ຄະດີຄາດຕະກຳ

ໃນວັນທີ 25 ກັນຍາ 2018, ເຈົ້າໜ້າທີ່ກອງບັນຊາການຕຳຫຼວດ ແຂວງຖ້າຍຫງວຽນ ໄດ້ຮັບແຈ້ງຄວາມຈາກ ອຳນາດການປົກຄອງບ້ານ ວ່າ: ເກີດເຫດຄາດຕະກຳຂຶ້ນຢ່າງຮ້າຍແຮງ ເຊິ່ງມີຄົນເສຍຊີວິດຄາທີ່ 3 ຄົນ ແລະ ອີກ 4 ຄົນ ໄດ້ຮັບບາດເຈັບ, ສະຖານທີ່ເກີດເຫດ ແມ່ນເຂດຝູໝີ ຕາແສງເລື້ອງຝູ ເມືອງຝູບິ່ງ ແຂວງຖ້າຍຫງວຽນ. ຕາມການລົງກວດກາສະຖານທີ່ເກີດເຫດຕົວຈິງ ເຈົ້າໜ້າທີ່ໃຫ້ຮູ້ວ່າ: ເຮືອນຂອງຜູ້ໄດ້ຮັບເຄາະຮ້າຍ 3 ຫຼັງ ທີ່ມີຜູ້ເສຍຊີວິດ ແມ່ນເປັນເຮືອນຕິດຕໍ່ກັນ ແລະ ຢູ່ໃກ້ກັບເຮືອນເປົ້າໝາຍທີ່ລົງມືກໍ່ເຫດ.

ຫຼັງຈາກເຫດການດັ່ງກ່າວເກີດຂຶ້ນ ສະພາບບັນຍາກາດໃນຂົງເຂດດັ່ງກ່າວ ແມ່ນເຕັມໄປດ້ວຍຄວາມເສົ້າສະຫຼົດແບບບໍ່ເຄີຍມີມາກ່ອນ, ງານຊາປະນາກິດສົບໄດ້ຈັດຂຶ້ນທ່າມກາງຄວາມເສຍໃຈຂອງຍາດພີ່ນ້ອງ ແລະ ມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ; ບາງຄົນໄດ້ເວົ້່າຈົ່ມວ່າ: ບໍ່ພຽງເທົ່າໃດນາທີ ມັນກໍເອົາຊີວິດຄົນບໍລິສຸດໄປຕັ້ງ 3 ຄົນ ແລະ ອີກ 4 ຄົນ ຕ້ອງໄດ້ນອນຮັກສາຕົວທີ່ໂຮງໝໍນຳອີກ.

ລຸງ ຫງວຽນຕຽນຮຸ່ງ ອາຍຸ 56 ປີ ເຮືອນຢູ່ທາງຫຼັງເຮືອນຂອງ ທ້າວ ຫງວຽນຊັວນຕຽນ ເຊິ່ງ ລຸງ ຮຸ່ງ ເປັນໜຶ່ງໃນຜູ້ເຫັນເຫດການທີ່ເກີດຂຶ້ນ ໄດ້ເລົ່າວ່າ:

ຍາດພີ່ນ້ອງຜູ້ເສຍຊີວິດ

ຕອນນັ້ນເວລາປະມານ 1:00 ໂມງ ຕອນເດິກ ເຊິ່ງເປັນເວລາທີ່ຕົນເອງເບິ່ງເຕະບານແລ້ວ; ຈາກນັ້ນ, ກໍໄດ້ຍິນສຽງຮ້ອງໃຫ້ມາແຕ່ເຮືອນຂອງ ທ້າວ ບິກ, ທ້າວ ຫວດ ດັ່ງນັ້ນຕົນເອງຈຶ່ງອອກໄປເບິ່ງ ແລະ ໄດ້ຍິນສຽງຄົນໃນບ້ານດັ່ງກ່າວນັ້ນ ອອກມາເອີ້ນບອກວ່າ ທ້າວ ຕຽນ ຈັບມີດໄລ່ແທງຄົນເສຍຊີວິດ.

ລຸງ ຫງວຽນຕຽນຮຸ່ງ

ຕາມການເລົ່າເຫດການຂອງ ລຸງ ຮຸ່ງ ໄດ້ເລົ່າວ່າ: ຫຼັງຈາກທີ່ຕົນໄດ້ແລ່ນອອກໄປເຖິງສະຖານທີ່ເກີດເຫດ ກໍປະກົດເຫັນ ທ້າວ ຕຽນ ປີນຂ້າມປະຕູເຂົ້າໄປເຮືອນ ທ້າວ ຫງວຽນ ແລະ ນາງ ຫງັອດ ເຮືອນຫຼັງດັ່ງກ່າວ ບໍ່ໄດ້ລ໋ອກປະຕູເຮືອນ, ທ້າວ ຕຽນ ໄດ້ມຸ່ງໜ້າເຂົ້າໄປຫ້ອງຂອງຫຼານນ້ອຍທີ່ຊື່ ເຍິນ ທີ່ນອນໃນຫ້ອງຄົນດຽວ, ຜູ້ກ່ຽວໃຊ້ມີດແທງຫຼານຄົນດັ່ງກ່າວ ໄດ້ຮັບບາດເຈັບ; ທັງສອງຜົວ-ເມຍ ໄດ້ຍິນສຽງຮ້ອງໃຫ້ຂອງຫຼານ ກໍຄິດວ່າມີຄົນຈັບໝູໃນເຂດໃກ້ເຮືອນ ເລີຍບໍ່ສົນໃຈ ເຊິ່ງບໍ່ຄາດຄິດວ່າ ຈະເກີດເຫດການແບບນີ້ຂຶ້ນ.

ຮູ້ຕື່ມວ່າ ລຸງ ຮຸ່ງ ກໍເປັນລູກເຂີຍຂອງ ທ້າວ ຫງວຽນ ເມື່ອເຫັນ ທ້າວ ຕຽນ ປີນຮົ້ວຂ້າມໄປເຮືອນຫຼັງດັ່ງກ່າວ ຈຶ່ງໄດ້ປີນຮົ້ວນຳເຂົ້າໄປ ເພື່ອຫ້າມບໍ່ໃຫ້ເຫດການເກີດຂຶ້ນ, ໃນຂະນະດຽວກັນນີ້ ນາງ ຫງອັດ ໄດ້ຮ້ອງຂຶ້ນໝົດແຮງວ່າ ຊ່ວຍແດ່ໆ!!!, ເມື່ອ ທ້າວ ຕຽນ ໄດ້ຍິນແນວນັ້ນ ກໍຍ່າງເຂົ້າຫາ ນາງ ຫງັອດ ເມື່ອຜູ້ເປັນຜົວແນມເຫັນ ຈຶ່ງຈັບເອົາກ້ານຟອຍຕີໃສ່ ທ້າວ ຕຽນ 2 ບາດ ແຕ່ຜູ້ກ່ຽວລົ້ມລົງກ່ອນ ຈຶ່ງເຮັດໃຫ້ ທ້າວ ຕຽນ ຫັນມາໃຊ້ມີດແທງຕາມແຂນ ແລະ ຂາ ຫຼາຍບາດ.

ໃນເວລາສົນລະວົນນີ້, ຕົນເອງ (ທ້າວ ຮຸ່ງ) ໄດ້ບຸກເຂົ້າໄປຍາດເອົາມີດນຳ ທ້າວ ຕຽນ ເຮັດໃຫ້ ທ້າວ ຕຽນ ແທງສວນມາ ແຕ່ບໍ່ຖືກ, ທ້າວ ຮຸ່ງ ໃຫ້ຮູ້ອີກວ່າ: ຈາກນັ້ນຕົນສົມທົບກັບ ທ້າວ ຫງວຽນ ເຂົ້າຈັບຕົວຜູ້ກໍ່ໄວ້ໄດ້ ແລ້ວມີປະຊາຊົນໃນເຂດໃກ້ຄຽງ ແລ່ນເຂົ້າມາຊ່ວຍມັດຜູ້ກ່ຽວໄວ້.

ທ້າວ ຫງວຽນວັນບິກ ຜູ້ລອດຊີວິດໃນເຫດການມື້ນັ້ນ ໄດ້ເລົ່າວ່າ:

ໜຶ່ງໃນຜູ້ເຫັນເຫດການ

ເວລາປະມານ 00:30 ໂມງ, ຕົນເອງ ແລະ ເມຍກຳລັງນອນ ກໍປະກົດໄດ້ຍິນສຽງທັບປະຕູ ແລະ ກໍບໍ່ໄດ້ຍິນສຽງໝາເຫົ່າ. ສະນັ້ນ, ຄິດວ່າແມ່ນແມວກັດນົກຈຶ່ງໄຂປະຕູອອກໄປ ເຫັນ ທ້າວ ຕຽນ ເຮັດໜ້າຂຶມບໍ່ປາກບໍ່ເວົ້າຫຍັງ ມືຖືມີດປາຍແຫຼມແລ້ວແລ່ນເຂົ້າມາແທງຕົນເອງ, ແຕ່ຕົນເອງໄດ້ເອົາມືທັງສອງເບື້ອງກຳມີດຢ່າງແໜ້ນ ແລະ ພະຍາຍາມຕໍ່ສູ້ກັບ ທ້າວ ຕຽນ; ດັ່ງນັ້ນ, ຈຶ່ງເຮັດໃຫ້ມືທັງສອງເບື້ອງຂອງຜູ້ກ່ຽວຖືດມີດບາດ ໄດ້ຮັບບາດເຈັບ; ສ່ວນເມຍຂອງຕົນ (ນາງ ຮັ່ງ) ອອກມາເອີ້ນຖາມວ່າເຈັບຫຼາຍບໍ່, ຕົນເອງໄດ້ບອກໃຫ້ແລ່ນໜີໄປ ແຕ່ເມຍບໍ່ຟັງ ຈຶ່ງຖືກ ທ້າວ ຕຽນ ໃຊ້ມີດແທງເຂົ້າຫຼາຍຈຸດຂອງຮ່າງກາຍ ເສຍຊີວິດຄາທີ່.

ຫຼັງຈາກທີ່ຄາດຕະກຳ ນາງ ຮັ່ງ ແລ້ວ ທ້າວ ຕຽນ ສືບຕໍ່ໃຊ້ມີດດວງດຽວກັນແທງ ທ້າວ ຫວດ ອາຍຸ 42 ປີ ເຊິ່ງເປັນນ້ອງຄີງກັບ ທ້າວ ບິກ ທີ່ຜູ້ກ່ຽວແລ່ນເຂົ້າໄປຫ້າມໃນເວລາເກີດເຫດ. ລູກຊາຍ ທ້າວ ຫວດ ຊື່ ທ້າວ ຫງວຽນວັນຫິ້ງ ອາຍຸ 13 ປີ ແລ່ນເຂົ້າໄປເບິ່ງ ເມື່ອເຫັນສະພາບການດັ່ງກ່າວ ຈຶ່ງແລ່ນເຂົ້າລີ້ໃນກ້ອງຂັ້ນໄດ ແຕ່ກໍຖືກ ທ້າວ ຕຽນ ນຳໃຊ້ມີດແທງເສຍຊີວິດ.

ຕາມການບອກກ່າວຂອງຜູ້ຢູ່ໃກ້ຄຽງ ເລົ່າວ່າ: ທ້າວ ຕຽນ ປົກກະຕິແລ້ວເປັນຄົນໃຈດີ, ບໍ່ເຄີຍໂຕ້ຖຽງກັບໃຜມາກ່ອນ, ເມື່ອເຫັນສະພາບທີ່ເກີດຂຶ້ນ ທຸກຄົນບໍ່ເຄີຍຄິດວ່າ: ຜູ້ກ່ຽວຈະກາຍເປັນຄົນແບບນີ້ໄດ້.

ທ້າວ ຄວ້າ (ລູກເຂີຍຂອງ ທ້າວ ຕຽນ) ເລົ່າວ່າ: ທ້າວ ຕຽນ ມີອາການເຈັບຫົວມາເປັນເວລາເກືອບ 10 ມື້ຕິດຕໍ່ກັນ, ກ່ອນໜ້ານັ້ນ ກໍເຫັນຊື້ຢາແກ້ປວດມາກິນ ແຕ່ອາການບໍ່ດີຂຶ້ນ ແລະ ໄລຍະກ່ອນເກີດເຫດ 4-5 ມື້ ຜູ້ກ່ຽວແມ່ນນອນບໍ່ໄດ້.

ຜູ້ໄດ້ຮັບບາດເຈັບທີ່ລອດຊີວິດ

ກ່ອນມື້ເກີດເຫດ, ຕົນເອງ ແລະ ເມຍ ລົມກັນວ່າຈະພາ ທ້າວ ຕຽນ ເຂົ້າໄປໂຮງໝໍທີ່ຮ່າໂນ້ຍ ເພື່ອກວດເບິ່ງພະຍາດທີ່ກ່ຽວຂ້ອງ ແຕ່ເລື່ອງທີ່ບໍ່ຄາດຄິດ ພັດມາເກີດໃນຕອນກາງຄືນມື້ນັ້ນ; ປົກກະຕິແລ້ວ ທ້າວ ຕຽນ ເປັນຄົນນິດໄສດີ, ບໍ່ເຄີຍຮ້າຍດ່າ, ທຸບຕີ ຫຼື ມ້າງເພ ເຄື່ອງຂອງໃນເຮືອນຊານຈັກເທື່ອ (ທ້າວ ຄວ້າ ເລົ່າຕື່ມ).

ຜ່ານການລົງເກັບກຳຂໍ້ມູນຂອງເຈົ້າໜ້າທີ່ຕຳລວດ ທີ່່ເຮືອນຂອງຜູ້ຖືກຫາ ນອກຈາກຈະເກັບໄດ້ເຄື່ອງນຸ່ງຂອງຜູ້ກ່ຽວທີ່ຕິດເປື້ອນເລືອດແລ້ວ ກໍບໍ່ສາມາດເກັບໄດ້ຫຼັກຖານອື່ນອີກ ແລະ ທີ່ສຳຄັນ ຜູ້ກ່ຽວກໍບໍ່ເຄີຍມີປະຫວັດວ່າ ເປັນບຸກຄົນທີ່ຖືກຢັ້ງຢືນວ່າ ເປັນຜູ້ປ່ວຍທາງຈິດນຳອີກ.

ແປ ແລະ ຮຽບຮຽງໂດຍ: ສ.ວົງໄຊ

ຄະດີຕ່າງແດນ – ນສພ ຄວາມສະຫງົບ