ທ່ານ ວິໄຊ ພັນດານຸວົງ ຮອງລັດຖະມົນຕີກະຊວງພາຍໃນ

ກະຊວງພາຍໃນ ສປປ ລາວ ຮ່ວມກັບ ມະຫາວິທະຍາໄລຊົນເຜົ່າພາກກາງ-ພາກໃຕ້ ສປ ຈີນ ໄດ້ຈັດກອງປະຊຸມສໍາມະນາ ພາຍໃຕ້ຫົວຂໍ້ “ ການບໍລິຫານການປ່ຽນແປງກ່ຽວກັບ ການບໍລິຫານຄຸ້ມຄອງລັດ ແລະ ການຄຸ້ມຄອງວຽກງານຊົນເຜົ່າ ລາວ ແລະ ຈີນ ” ໃນລະຫວ່າງວັນທີ 30-31 ຕຸລາ 2018 ທີ່ໂຮງແຮມແລນມາກລີເວີຊາຍ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ວິໄຊ ພັນດານຸວົງ ຮອງລັດຖະມົນຕີກະຊວງພາຍໃນ, ມີຮອງອະທິການບໍດີມະຫາວິທະຍາໄລຊົນເຜົ່າພາກກາງ-ພາກໃຕ້ ສປ ຈີນ ແລະ ພະນັກງານວິຊາການທັງສອງພາກສ່ວນ ເຂົ້າຮ່ວມ.

ທ່ານ ວິໄຊ ພັນດານຸວົງ ກ່າວວ່າ: 

ກອງປະຊຸມສໍາມະນາ

ການສໍາມະນາຄັ້ງນີ້ ເພື່ອເປັນການແລກປ່ຽນດ້ານທິດສະດີ ແລະ ພຶດຕິກໍາການບໍລິຫານປ່ຽນແປງ ໃນການບໍລິຫານຄຸ້ມຄອງລັດ ແລະ ການຄຸ້ມຄອງວຽກງານຊົນເຜົ່າ ລາວ ແລະ ຈີນ, ແນໃສ່ໃຫ້ຜູ້ເຂົ້າຮ່ວມຮັບຮູ້ເຂົ້າໃຈຈະແຈ້ງຕື່ມກ່ຽວກັບສະພາບລວມ, ຈຸດພິເສດ ແລະ ແນວທາງການປ່ຽນແປງໃໝ່ຂອງ ສປປ ລາວ ແລະ ສປ ຈີນ; ໂດຍສະເພາະແມ່ນການບໍລິຫານການປ່ຽນແປງກ່ຽວກັບການບໍລິຫານຄຸ້ມຄອງລັດ, ການຄຸ້ມຄອງລັດຖະກອນ ແລະ ການຄຸ້ມຄອງວຽກງານຊົນເຜົ່າ ເພື່ອເປັນບ່ອນອີງໃຫ້ແກ່ນັກຄົ້ນຄວ້າ, ຄູ-ອາຈານ ແລະ ພະນັກງານ-ລັດຖະກອນ ນໍາໄປໝູນໃຊ້ເຂົ້າໃນການຄົ້ນຄວ້າວຽກງານຕົວຈິງ ບໍ່ວ່າຈະເປັນທາງດ້ານທິດສະດີ ແລະ ພຶດຕິກໍາ ເພື່ອໃຫ້ເຂົ້າສູ່ລະບົບ, ເປັນເອກະພາບກັນຫຼາຍຂຶ້ນ, ຮັບປະກັນໃຫ້ສອດຄ່ອງກັບແນວທາງນະໂຍບາຍ ແລະ ລະບຽບກົດໝາຍ.

ວຽກງານ ຊົນເຜົ່າ ລາວ – ຈີນ

ພາຍຫຼັງສໍາເລັດກອງປະຊຸມຄັ້ງນີ້ ທັງສອງຝ່າຍຈະໄດ້ສືບຕໍ່ປຶກສາຫາລືແຜນການຮ່ວມມືທາງດ້ານວິຊາການ ໃນການຄົ້ນຄ້ວາວຽກງານການປົກຄອງ, ການກໍ່ສ້າງຍາວນານ, ການຝຶກອົບຮົມ ແລະ ການແລກປ່ຽນການສໍາມະນາວິທະຍາສາດ.