ສຳເລັດຝຶກອົບຮົມກົດໝາຍໄລຍະສັ້ນ ຊຸດທີ V

0
1465
ທ່ານ ໄຊສີ ສັນຕິວົງ

ພະແນກຍຸຕິທໍາ ນະຄອນຫຼວງວຽງຈັນ ໄດ້ສໍາເລັດຝຶກອົບຮົມກົດໝາຍໄລຍະສັ້ນ ໃຫ້ພະນັກງານຫຼັກແຫຼ່ງຂອງນະຄອນຫຼວງວຽງຈັນ ແລະ ເມືອງ ຊຸດທີ V ພ້ອມທັງມອບໃບຢັ້ງຢືນໃຫ້ຜູ້ທີ່ສຳເລັດການຝຶກອົບຮົມ ຈຳນວນ 62 ທ່ານ ຍິງ 17 ທ່ານ ໃນວັນທີ 10 ຕຸລາ 2018, ພາຍຫຼັງທີ່ໄດ້ດໍາເນີນມາເປັນເວລາ 45 ວັນ ມອບໃບຢັ້ງຢືນໂດຍ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທໍາ, ມີເຈົ້າເມືອງ-ຮອງເຈົ້າເມືອງ, ຫົວໜ້າພະແນກ, ຮອງພະແນກຍຸຕິທໍາ, ຕາງໜ້າຂະແໜງການອ້ອມຂ້າງນະຄອນຫຼວງ ແລະ ນັກສໍາມະນາກອນ ເຂົ້າຮ່ວມ.

ບັນດາຜູ້ເຂົ້າຮ່ວມຈາກພາກສ່ວນທີ່ກ່ຽວຂ້ອງ

ທ່ານ ບຸນເພັງ ສີນະວົງພອນ ຫົວໜ້າພະແນກຍຸຕິທໍາ ນະຄອນຫຼວງວຽງຈັນ ໄດ້ຜ່ານບົດສະຫຼຸບລາຍງານການສໍາເລັດຝຶກອົບຮົມກົດໝາຍໄລຍະສັ້ນ ໃຫ້ພະນັກງານຫຼັກແຫຼ່ງ ນະຄອນຫຼວງວຽງຈັນ ແລະ ເມືອງຊຸດນີ້ວ່າ: 

ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທໍາ ມອບໃບຢັ້ງຢືນ

ຊຸດຝຶກອົບຮົມຄັ້ງນີ້ມີວິຊາຮຽນ ທັງໝົດ 29 ວິຊາ 21 ໜ່ວຍກິດ ແລະ 315 ຊົ່ວໂມງ ການຮຽນ-ການສອນແມ່ນ ໄດ້ປະຕິບັດໄປຕາມແຜນການຕາຕະລາງຂອງຫຼັກສູດການຮຽນ-ການສອນທີ່ພະແນກຍຸຕິທໍາ ນະຄອນຫຼວງວຽງຈັນ ໄດ້ສ້າງຂຶ້ນ, ໂດຍໃຊ້ວິທີແບບຂຶ້ນຫ້ອງສອນ, ຟັງການບັນຍາຍຂອງຄູ-ອາຈານ, ຕັ້ງບັນຫາແລກປ່ຽນບົດຮຽນເຊິ່ງກັນແລະກັນ ຄູຕັ້ງບັນຫາເຈາະຈີ້ມ ແລະ ຮຽນຈົບວິຊາໃດ ແມ່ນໃຫ້ຄູ-ອາຈານອອກຄໍາຖາມສອບເສັງເອົາຄະແນນໄປພ້ອມ.

ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທໍາ ມອບໃບຢັ້ງຢືນ

ພາຍຫຼັງຮຽນຈົບຫຼັກສູດແລ້ວ ແມ່ນຂຽນບົດເກັບກ່ຽວປະເມີນຜົນຄວາມຮັບຮູ້ຄືນ, ຜ່ານການຮຽນ-ການສອນກົດໝາຍໄລຍະສັ້ນ 45 ວັນ ສັງເກດເຫັນນັກສຳມະນາກອນມີຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ກົດໝາຍທີ່ມາສອນໃນຄັ້ງນີ້ໄດ້ດີ ເຊິ່ງສະແດງອອກຜົນການສອບເສັງແຕ່ລະວິຊາຮຽນ ຄະແນນຕໍ່າສຸດ 5 ແລະ ສູງສຸດ ແມ່ນ 10 ຄະແນນ.

ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທໍາ ມອບໃບຢັ້ງຢືນ
ບັນດາຜູ້ເຂົ້າຮ່ວມຈາກພາກສ່ວນທີ່ກ່ຽວຂ້ອງ