ຄະດີຄ້າປະເວນີ

ເພື່ອເປັນການປາບປາມເຄືອຂ່າຍຄ້າປະເວນີ ເຊິ່ງລວມມີຍິງສາວທີ່ມີຊື່ສຽງຂັ້ນນາງງາມ ເຄີຍເຂົ້າປະກວດລະດັບອາຊີ, ນາງແບບ, ພິທີກອນ (MC) ແລະອື່ນໆ, ເຈົ້າໜ້າທີ່ຕໍາຫຼວດສືບສວນ-ສອບສວນ ໄດ້ຈັດຕັ້ງກຳລັງຕິດຕາມເປົ້າໝາຍເປັນເວລາເກືອບ 2 ປີ ແລະ ຈັດຕັ້ງປະຕິບັດຄະດີດັ່ງກ່າວເມື່ອ 6 ເດືອນຜ່ານມາ.

ຂໍ້ທີ່ເຮັດໃຫ້ຫຼາຍຄົນໃຫ້ຄວາມສົນໃຈຫຼາຍກວ່າໝູ່ແມ່ນ ຊື່ສຽງຮຽງນາມຂອງບັນດານາງແບບ, ນາງງາມ ແລະ ຈຳນວນເງິນຄ່າຕົວຂອງພວກກ່ຽວສູງເຖິງ 25.000 ໂດລາຕໍ່ຄັ້ງ, ເຖິງຢ່າງໃດກໍຕາມ ກໍມີຫຼາຍຄົນຕ່າງກໍໃຫ້ທັດສະນະຄວາມຄິດໄປຕ່າງໆນາໆກ່ຽວກັບກໍລະນີດັ່ງກ່າວ.

ຕອນແລງວັນທີ 6 ກັນຍາ 2018, ກອງບັນຊາການຕຳຫຼວດນະຄອນໂຮ່ຈິມິນ ໄດ້ເປີດການດຳເນີນຄະດີ ແລະ ປະຕິບັດຕາມຄຳສັ່ງຈັບຕົວ ທ້າວ ກ່ຽວດ້າຍຢູ ຫຼື ປີ້ ອາຍຸ 22 ປີ ບ້ານເກີດທີ່ແຂວງບິ່ງດິງ ບ່ອນຢູ່ປັດຈຸບັນແມ່ນ ເມືອງຮັອກໂມນ ນະຄອນໂຮ່ຈິມິນ ໃນຂໍ້ຫາເປັນຫົວໂປ່ໃນເຄືອຂ່າຍຄ້າປະເວນີ.

ຜູ້ກ່ຽວຖືກເບິ່ງວ່າ: ເປັນບຸກຄົນຫົວຕໍ່ໃນເຄືອຂ່າຍດັ່ງກ່າວ ເຊິ່ງຜູ້ກ່ຽວມີຄວາມສາມາດຕິດຕໍ່ພົວພັນເອົາບັນດານາງງາມ, ດາລາ, ພິທິກອນ, ນາງແບບ ແລະອື່ນໆ ທີ່ມີຊື່ສຽງເຂົ້າມາຮ່ວມໃນຂະບວນການໄດ້ ໂດຍມາຮັບແຂກນຳຜູ້ກ່ຽວຈະໄດ້ເງິນ ຄັ້ງລະ 7.000 ຫາ 25.000 ໂດລາສະຫະລັດ.

ນາງແບບນາງງາມ

ຕາມການລາຍງານຂອງເຈົ້າໜ້າທີ່ສືບສວນ-ສອບສວນ ວ່າ: ທ້າວ ກ່ຽວດ້າຍຢູ ແມ່ນນັກສຶກສາທີ່ຫາກໍຮຽນຈົບຈາກວິທະຍາໄລແຫ່ງໜຶ່ງ ໃນນະຄອນໂຮ່ຈິມິນ, ຕະຫຼອດໄລຍະທີ່ຜູ້ກ່ຽວຮຽນຢູ່ນັ້ນຜູ້ກ່ຽວມີອາຊີບເສີມແມ່ນຂັບລົດຈັກຮັບຈ້າງ ເພື່ອຫາເງິນເພີ່ມໃນຕອນຮຽນ.

ໃນເວລາທີ່ຂັບລົດຈັກຮັບຈ້າງນັ້ນ, ຜູ້ກ່ຽວມັກຈະຖືກບັນດາຍິງສາວ-ຄົນງາມ ເອີ້ນມາໃຫ້ຮັບໃຊ້ຕະຫຼອດ ໂດຍການນຳສົ່ງຍິງສາວທີ່ກ່າວມານັ້ນໄປສົ່ງຕາມໂຮງແຮມ, ຮ້ານອາຫານຕາມເຂົາເຈົ້າສັ່ງ. ເມື່ອຜູ້ກ່ຽວໄດ້ຮັບໃຊ້ກຸ່ມຜູ້ຍິງເຫຼົ່ານີ້ຈຳນວນຫຼາຍຄັ້ງ ຈຶ່ງຮູ້ວ່າກຸ່ມຜູ້ຍິງເຫຼົ່ານີ້ ແມ່ນກຸ່ມຂາຍບໍລິການທາງເພດໃຫ້ກັບແຂກຕາມບັນດາເຮືອນພັກ, ໂຮງແຮມ. ເມື່ອຜູ້ກ່ຽວໄດ້ຊອກຮູ້ເລິກເຂົ້າໄປຈຶ່ງຮູ້ເຖິງກຸ່ມຂາຍບໍລິການທາງເພດຂັ້ນສູງ (ກຸ່ມນາງງາມ, ນັກສະແດງ, ນາງແບບ).

ເພື່ອເປັນການຊອກຮູ້ເລິກເຂົ້າຕື່ມ ຜູ້ກ່ຽວໄດ້ຊອກຮູ້ຜ່ານສື່ອອນລາຍ, ສ່ວນຫຼາຍແມ່ນເຂົ້າໃນເວັບໄຊເຖື່ອນ ເພື່ອເລີ່ມຕົ້ນເຂົ້າເປັນຫົວຕໍ່ເຄື່ອນໄຫວຮວມກຸ່ມດັ່ງກ່າວ. ຈາກນັ້ນ, ຜູ້ກ່ຽວໄດ້ສ້າງເພກເຟສບຸກຂອງຕົນເອງ ໂດຍໃສ່ຊື່ວ່າ Pi ເພື່ອເປັນການຕິດຕໍ່ພົວພັນກັບກຸ່ມໄດ້ງ່າຍ. ຈຸດປະສົງເບື້ອງຕົ້ນຂອງ ທ້າວ ຢູ ແມ່ນເຂົ້າເຖິງບັນດາຍິງສາວທີ່ເຮັດອາຊີບບໍລິການທາງເພດ ໂດຍສະເພາະກຸ່ມຍິງສາວທີ່ມັກມາໃຊ້ບໍລິການລົດຈັກຮັບຈ້າງຂອງຜູ້ກ່ຽວ ແລ້ວຕິດຕໍ່ພົວພັນໃຫ້ແຂກທີ່ຊື້ບໍລິການ, ຈາກນັ້ນຜູ້ກ່ຽວກໍຄ່ອຍໆເປັນທີ່ຮູ້ຈັກຂອງຫຼາຍຄົນໃນຂົງເຂດ ແລະ ມີຄົນຕິດຕໍ່ມາທາງສື່ອອນລາຍ ຈົນກາຍເປັນບຸກຄົນໜຶ່ງທີ່ອາດເວົ້າໄດ້ວ່າ ເປັນຫົວຕໍ່ເລື່ອງເອົາຍິງສາວມາຮັບແຂກ.

ໃນໄລຍະນີ້ ທ້າວ ຢູ ໄດ້ຮູ້ຈັກລື້ງເຄີຍກັບຄົນຮັ່ງມີຫຼາຍຄົນທີ່ມີຄວາມຕ້ອງການຊື້ປະເວນີ. ດັ່ງນັ້ນ; ຈຶ່ງໄດ້ສະເໜີນຳເອົາຍິງສາວທີ່ງາມມີຊື່ສຽງຕິດຕໍ່ມາໃຫ້; ຈາກການເຮັດແບບນັ້ນເຫັນວ່າ ໄດ້ເງິນຢ່າງມະຫາສານຈາກອາຊີບດັ່ງກ່າວ ຈຶ່ງເປັນແຮງຈູງໃຈໃຫ້ຜູ້ກ່ຽວຢຶດຕິດເປັນອາຊີບຂອງຕົນ.

ໂສມໜ້າຫົວໂປ່ໂຕການຄ້າປະເວນີ

ຫຼັງຈາກທີ່ໄດ້ຊອກຮູ້ ແລະ ກຳໄດ້ທາງເດີນຂອງຂະບວນການຄ້າປະເວນີ, ຜູ້ກ່ຽວຈຶ່ງພະຍາຍາມເຂົ້າໃກ້ຊິດຕິດແທດກັບບັນດາກຸ່ມເຄື່ອນໄຫວຂາຍບໍລິການທາງເພດລະດັບສູງ ເຊິ່ງລວມຢູ່ໃນກຸ່ມເຫຼົ່າດາລາ, ສິລະປິນ, ນັກສະແດງ, ນາງງາມ ແລະ ພາກສ່ວນອື່ນ. ໜຶ່ງໃນຈຳນວນທີ່ຜູ້ກ່ຽວ ຊັກຊວນມາໄດ້ນັ້ນລວມມີ ນາງ TD ເຊິ່ງແມ່ນນາງງາມການປະກວດລະດັບຊາດ ເຊິ່ງເຄີຍໄປຮ່ວມການປະກວດໃນຕ່າງປະເທດມາແລ້ວ ແລະ ນາງແບບ MC ຊື່ດັງຂອງ CV, ພ້ອມນັ້ນຍັງມີບັນດາຍິງສາວນາງແບບ, ພິດຕີ້, ລວມເຖິງນັກສຶກສາທີ່ກຳລັງຮຽນຕາມວິທະຍາໄລຕ່າງໆ.

ຜູ້ກ່ຽວທັງຮຽນທັງເຮັດວຽກ, ນອກນັ້ນຜູ້ກ່ຽວຍັງຮັບວຽກຄຸ້ມຄອງຮ້ານຂາຍເຂົ້າປຸ້ນໃຫ້ພີ່ນ້ອງຂອງຄອບຄົວ ທີ່ເຂດ 12 ນະຄອນໂຮ່ຈິມິນ ນຳອີກ. ເພື່ອເປັນການຢຶດຕິດກັບອາຊີບດັ່ງກ່າວນີ້, ທ້າວ ຢູ ໄດ້ລົງຮູບຜູ້ຍິງແຕ່ລະຄົນພ້ອມລາຄາໃນເພກເຟສບຸກຂອງຕົນເອງ ພ້ອມທັງເອົາເບີໂທຕິດຕໍ່ຂອງຕົນລົງຢ່າງເປີດເຜີຍ ເພື່ອໃຫ້ແຂກທີ່ມີຄວາມຕ້ອງການແມ່ນໃຫ້ຕິດຕໍ່ກັບຫາ. ເມື່ອແຂກຕິດຕໍ່ມາຫາ ທ້າວ ຢູ, ຜູ້ກ່ຽວຈະສົ່ງຂໍ້ຄວາມກັບຫາພ້ອມທັງຮູບພາບທັງໝົດ ແລະ ລາຄາຂອງຜູ້ຍິງຄົນນັ້ນ ຖ້າແມ່ນແຂກທີ່ຮູ້ຈັກກັນ. ແຕ່ຖ້າແມ່ນແຂກແປກໜ້າຜູ້ກ່ຽວຈະນັດເວລາ ເພື່ອນັດພົບພ້ອມນຳສາວທີ່ແຂກສະເໜີມານັ້ນໄປພົບ ສ່ວນຫຼາຍແມ່ນຈະນັດພົບຕາມບັນດາຮ້ານກາເຟ ໃນເຂດໃຈກາງນະຄອນໂຮ່ຈິມິນ.

ຫຼັງຈາກທີ່ສົນທະນາກັນ ແລະ ຕົກລົງກັນເລື່ອງລາຄາສຳເລັດແລ້ວ, ທ້າວ ຢູ ຈະຮັບເອົາເງິນ ແລະ ແບ່ງໃຫ້ຍິງສາວທີ່ມາຮັບແຂກຕາມຄວາມຕ້ອງການຂອງແຂກໃນສະຖານທີ່ນັ້ນເລີຍ, ຖ້າແມ່ນແຂກທີ່ເປັນຄົນຮູ້ຈັກກັນ ຜູ້ກ່ຽວຈະແນະນຳໃຫ້ໂອນເງິນເຂົ້າບັນຊີທະນາຄານຂອງຜູ້ກ່ຽວ.

ລະດັບລາຄາຂອງຍິງສາວທີ່ມີຊື່ສຽງ ຖ້າເປັນນາງແບບ, ນັກສະແດງ MC ໃນເຄືອຂ່າຍຂາຍບໍລິການຂອງ ທ້າວ ຢູ ແມ່ນ 7.000-25.000 ໂດລາຕໍ່ຄົນຕໍ່ຄັ້ງ, ຖ້າແມ່ນນັກສຶກສາ ແລະ ສາວພິດຕີ້ ແມ່ນ 300-1.000 ໂດລາຕໍ່ຄົນຕໍ່ຄັ້ງ; ນອກນັ້ນ, ຖ້າໄປນຳໝົດຄືນແມ່ນລາຄາເພີ່ມເປັນ 3 ເທົ່າ ແຕ່ຖ້າໃນກໍລະນີໄປແບບຍິງ 1 ຊາຍຫຼາຍຄົນ ແມ່ນລາຄາເພີ່ມເປັນ 10 ເທົ່າ.

ການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່

ເພື່ອເປັນການວາງແຜນມ້າງລາຍຄະດີເຄືອຂ່າຍຄ້າປະເວນີລະດັບສູງນີ້, ຫ້ອງຕຳຫຼວດອາຍາ ກອງບັນຊາການຕຳຫຼວດ ນະຄອນໂຮ່ຈິມິນ ແມ່ນໄດ້ວາງກຳລັງຕິດຕາມເປັນເວລາເກືອບ 2 ປີ ແລະ ຈັດເຂົ້າໃນແຜນການມ້າງລາຍຄະດີດັ່ງກ່າວເມື່ອ 6 ເດືອນຜ່ານມາ. ຫຼັງຈາກການລົງຕິດຕາມເກັບກຳຂໍ້ມູນຫຼັກຖານຂອງເຈົ້າໜ້າທີ່, ຮອດວັນທີ 30 ສິງຫາ 2018 ເຈົ້າໜ້າທີ່ຕິດຕາມເປົ້າໝາຍຂອງຫ້ອງຕຳຫຼວດອາຍາ ໄດ້ບຸກເຂົ້າໂຮງແຮມແຫ່ງໜຶ່ງທີ່ຢູ່ເຂດຖະໜົນນາມກັວກກາງ ຄຸ້ມຟາມຫງູຫຼາວ ເຂດ 1 ແລະ ຖະໜົນເຈິ່ນຫຶງດ້າວ ຄຸ້ມ 2 ເຂດ 5, ຈັບໄດ້ 4 ຄູ່ ຍິງ-ຊາຍ ທີ່ກຳລັງຊື້-ຂາຍປະເວນີຮ່ວມກັນ. ໃນຜູ້ຍິງ 4 ຄົນ ຄົນທີ່ເຈົ້າໜ້າທີ່ຈັບຕົວໄດ້ນັ້ນ ເຈົ້າໜ້າທີ່ຢືນຢັນວ່າ ມີນາງງາມລະດັບປະກວດຈາກຕ່າງປະເທດ ເຊິ່ງແມ່ນນາງ TD ແລະ ນາງແບບ, ນັກສະແດງ CV ດັ່ງກ່າວຂ້າງເທິງ.

ຕາມການຮັບສາລະພາບ ແລະ ລາຍງານຂອງເປົ້າໝາຍຂາຍບໍລິການດັ່ງກ່າວ ໂດຍຊັດທອດຫາຜູ້ເປັນຫົວໂປຕິດຕໍ່ຄ້າປະເວນີ, ມື້ຕໍ່ມາເຈົ້າໜ້າທີ່ຈຶ່ງໄດ້ຈັບ ທ້າວ ຢູ ແບບເລັ່ງດ່ວນ; ຜ່ານການສອບສວນຂອງເຈົ້າໜ້າທີ່ ທ້າວ ຢູ ໄດ້ຮັບສາລະພາບທັງໝົດກ່ຽວກັບການກະທຳຂອງຕົນ ແລະ ໃຫ້ຮູ້ວ່າ: ໄດ້ເລີ່ມຕົ້ນເຮັດວຽກດັ່ງກ່າວໃນຖານະເປັນຫົວໂປ່ໂຕການນັບແຕ່ເດືອນຕຸລາ 2017 ເປັນຕົ້ນມາ.

ເຈົ້າໜ້າທີ່ຕຳຫຼວດທຸກຄົນບໍ່ເຊື່ອວ່າ: ລາຄາຂາຍບໍລິການໃຫ້ແຂກທີ່ ທ້າວ ຢູ ວາງໄວ້ນັ້ນ ຈະລາຄາສູງຄືດັ່ງກ່າວ ແຕກຕ່າງກັບຫົວໂປ່ໂຕການເຄືອຂ່າຍຄ້າປະເວນີອື່ນທີ່ກຳນົດລາຄາສາວໄວ້ ແລະ ເມື່ອໄດ້ເງິນຕາມຈຳນວນ ມັກຈະບໍ່ປັນເງິນໃຫ້ຕາມອັດຕາສ່ວນ, ແຕ່ສຳລັບຜູ້ກ່ຽວພັດມີຮູບແບບຕ່າງ ໂດຍບີບລາຄາຂຶ້ນສູງ ຍິ່ງສູງເທົ່າໃດ ເມື່ອໄດ້ເງິນມາຕາມຈຳນວນ ແມ່ນຈະແບ່ງໃຫ້ຍິງສາວທີ່ຖືກແຂກຮັບນັ້ນໄດ້ຕາມອັດຕາເປີເຊັນທີ່ວາງໄວ້. ດັ່ງນັ້ນ, ຈຶ່ງເຮັດໃຫ້ຍິງສາວຫຼາຍຄົນສົນໃຈເຂົ້າຮ່ວມໃນຂະບວນການຂອງຜູ້ກ່ຽວຢ່າງຫຼວງຫຼາຍ ລວມທັງດາລາ, ນັກຮ້ອງ, ນັກສະແດງ ແລະອື່ນໆ.

ນາງແບບ ບໍລິການທາງເພດ

ຄືດັ່ງໃນກໍລະນີນາງແບບປະກວດຊື່ TD ເຊິ່ງມີລາຄາຂາຍບໍລິການແມ່ນ 5.000 ໂດລາຕໍ່ຄັ້ງຕໍ່ຊົ່ວໂມງ, ແຕ່ ທ້າວ ຢູ ໄດ້ເອີ້ນເປັນ 7.000 ໂດລາ ເຊິ່ງຈະມີເງິນເພີ່ມຢູ່ 2.000 ໂດລາ, ສາວ MC-CV ລາຄາບໍລິການ 600 ໂດລາຕໍ່ຄົນຕໍ່ຊົ່ວໂມງ ແຕ່ ທ້າວ ຢູ ຈະເອີ້ນເອົາ 1.500 ໂດລາ, ຈະໄດ້ເງິນເພີ່ມຢູ່ 900 ໂດລາ ແລະອື່ນໆ; ພຽງສອງສາວໃນຕອນແລງຂອງວັນທີ 30 ສິງຫາ 2018 ຄິດສະເລ່ຍແລ້ວ ທ້າວ ຢູ ຈະມີເງິນເຂົ້າຖົງຕົນເອງປະມານ 70 ລ້ານດົ່ງ.

ເພື່ອສ້າງແຜນການບໍ່ໃຫ້ຖືກຈັບໄດ້ຈາກເຈົ້າໜ້າທີ່ທຸກພາກສ່ວນ ທ້າວ ຢູ ຈະບໍ່ປະກົດຕົວແບບໜ້າເຊິ່ງໜ້າ ແຕ່ຈະໃຊ້ຮູບແບບສັ່ງໃຫ້ຍິງສາວທີ່ຖືກແຂກເລືອກ ດ້ວຍການໃຊໂທລະສັບ ເປັນຕົວຕິດຕໍ່ພົວພັນ ຫຼື ສົ່ງຂໍ້ຄວາມຜ່ານແອັບພີເຄຊັນອອນລາຍ ແລະ ຄືດັ່ງທີ່ກ່າວໄວ້ຂ້າງເທິງ ຜູ້ກ່ຽວເຮັດຄືວ່າບໍ່ໄດ້ເປັນຄົນຕິດຕໍ່ພົວພັນກັບເລື່ອງຄ້າປະເວນີ ໂດຍການເຮັດວຽກຄຸ້ມຄອງຮ້ານເຂົ້າປຸ້ນ ເບິ່ງແລ້ວຄືບຸກຄົນທຳມະດາຄົນໜຶ່ງ.

ນອກຈາກນັ້ນ, ຜູ້ກ່ຽວຍັງໄດ້ຈ້າງລູກນ້ອງມາເປັນຜູ້ຮັບໃຊ້ ເຊິ່ງເປັນກຸ່ມຂັບລົດຈັກຮັບຈ້າງນຳກັນໃນສະໄໝຕົນເອງຮຽນ ເພື່ອໃຫ້ເຂົາເຫຼົ່ານີ້ເປັນຄົນນຳສົ່ງສາວອອກໄປພົບກັບແຂກທີ່ຊື້ບໍລິການແລ້ວຮັບເອົາເງິນ ຈະມີເງິນຄ່າຈ້າງໃຫ້ 1 ລ້ານດົ່ງຕໍ່ຄັ້ງ, ປັດຈຸບັນເຈົ້າໜ້າທີ່ກຳລັງເລັ່ງສືບສວນນຳຈັບຕົວກຸ່ມທີ່ໃຫ້ການຮ່ວມມືກັບຜູ້ກ່ຽວ ເຊິ່ງລະບຸໄວ້ວ່າແມ່ນໝູ່ສະໄໝຮຽນຂອງຜູ້ກ່ຽວເອງ.

ຕໍ່ເຫດການດັ່ງກ່າວ ກຳລັງເປັນທີ່ໃຫ້ຄວາມສົນໃນຈາກສື່ສັງຄົມອອນລາຍ ກໍຄືມວນຊົນໃນສັງຄົມ ເຊິ່ງໄດ້ມີການວິພາກວິຈານອອກໄປຫຼາຍຢ່າງ ເຊິ່ງໄດ້ສ້າງຄວາມເສື່ອມເສຍໃຫ້ກັບວົງການບັນເທີງ, ດາລາ ແລະ ນັກສະແດງທີ່ມີຊື່ສຽງຢ່າງຮ້າຍແຮງ.

ບັນຫາການບໍລິການທາງເພດ

ປັດຈຸບັນ, ເຈົ້າໜ້າທີ່ກຳລັງສືບຕໍ່ສືບສວນ-ສອບສວນເປີດກວ້າງ, ປະກອບສຳນວນເອກະສານ ແລະ ປະສານສົມທົບກັບອົງການທີ່ກ່ຽວຂ້ອງ ກວດກາກ່ຽວກັບບຸກຄົນໃນສັງກັດວົງການທີ່ຖືກສົງໄສວ່າ ເຂົ້າຮ່ວມຂະບວນການຄ້າປະເວນີດັ່ງກ່າວນີ້ ເພື່ອມີວິທີການແກ້ໄຂໃຫ້ຖືກຕ້ອງຕາມລະບຽບກົດໝາຍ.

ແປ ແລະ ຮຽບຮຽງໂດຍ: ສ.ວົງໄຊ

ຄະດີຕ່າງແດນ – ນສພ ຄວາມສະຫງົບ