ການຫຼິ້ນກິລາບານສົ່ງ

ກິລາບານສົ່ງ ໃຫ້ປະໂຫຍດດ້ານຄຸນນະພາບຫຼາຍກວ່າ ການໄດ້ອອກກຳລັງກາຍທົ່ວໄປ ທັງຊ່ວຍເຜົາຜານໄຂມັນ, ຝຶກຄວາມເຂັ້ມແຂງຂອງຮ່າງກາຍ, ກ້າມຊີ້ນ ແລະ ປະໂຫຍດອື່ນໆອີກຫຼາຍຢ່າງ. ສະນັ້ນ, ເຮົາມາເບິ່ງວ່າປະໂຫຍດຂອງກິລາປະເພດນີ້ ມີຫຍັງແດ່.

         1. ເຜົນຜານໄຂມັນ ແລະ ກາລໍຣີ: ບານສົ່ງເປັນກິລາທີ່ຊ່ວຍຫຼຸດນ້ຳໜັກໄດ້ດີ ເພາະຈາກການລາຍງານຂອງຄະນະແພດ ມະຫາວິທະຍາໄລຮາວາດ, ເຮັດໃຫ້ເຮົາຮູ້ວ່າ ພຽງການຫຼິ້ນບານສົ່ງແບບເບົາໆ ປະມານເຄິ່ງຊົ່ວໂມງ ຫຼື ໃນເຄິ່ງທຳອິດຂອງເກມ ຮ່າງການກໍຈະເຜົາຜານກາລໍຣີ ໄດ້ປະມານ 90-133 ກິໂລກາລໍຣີ (ແລ້ວແຕ່ນ້ຳໜັກຂອງບຸກຄົນ) ແຕ່ຫາກຫຼິ້ນບານສົ່ງແບບແຂ່ງຂັນຈິງຈັງ ຮ່າງກາຍຈະເຜົາຜານໄຂມັນໄດ້ປະມານ 120-178 ກິໂລກາລໍຣີ ແລະ ຖ້າຫາກຫຼິ້ນບານສົ່ງຊາຍຫາດຈົນຈົບເກມ (ປະມານ 1 ຊົ່ວໂມງຕໍ່ເນື່ອງ) ກໍຈະຍິ່ງເຜົາຜານໄຂມັນໄດ້ຫຼາຍຂຶ້ນອີກ ປະມານ 480 ກິໂລກາລໍຣີ.

         2. ຊ່ວຍໃຫ້ກ້າມຊີ້ນ ແລະ ຮ່າງກາຍແຂງແຮງສົມບູນ: ກິລາບານສົ່ງ ຈັດເປັນການອອກກໍາລັງກາຍແບບແອໂຣບິກ ທີ່ບໍ່ພຽງແຕ່ຊ່ວຍກະຕຸ້ນການເຮັດວຽກຂອງລະບົບຫົວໃຈ ແລະ ຫຼອດເລືອດເທົ່ານັ້ນ ແຕ່ການເຄື່ອນໄຫວຮ່າງກາຍດ້ວຍການຫຼິ້ນບານສົ່ງ ຍັງຊ່ວຍໃຫ້ກ້າມຊີ້ນສ່ວນເທິງ ຕັ້ງແຕ່ບ່າໄລ່, ແຂນ, ລຳຕົວ ລວມໄປເຖິງກ້າມຊີ້ນສ່ວນຕ່າງໆ ແຂງແຮງໄປພ້ອມໆກັນ.

ຫຼິ້ນກິລາອອກກຳລັງກາຍ

         3. ດີຕໍ່ໃຈ: ແນ່ນອນວ່າ ການເຄື່ອນໄຫວຮ່າງກາຍ ບໍ່ວ່າຈະຢູ່ໃນຮູບແບບໃດ ກໍເຮັດໃຫ້ຫົວໃຈເຕັ້ນແຮງຂຶ້ນ, ອັດຕາການລຳລຽງເລືອດດີຂຶ້ນ ໂດຍສະເພາະການຫຼິ້ນກິລາບານສົ່ງເປັນປະຈຳ ກໍຈະເຮັດໃຫ້ການໄຫຼວຽນເລືອດໃນຮ່າງກາຍດີຂຶ້ນຫຼາຍກວ່າເກົ່າ ແລະ ສຸຂະພາບໂດຍລວມກໍຈະດີຂຶ້ນຕາມມາ.

         4. ເພີ່ມຄວາມແຂງແຮງໃຫ້ກ້າມຊີ້ນ: ບານສົ່ງເປັນກິລາທີ່ຕ້ອງໃຊ້ຮ່າງກາຍທຸກພາກສ່ວນ ໂດຍສະເພາະຮ່າງກາຍສ່ວນເທິງ ລ້ວນແຕ່ຕ້ອງໃຊ້ແຮງຈາກກ້າມຊີ້ນໜ້າເອິກ, ແຂນ, ບ່າໄລ່ ໃນການຕີບານ ພ້ອມນັ້ນກ້າມຊີ້ຕົ້ນຂາຕະຫຼອດຮອດຂໍ້ຕີນ ກໍຕ້ອງໃຊ້ແຮງຈາກກ້າມຊີ້ນເຊັ່ນກັນ. ດັ່ງນັ້ນ, ນີ້ຈຶ່ງເປັນກິລາອີກຊະນິດໜຶ່ງທີ່ເພີ່ມໂອກາດໃນການສ້າງຄວາມແຂງແຮງຂອງກ້າມຊີ້ນ ຕັ້ງແຕ່ເຖິງລົງລຸ່ມ.

         5. ພັດທະນາລະບົບປະສາດເຊື່ອມໂຍງຂອງຮ່າງກາຍ: ການຈະຫຼິ້ນບານສົ່ງໃຫ້ດີ ຕາຕ້ອງໄວ, ມືເຊັ່ນກັນ ເພາະທຸກອະໄວຍະວະຂອງຮ່າງກາຍຈະຖືກໃຊ້ງານພ້ອມໆກັນ. ສະນັ້ນ, ລະບົບປະສາດເຊື່ອມໂຍງຈະຖືກກະຕຸ້ນໃຫ້ເຮັດວຽກຫຼາຍຂຶ້ນ ເປັນການພັດທະນາຄວາມສາມາດຂອງລະບົບປະສາດເຊື່ອມໂຍງ ແລະ ລະບົບປະສາດສຳຜັດ ທີ່ສົ່ງຜົນດີຕໍ່ການເຊື່ອງໂຍງລະບົບກ້າມຊີ້ນ ນຳອີກ.

ຝຶກແອບອອກກຳລັງກາຍເປັນປະຈຳ

         6. ຊ່ວຍພັດທະນາລະບົບຄວາມຄິດ: ບານສົ່ງເປັນກິລາທີ່ມີການນັບແຕ້ມໄວຫຼາຍ. ດັ່ງນັ້ນ, ການວາງແຜນໃນການຫຼິ້ນ ຈຶ່ງມີຄວາມຈຳເປັນຢ່າງຫຼາຍ ໂດຍສະເພາະການໃຊ້ໄຫວພິກໃນການແກ້ບັນຫາສະເພາະໜ້າ; ເຊິ່ງຖ້າຫາກເຮົາຝຶກຫຼິ້ນປະຈໍຳ ໄຫວພິກໃນການເດີນເກມເພື່ອເອົາຊະນະຄູ່ແຂ່ງ ກໍຈະຖືກພັດທະນາໄປເລື້ອຍໆ, ໄດ້ໃຊ້ຄວາມຄິດໃນການວິເຄາະ ແລະ ວາງແຜນຢ່າງມີລະບົບຫຼາຍຂຶ້ນໂດຍອັດຕະໂນມັດ.

         7. ເພີ່ມສັກກະຍະພາບໃນການອອກກໍາລັງກາຍ: ຜົນການສຶກສາຈາກ Well Source’s Aerobic Mile Chart ເຜີຍຂໍ້ມູນວ່າ ພຽງແຕ່ເຮົາຫຼິ້ນກິລາບານສົ່ງ ປະມານ 12 ນາທີ ໂດຍເຄື່ອນໄຫວຮ່າງກາຍຢູ່ຕະຫຼອດເວລາ ກໍຈະໃຊ້ແຮງເທົ່າກັບການຫຼິ້ນເບົາໆ ( Joking ) 1,6 ກິໂລແມັດ.

         8. ເພີ່ມຄວາມຄ່ອງແຄ້ວ: ນອກຈາກກິລາປະເພດນີ້ ຈະຊ່ວຍກະຕຸ້ນການເຮັດວຽກຂອງລະບົບເຜົາຜານໄດ້ເປັນຢ່າງດີແລ້ວ ກໍຍັງຊ່ວຍເພີ່ມຄວາມຄ່ອງແຄ້ວໃຫ້ກັບລະບົບການເຄື່ອນໄຫວຂອງຮ່າງກາຍເຮົານຳອີກ ພ້ອມບັງຊ່ວຍເພີ່ມປະສິດທິພາບໂດຍລວມຂອງຮ່າງກາຍໄດ້ດີ.

ການອອກກຳລັງກາຍ ເຮັດໃຫ້ສຸຂະພາບແຂງແຮງ

9. ຊ່ວຍຜ່ອນຄາຍ: ການໄດ້ອອກແຮງ, ໄດ້ເຄື່ອນໄຫວຮ່າງກາຍ ຈະເຮັດໃຫ້ສານແຫ່ງຄວາມສຸກ ຫຼື ອະດຣີນາລິນ ຫຼັ່ງອອກມາ ແລະ ກິລາບານສົ່ງກໍເປັນການຫຼິ້ນເປັນທີມ ຄວາມສຸກໃນເກມຈຶ່ງມີຫຼາຍກວ່າການອອກກຳລັງກາຍຄົນດຽວ ພ້ອມທັງໃຫ້ຄວາມເພິດເພີນເຊັ່ນກັນ.         

10. ເຊື່ອມສຳພັນກັບຄົນຮອບຂ້າງ: ການວາງແຜນເກມການຫຼິ້ນ ແລະ ຄວາມສາມັກຄີຂອງທີມຈະເກີດຂຶ້ນໃນລະຫວ່າງທີ່ຫຼິ້ນກິລາແນ່ນອນ. ດັ່ງນັ້ນ, ໃຜທີ່ບໍ່ມັກອອກກຳລັງກາຍຄົນດຽວ ຫຼື ພໍຢູ່ຄົນດຽວແລ້ວບໍ່ມີແຮງບານດານໃຈໃນການອອກອຳລັງກາຍ ກໍອອກໄປຫຼິ້ນກິລາບານສົ່ງ ຈະເປັນການດີແນ່ນອນ.