ປະທານສະພາແຫ່ງຊາດ ຕ້ອນຮັບການເຂົ້າຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງ ສສ ຫວຽດນາມ

ສະຫາຍ ນາງ ປານີ ຢາທໍ່ຕູ້ ຕ້ອນຮັບ ສະຫາຍ ເຈີ່ນ ກວັກ ເວືອງ

0
1001

ວັນທີ 9 ຕຸລາ 2018, ສະຫາຍ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກປະຊາຊົນ ປະຕິວັດລາວ ປະທານສະພາແຫ່ງຊາດ ສປປ ລາວ ໄດ້ຕ້ອນຮັບຄະນະຜູ້ແທນຂັ້ນສູງພັກຄອມມູນິດ ຫວຽດນາມ ນໍາໂດຍ ສະຫາຍ ເຈີ່ນ ກວັກ ເວືອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກຄອມມູນິດ ຫວຽດນາມ ເນື່ອງໃນໂອກາດທີ່ທ່ານເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 8-10 ຕຸລາ 2018.

ສະຫາຍ ນາງ ປານີ ຢາທໍ່ຕູ້ – ສະຫາຍ ເຈີ່ນ ກວັກ ເວືອງ

ສະຫາຍ ນາງ ປານີ ຢາທໍ່ຕູ້ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ຄະນະຜູ້ແທນຂັ້ນສູງພັກຄອມມູນິດ ຫວຽດນາມ ທີ່ເດີນທາງມາຢ້ຽມຢາມສັນທະໄມຕີຄັ້ງນີ້ ເຊິ່ງສະແດງເຖິງການພົວພັນຮ່ວມມືລະຫວ່າງ ສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ເພື່ອເປັນການສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມ, ຕັ້ງໜ້າປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນສາມັກຄີແບບພິເສດຂອງສອງຊາດ ລາວ-ຫວຽດນາມ ທີ່ມີມູນເຊື້ອມາແຕ່ດົນນານ ແລະ ຈະສືບຕໍ່ມູນເຊື້ອດັ່ງກ່າວ ໃຫ້ນັບມື້ແໜ້ນແຟ້ນຈະເລີນງອກງາມຍິ່ງໆຂຶ້ນ.

ສາຍພົວພັນສາມັກຄີແບບພິເສດຂອງສອງຊາດ ລາວ-ຫວຽດນາມ

ສະຫາຍ ເຈີ່ນ ກວັກ ເວືອງ ໄດ້ກ່າວສະແດງຄວາມຂອບໃຈຕໍ່ປະທານສະພາແຫ່ງຊາດ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ; ພ້ອມທັງແລກປ່ຽນຄໍາຄິດເຫັນກ່ຽວກັບ ການສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືໃນຕໍ່ໜ້າລະຫວ່າງ ລາວ-ຫວຽດນາມ ໃຫ້ເກີດດອກອອກຜົນຂຶ້ນໄປເລື້ອຍໆ.