ຄະດີຢາເສບຕິດ

ຮັບຂົນເຄື່ອງຊ່ວຍຄົນຮູ້ຈັກເທິງເຮືອບິນ, ເຈົ້າຂອງໂຮງງານເຟີນິເຈີ ທ້າວ ຫງວຽນຟອງເຕິ່ນ ລັກເປີດເບິ່ງແກັດເຄື່ອງດັ່ງກ່າວ ເລີຍຮູ້ວ່ານັ້ນແມ່ນຢາໄອສ໌ ແລ້ວກໍເກີດແນວ ຄິດຢາກລັກເອົາມາເປັນຂອງຕົນເອງ ຈຶ່ງຕິດຕໍ່ຫາກຸ່ມຊື້-ຂາຍຢາເສບຕິດ ແລະ ນັດສົ່ງກັນໃນສະຖານທີ່ແຫ່ງໜຶ່ງ ໃນຮ່າໂນ້ຍ ແຕ່ເມື່ອທັງສອງຝ່າຍມາເຖິງຈຸດນັດສົ່ງ ຈຶ່ງຖືກເຈົ້າໜ້າທີ່ເຂົ້າຈັບຕົວ.

ທ້າວ ຫງວຽນຟອງເຕິ່ນ ອາຍຸ 46 ປີ ເຈົ້າຂອງໂຮງງານເຟີນິເຈີ ຢູ່ເຂດ 18 ຕາແສງຝູໂຫະ ແຂວງຝູເຖາະ, ຫຼັງຈາກໄດ້ກາຍເປັນເຈົ້າຂອງໂຮງງານແລ້ວ ຜູ້ກ່ຽວກໍໄດ້ເຮັດທຸລະກິດຄ້າໄມ້ທີ່ແຂວງຝູເຖາະ. ແຕ່ເຖິງຢ່າງໃດກໍຕາມ, ການເຮັດທຸລະກິດຂອງຜູ້ກ່ຽວແມ່ນ ແອບແຝງກັບຄວາມບໍ່ຖືກຕ້ອງຕາມລະບຽບກົດໝາຍ, ຜູ້ກ່ຽວມີເປົ້າໝາຍຕິດຕາມສອງຂໍ້ຫາ; ໜຶ່ງແມ່ນຂໍ້ຫາ ບໍ່ປະຕິບັດຕາມຂໍ້ກຳນົດກ່ຽວກັບການຂຸດຄົ້ນໄມ້ ແລະ ປ້ອງກັນຊັບພະຍາກອນປ່າໄມ້ ແລະ ອີກຂໍ້ຫາໜຶ່ງແມ່ນກ່ຽວກັບການບໍ່ໃຫ້ຄວາມຮ່ວມມືກັບ ການປະຕິບັດໜ້າທີ່ຂອງພະນັກງານ. ການເຮັດທຸລະກິດໄມ້ຂອງຜູ້ກ່ຽວແມ່ນ ມັກມີການເຄື່ອນໄຫວຊອກຫາແຫຼ່ງທີ່ມາຂອງໄມ້ ເພື່ອນຳມາປ້ອນຕະຫຼາດ. ດັ່ງນັ້ນ, ໄລຍະປີ 2010 ທ້າວ ເຕິນ ໄດ້ຂ້າມໄປປະເທດໃກ້ຄຽງ (ລາວ) ເພື່ອປະກອບກິດຈະການຄ້າຂາຍ,ໃນເບື້ອງຕົ້ນຜູ້ກ່ຽວໄດ້ຕິດຕໍ່ຫາຊື້ໄມ້ ແລ້ວສົ່ງຂ້າມກັບມາຂາຍທີ່ປະເທດຫວຽດນາມ.

ເມື່ອເຮັດໄປໄດ້ໄລຍະໜຶ່ງ ເຫັນວ່າ: ມີທຶນພໍແລ້ວ ຜູ້ກ່ຽວຈຶ່ງຕັດສິນໃຈເປີດໂຮງງານຊອຍໄມ້ເປັນຂອງຕົນເອງ ເພາະວ່າຈະສາມາດເກັບເງິນກຳໄລໄດ້ຫຼາຍກວ່າ, ເມື່ອເປັນເຊັ່ນນັ້ນ ຜູ້ກ່ຽວຈຶ່ງເປັນຄົນໄປ-ມາ ຫວຽດນາມ-ລາວ ເປັນປະຈຳ, ການເດີນທາງຂອງຜູ້ກ່ຽວ ຈະເດີນທາງດ້ວຍເຮືອບິນ ຫຼື ບາງຄັ້ງແມ່ນທາງລົດໂດຍເດີນທາງຜ່ານດ່ານສາກົນ (ເກົ່າແຈ້ວ ແຂວງເຫງະອ້ານ-ນໍ້າພາວ ແຂວງບໍລິຄຳໄຊ), ໃນປີ 2012 ໂດຍຜ່ານການພົວພັນສັງຄົມຂອງຜູ້ກ່ຽວ ເຊິ່ງໄດ້ຮູ້ຈັກລື້ງເຄີຍກັບ ນາງ ຮວ່າງທິມາຍເຮືອງ ອາຍຸ 43 ປີ ຢູ່ຕາແສງຫາຍໂບຍ ເມືອງດົ່ງແອ້ງ ນະຄອນຫຼວງຮ່າໂນ້ຍ, ເມື່ອຮູ້ຈັກກັນບໍ່ດົນ ປະກົດວ່າ ນາງ ເຮືອງ ຖືກຈັບໃນຂໍ້ຫາມີຢາເສບຕິດໄວ້ໃນຄອບຄອງ, ຖືກສານຕັດສິນຕັດອິດສະຫຼະພາບ 5 ປີ ຖືກຈຳຄຸກທີ່ຄ້າຍຄຸມຂັງຝູເຊິ້ນ, ຕະຫຼອດໄລຍະທີ່ ນາງ ເຮືອງ ຖືກກັກຂັງຢູ່ນັ້ນ ທ້າວ ເຕິນ ກໍມັກຈະໄປຢ້ຽມຢາມຕະຫຼອດ. ຮອດປີ 2015, ນາງ ເຮືອງ ໄດ້ຮັບການປ່ອຍໂຕອອກມາ ແລ້ວທັງສອງໄດ້ຕິດຕໍ່ພົວພັນກັນ ເມື່ອ ນາງ ເຮືອງ ຮູ້ວ່າ ທ້າວ ເຕິນ ມີໂຮງງານເຟີນິເຈີຢູ່ລາວ ນາງ ເຮືອງ ຈຶ່ງສະເໜີວ່າ ທີ່ປະເທດລາວ ມີສາຂາຈຳໜ່າຍຢາເສບຕິດປະເພດຢາໄອສ໌ ຖ້າຫາກຮູ້ຈຸດໃດ ໃຫ້ແນະນຳໃຫ້ຕົນເອງ.

ຕາມການຮັບສາລະພາບຂອງ ທ້າວ ເຕິນ ວ່າ: ໃນວັນທີ 9 ພະຈິກ 2017, ຜູ້ກ່ຽວໄດ້ເດີນທາງຈາກ ຫວຽດນາມ ໄປ ລາວ ເພື່ອສືບຕໍ່ດຳເນີນວຽກທຸລະກິດໄມ້, ຕາມປົກກະຕິແລ້ວໜຶ່ງເດືອນຜູ້ກ່ຽວຈະເດີນທາງໄປ ລາວ 2 ຄັ້ງ ແລະ ທຸກຄັ້ງແມ່ນຈະຢູ່ປະມານໜຶ່ງອາທິດ ຫາ 10 ມື້ ຈາກນັ້ນແມ່ນກັບຄືນມາ ຫວຽດນາມ ເພື່ອແກ້ໄຂວຽກ ແລະ ເບິ່ງແຍງຄອບຄົວ. ວັນທີ 17 ພະຈິກ 2017, ຂະນະນັ້ນ ທ້າວ ເຕິນ ແມ່ນກຳລັງຢູ່ລາວ ເມື່ອໄດ້ຮັບຂ່າວວ່າມີພີ່ນ້ອງເສຍຊີວິດ; ດັ່ງນັ້ນ, ເພື່ອໃຫ້ທັນກັບການເມືອເບິ່ງວຽກຊ່ວຍຄອບຄົວ ຜູ້ກ່ຽວຈຶ່ງໄດ້ຈອງປີ້ເຮືອບິນ. ແຕ່ການບິນກັບ ຫວຽດນາມ ຖ້ຽວນີ້ ເຮືອບິນໄດ້ບິນອອກຈາກສະໜາມບິນ ນະຄອນຫຼາວວຽງຈັນ ແຕ່ບິນໄປລົງສະໜາມບິນທີ່ປະເທດໄທ ກ່ອນ ແລ້ວຈຶ່ງບິນກັບໄປທີ່ສະໜາມບິນສາກົນຮ່າໂນ້ຍບ່າຍ ຫວຽດນາມ. ຢູ່ເທິງເຮືອບິນ ຜູ້ກ່ຽວ ໄດ້ພົບກັບຜູ້ຊາຍຄົນໜຶ່ງເຊິ່ງເປັນຄົນລາວ ໄດ້ແນະນຳຕົນເອງວ່າຊື່ ທ້າວ ຄຳ ກຳລັງເດີນທາງໄປຮ່າໂນ້ຍ ເພື່ອຢາມລູກທີ່ຮຽນຢູ່ວິທະຍາໄລແຫ່ງໜຶ່ງ ໃນຮ່າໂນ້ຍ.

ເວລາປະມານ 19:00 ໂມງ ໃນວັນດຽວກັນ, ເຮືອບິນໄດ້ລົງຈອດທີ່ສະໜາມບິນສາກົນຮ່າໂນ້ຍບ່າຍ, ໃນຂະນະທີ່ທັງສອງຄົນກຳລັງລໍຖ້າລົດແທັກຊີ ທ້າວ ຄຳ ໄດ້ສະເໜີວ່າ ຕ້ອງການຫາ ທ້າວ ເຕິນ ຫີ້ວແກັດເຄື່ອງໄປສົ່ງທີ່ວິທະຍາໄລກໍ່ສ້າງ ເພື່ອສົ່ງໃຫ້ລູກຊາຍທີ່ກຳລັງຮຽນຢູ່ທີ່ນັ້ນ, ຍ້ອນມີວຽກຕ້ອງໄດ້ແກ້ໄຂດ່ວນ ຈຶ່ງບໍ່ທັນສະດວກໄປສົ່ງໃຫ້ລູກ; ຈາກນັ້ນ, ທ້າວ ເຕິນ ໄດ້ຮັບປາກວ່າ: ຈະນຳເອົາແກັດເຄື່ອງດັ່ງກ່າວໄປສົ່ງໃຫ້ຕາມການຫາຂອງ ທ້າວ ຄຳ ເມື່່ອຕົກລົງກັນແລ້ວ ທ້າວ ຄຳ ຈຶ່ງໄດ້ເອົາແກັດສີຂຽວທີ່ຂຽນເບີໂທລະສັບ ພ້ອມຊື່່ຕິດໄວ້ ແລະ ຫາງສົ່ງຮອດປະຕູໂຂງໂຮງຮຽນ ແລ້ວໂທບອກຕາມເບີນັ້ນໃຫ້ອອກມາເອົາເຄື່ອງ.

ທີ່ ກອງບັນຊາການຕຳຫຼວດ ທ້າວ ເຕິນ ໄດ້ເລົ່າຕາມເຫດການຕົວຈິງຢ່າງລະອຽດວ່າ: 

ຫຼັງຈາກທີ່ລົງຈາກເຮືອບິນແລ້ວ ຕົນເອງໄດ້ໄປແວ່ເຮືອນຄົນຮູ້ຈັກ ທີ່ເຂດຕື້ບິ່ງ ຄຸ້ມລັອງບ້ຽນ ຮັບເອົາເຄື່ອງແລ້ວມຸ່ງໜ້າໄປທີ່ວິທະຍາໄລແຫ່ງຊາດ ເພື່ອຮັບເອົາລູກສາວເມືອບ້ານນຳເລີຍ, ຈາກນັ້ນໄປຕໍ່ທີ່ວິທະຍາໄລກໍ່ສ້າງ ເພື່ອສົ່ງເຄື່ອງທີ່ຕົນຮັບຝາກໄວ້ຈາກ ທ້າວ ຄຳ ສົ່ງໃຫ້ລູກຂອງຜູ້ກ່ຽວ. ແຕ່ໃນລະຫວ່າງທາງ ທ້າວ ເຕິນ ພັດລັກແກະເບິ່ງ ເຄື່ອງທີ່ຝາກໄປນັ້ນ ປະກົດວ່າໃນແກັດເຄື່ອງນັ້ນ ແມ່ນມີຢາເສບຕິດ ປະເພດຢາໄອສ໌ ໜັກປະມານ 2 ກິໂລກຼາມ; ເມື່ອເຫັນເຊັ່ນນັ້ນ, ຜູ້ກ່ຽວຈຶ່ງເກີດແນວຄິດຢາກໄດ້ຂຶ້ນມາທັນທີ, ຈຶ່ງຄິດອອກ ແລະ ໂທລະສັບຫາ ນາງ ເຮືອງ ເພື່ອຂາຍຢາເສບຕິດຈຳນວນນີ້ໃຫ້, ນາງ ເຮືອງ ຕອບຕົກລົງ ແຕ່ເງິນບໍ່ພໍໃຫ້ ແຕ່ຈະຈ່າຍໃຫ້ກ່ອນ 200 ລ້ານດົ່ງ ຖ້າຂາຍໄດ້ເງິນໝົດແລ້ວ ຈະໃຫ້ອີກຕາມຫຼັງ, ເມື່ອທັງສອງໄດ້ຕົກລົງກັນແລ້ວ ນາງ ເຮືອງ ໄດ້ນັດຮັບເອົາຢາທີ່ເຮືອນເລກທີ 463 ມິ້ງຄາຍ (ເຂດຮາຍບາຈຶ້ງ ຮ່າໂນ້ຍ) ເພື່ອຮັບ-ສົ່ງຢາເສບຕິດກັນຢູ່ທີ່ນັ້ນ.

ກອງບັນຊາການຕຳຫຼວດ
ການກວດຄົ້ນໄມ້ທີ່ໂຮງງານຂອງ ທ້າວ ເຕິນ

ເພື່ອເປັນການຫຼົບຫຼີກຈາກການຖືກສົງໄສ, ທ້າວ ເຕິນ ຈຶ່ງປ່ຽນໄປຂີ່ລົດຢູເບີ ໄປຕາມເສັ້ນທາງຫງວຽນວັນກູ່, ຮອດເວລາປະມານ 20:45 ໂມງ ທ້າວ ເຕິນ ໄປຮອດສະຖານທີ່ນັດໝາຍພໍດີ ພ້ອມກັບແກັດຢາເສບຕິດ ແລ້ວໄດ້ໂທລະສັບຫາ ນາງ ເຮືອງ ມາຮັບເອົາເຄື່ອງ. ຂະນະດຽວກັນນີ້, ນາງ ເຮືອງ ໄດ້ຂີ່ລົດຈັກຈາກຫາຍໂບຍ (ເມືອງດົ້ງແອ້ງ) ມາຫາຢູ່ຈຸດນັດໝາຍພົບ.

ນາງ ເຮືອງ ໄດ້ເອົາລົດຈັກໄປຝາກໄວ້ທີ່ເຮືອນຂອງຄົນຮູ້ຈັກທີ່ເຂດມິ້ງຄາຍ ຈາກນັ້ນໄດ້ຈ້າງລົດຈັກໄປທີ່ຈຸດໝາຍ, ແຕ່ພໍໄປຮອດສະຖານທີ່ ນາງ ເຮືອງ ກໍແນມເຫັນ ທ້າວ ເຕິນ ກຳລັງຖືກເຈົ້າໜ້າທີ່ຕຳຫຼວດກວດຄົ້ນຕົວຜູ້ກ່ຽວ ຈຶ່ງສັ່ງໃຫ້ຜູ້ຂັບລົດຈັກໜີອອກຈາກທີ່ນັ້ນ ແຕ່ກໍຖືກເຈົ້າໜ້າທີ່ນຳຈັບຕົວໄດ້ສຳເລັດ, ເມື່ອເຈົ້າໜ້າທີ່ກວດກາກະເປົາທີ່ ທ້າວ ເຕິນ ເອົາໄປນຳນັ້ນ ກໍພົບເຫັນຢາເສບຕິດ ປະເພດຢາໄອສ໌ຈຳນວນຫຼາຍ; ເຈົ້າໜ້າທີ່ຄາດວ່າ: ອາດແມ່ນ Methamphetamine ລວມນໍ້າໜັກ 1.873,65 ກຼາມ. ນອກນັ້ນ, ຍັງກວດຢຶດໄດ້ຊັບສິນທັງສອງຄົນຄື: ໂທລະສັບມືຖື 2 ເຄື່ອງ ພ້ອມດ້ວຍຊິມອີກຫຼາຍອັນ ແລະ ເບີໂທລະສັບທີ່ພວກກ່ຽວໃຊ້ໂທຕິດຕໍ່ກັນນຳອີກ.

ຜ່ານການສອບສວນຂອງເຈົ້າໜ້າທີ່ ນາງ ເຮືອງ ໃຫ້ການປະຕິເສດຕໍ່ເງິນຈຳນວນ 200 ລ້ານ ທີ່ຜູ້ກ່ຽວນຳອອກໄປຫາ ທ້າວ ເຕິນ ນັ້ນແມ່ນເງິນທີ່ ທ້າວ ເຕິນ ຝາກໄວ້ ແລະ ຕົນເອງກຳລັງນຳເງິນນັ້ນອອກໄປສົ່ງໃຫ້ຜູ້ກ່ຽວ; ແຕ່ເຖິງຢ່າງໃດກໍຕາມ, ເມື່ອອີງໃສ່ຫຼັກຖານ ແລະ ຂໍ້ມູນທີ່ກ່ຽວຂ້ອງ ເຈົ້າໜ້າທີ່ໄດ້ສະຫຼຸບວ່າ ເງິນດັ່ງກ່າວເປັນເງິນຂອງ ນາງ ເຮືອງ ເພື່ອຈະນຳໄປຊື້ຢາເສບຕິດຈຳນວນດັ່ງກ່າວ.

ສະຫຼຸບການສືບສວນ-ສອບສວນຂອງເຈົ້າໜ້າທີ່ຕຳຫຼວດສືບສວນ-ສອບສວນ ກອງບັນຊາການຕຳຫຼວດ ນະຄອນຮ່າໂນ້ຍ ແລະ ກຽມປະກອບເອກະສານທີ່ກ່ຽວຂ້ອງສົ່ງໄອຍະການປະຊາຊົນ ນະຄອນຮ່າໂນ້ຍ ດຳເນີນຕາມຂັ້ນຕອນຂອງກົດໝາຍ, ການຕັດສິນລົງໂທດຂອງພວກກ່ຽວ ແມ່ນນອນຢູ່ໃນມາດຕາ 194 ຂອງກົດໝາຍວ່າດ້ວຍ ການດຳເນີນຄະດີອາຍາ, ພວກກ່ຽວຕ້ອງໄດ້ປະເຊີນກັບໂທດຈຳຄຸກແຕ່ 20 ປີ ເຖິງຕະຫຼອດຊີວິດ ຫຼື ປະຫານຊີວິດຕາມສະຖານຄວາມຜິດຕົວຈິງ.

ແປ ແລະ ຮຽບຮຽງໂດຍ: ສ.ວົງໄຊ

ຄະດີຕ່າງແດນ – ນສພ ຄວາມສະຫງົບ