ຂ່າວຕ່າງປະເທດລາຍງານ ໃນວັນທີ 5 ພະຈິກນີ້ ວ່າ: ເກີດເຫດແຜ່ນດິນໄຫວຂະໜາດ 5,9 ຣິກເຕີ ນອກແຄມຝັ່ງເກາະຮັອກໄກໂດ ທາງພາກເໜືອຂອງປະເທດຍີ່ປຸ່ນ ໂດຍມີສູນກາງແຜ່ນດິນໄຫວເລິກພຽງ 8 ກິໂລແມັດ.

ເວັບໄຊສຳນັກງານສຳຫຼວດທໍລະນີວິທະຍາ ສະຫະລັດ ອາເມລິກາ (USGS) ລາຍງານວ່າ: ແຜ່ນດິນໄຫວເກີດຂຶ້ນເວລາ 00:26 ໂມງ ຂອງວັນທີ 5 ພະຈິກ ຕາມເວລາຂອງຍີ່ປຸ່ນ, ແຜ່ນດິນໄຫວຢູ່ຫ່າງຈາກເມືອງຊິເບດສືຂອງຮັອກໄກໂດ ໄປປະມານ 107 ກິໂລແມັດ, ມີຄວາມເປັນໄປໄດ້ນ້ອຍທີ່ຈະເກີດຄວາມເສຍຫາຍດ້ານຊີວິດ ແລະ ຊັບສິນ; ໂດຍກ່ອນໜ້ານີ້ປະມານ 6 ຊົ່ວໂມງ ແມ່ນໄດ້ເກີດແຜ່ນດິນໄຫວຂະໜາດ 4,7 ຣິກເຕີ ຢູ່ເລິກ 104,9 ກິໂລແມັດ ຫ່າງອອກໄປທາງທິດຕາເວັນອອກຂອງເມືອງຮາໂກດະເຕະ ຢູ່ເກາະດຽວກັນປະມານ 61 ກິໂລແມັດ.

         ເກາະຮັອກໄກໂດ ຫາກໍເກີດແຜ່ນດິນໄຫວຂະນາດ 6,6 ຣິກເຕີ ໃນເດືອນກັນຍາ ເຮັດໃຫ້ເກີດດິນເຈື່ອນ, ບ້ານເຮືອນເປ່ເພ ແລະ ມີຜູ້ເສຍຊີວິດຫຼາຍກວ່າ 40 ຄົນ.