໃຫ້ອໍານາດການປົກຄອງ ເມືອງສະໜາມໄຊ ກໍຄື ແຂວງອັດຕະປື ໃຫ້ເອົາໃຈໃສ່ຮີບຮ້ອນສ້າງທີ່ພັກເຊົາຊົ່ວຄາວ ແລະ ຖາວອນ ໃຫ້ສໍາເລັດໂດຍໄວ ເພື່ອໃຫ້ປະຊາຊົນໄດ້ກັບຄືນມາໃຊ້ຊີວິດເປັນປົກກະຕິ, ຮີບຮ້ອນຈັດສັນເນື້ອທີ່ການຜະລິດ ເພື່ອທົດແທນເນື້ອທີ່ສູນເສຍໄປ ແລະ ພ້ອມກັນຟື້ນຟູບ່ອນເກົ່າທີ່ເຫັນວ່າ ຍັງສາມາດທໍາການຜະລິດໄດ້, ເອົາໃຈໃສ່ເປັນພິເສດໃນການຟື້ນສະພາບຈິດໃຈຂອງພໍ່-ແມ່ປະຊາຊົນ ແລະ ເດັກນ້ອຍ ໂດຍສະເພາະ ຜູ້ທີ່ເປັນກໍາພ້າ, ກໍາພອຍ; ຮີບຮ້ອນປັງປຸງໂຮງຮຽນໃຫ້ນັກຮຽນທີ່ຍັງຮຽນຢູ່ບ່ອນຮຽນຊົ່ວຄາວ ໄດ້ເຂົ້າຮຽນເປັນປົກກະຕິໂດຍໄວ. ພ້ອມກັນນີ້, ຕ້ອງໄດ້ເອົາໃຈໃສ່ຄຸ້ມຄອງເຄື່ອງອຸປະໂພກ-ບໍລິໂພກຕ່າງໆທີ່ໄດ້ຮັບຈາກການຊ່ວຍເຫຼືອ ທັງພາຍໃນ ແລະ ຕ່າງປະເທດ ເພື່ອມອບຕໍ່ໃຫ້ຜູ້ປະສົບໄພຢ່າງທົ່ວເຖິງ ແລະ ທັນການ.

ສະພາບປະຊາຊົນຢູ່ເມືອງສະໜາມໄຊ

ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ມອບເຄື່ອງອຸປະໂພກທີ່ຈໍາເປັນຈໍານວນໜຶ່ງ ພ້ອມເງິນຈຳນວນ 50 ລ້ານກີບ ໃຫ້ອໍານາດການປົກຄອງ ເມືອງສະໜາມໄຊ ນໍາໄປມອບຕໍ່ໃຫ້ກັບພໍ່-ແມ່ປະຊາຊົນຕື່ມອີກ.