ເປັນປະທານໂດຍ ພັອ ປອ ວົງເຊໂດນ ພັນທະແກ້ວ - ທ່ານ ຫວັງກຸ່ຍສຽງ

ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ຮ່ວມກັບ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປ ຈີນ ເປີດຊຸດຝຶກອົບຮົມວຽກງານສືບສວນ-ສອບສວນ ຄະດີອາຍາ ໃຫ້ ກໍາລັງປ້ອງກັນຄວາມສະຫງົບ ສປປ ລາວ ທົ່ວປະເທດ ຢູ່ທີ່ ວິທະຍາຄານຕໍາຫຼວດປະຊາຊົນ (ວຕປ) ໃນວັນທີ 20 ພະຈິກ 2018, ເປັນປະທານໂດຍ ພັອ ປອ ວົງເຊໂດນ ພັນທະແກ້ວ ຮອງອໍານວຍການວິທະຍາຄານຕໍາຫຼວດປະຊາຊົນ ແລະ ທ່ານ ຫວັງກຸ່ຍສຽງ ຮອງຫົວໜ້າສະຖາບັນວິທະຍາສາດ ສປ ຈີນ, ມີຄະນະຮັບຜິດຊອບຊຸດຝຶກອົບຮົມ, ຄູ-ອາຈານ ແລະ ນັກສໍາມະນາກອນ ເຂົ້າຮ່ວມ.

ພັອ ປອ ວົງເຊໂດນ ພັນທະແກ້ວ ກ່າວວ່າ:

ການຝຶກອົບຮົມຄັ້ງນີ້ ໃຊ້ເວລາ 15 ວັນ, ມີນັກສໍາມະນາກອນທັງໝົດ 55 ສະຫາຍ ຍິງ 1 ສະຫາຍ ເພື່ອປະຕິບັດຕາມບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ເພີມທະວີການຮ່ວມມືສ້າງຂີດຄວາມສາມາດໃນການປະຕິບັດກົດໝາຍລະຫວ່າງ ສອງກະຊວງ ທີ່ໄດ້ລົງນາມຮ່ວມກັນ ໃນວັນທີ 14 ພຶດສະພາ 2018 ທີ່ນະຄອນຫຼວງວຽງຈັນ, ປະຕິບັດຕາມຂໍ້ຕົກລົງ ສະບັບເລກທີ 32 32/ກມປສ ລົງວັນທີ 26 ຕຸລາ 2018 ວ່າດ້ວຍ ການອະນຸຍາດເປີດຊຸດຝຶກອົບຮົມວຽກງານສືບ ສວນ-ສອບສວນ ຄະດີອາຍາ ໃຫ້ແກ່ນາຍຕໍາຫຼວດຂອງ ກະຊວງ ປກສ ປະຈໍາປີ 2018 ແລະ ປະຕິບັດຕາມແຜນການຝຶກອົບຮົມວຽກງານສືບສວນ-ສອບສວນ ຄະດີອາຍາ ສະບັບລົງວັນທີ 26 ຕຸລາ 2018, ເພື່ອຜັນຂະຫຍາຍເນື້ອໃນຈິດໃຈດັ່ງກ່າວ ໃຫ້ເກີດດອກອອກຜົນ ແລະ ສືບຕໍ່ພົວພັນຮ່ວມມືຫຼາຍດ້ານລະຫວ່າງ ສອງກະຊວງ; ການຈັດຕັ້ງຝຶກອົບຮົມຄັ້ງນີ້ ກໍແມ່ນໜຶ່ງໃນແຜນການຮ່ວມມືຂອງ ສອງກະຊວງ ເຊິ່ງເປັນຄັ້ງທໍາອິດທີ່ໄດ້ຈັດຕັ້ງຝຶກອົບຮົມວຽກງານສືບສວນ-ສອບສວນ ຄະດີອາຍາ ຂຶ້ນຢູ່ ສປປ ລາວ.

ວຽກງານສືບສວນ – ສອບສວນ ຄະດີອາຍາ

ໃນການຝຶກອົບຮົມ, ນັກສໍາມະນາກອນ ຈະໄດ້ຮຽນຮູ້ກ່ຽວກັບ ທິດສະດີພື້ນຖານເຕັກນິກການສືບສວນ-ສອບສວນ ຄະດີອາຍາ, ແນະນໍາວິທີການ ແລະ ເຕັກນິກອັນໃໝ່ຂອງ ກະຊວງປ້ອງກັນຄວາມສະຫງົບ ຈີນ, ທິດສະດີເຕັກນິກ ໃນການຊັນນະສູດສະຖານທີ່ເກີດເຫດຄະດີອາຍາ ແລະ ການຮຽນຮູ້ຈາກຄະດີຕົວຢ່າງ, ທິດສະດີເຕັກນິກການຊັນນະສູດຄະດີວາງເພີງ ແລະ ການຮຽນຮູ້ຄະດີຕົວຢ່າງ, ສົນທະນາປຶກສາຫາລືກ່ຽວກັບ ຄະດີຕົວຈິງ, ແນະນໍາການມ້າງລາຍຄະດີທີ່ແກ່ຍາວ, ທິດສະດີເຕັກນິກການຊັນນະສູດຄະດີວາງລະເບີດ ແລະ ການຮຽນຮູ້ຈາກຄະດີຕົວຢ່າງ, ເຕັກນິກນໍາໃຊ້ DNA ໃນການສືບສວນ-ສອບສວນ ຄະດີອາຍາ, ເຕັກນິກໃນການກວດກາລາຍນິ້ວມື, ຮຽນຮູ້ກ່ຽວກັບ ຈິນຕະນາການແບບໃໝ່ທາງດ້ານການປູກສໍານຶກຂອງການດໍາລົງຊີວິດ, ທິດສະດີເຕັກນິກໃນການພິສູດລູກປືນ ແລະ ການຮຽນຮູ້ຈາກຄະດີຕົວຢ່າງ, ທິດສະດີເຕັກນິກການກວດສອບຢາເສບຕິດ ແລະ ການຮຽນຮູ້ຄະດີຕົວຢ່າງ, ຮຽນຮູ້ກ່ຽວກັບການດໍາເນີນວຽກງານຕົວຈິງ ໃນຫ້ອງທົດລອງ ເພື່ອກວດກາຫາທາດເບື່ອ ຫຼື ວ່າ ຢາພິດ ແລະ ຮຽນຮູ້ຕົວຈິງກ່ຽວກັບ ການກວດກາໃນການເກັບກໍາ, CCFGC-MS, LC-MS ແລະ ອື່ນໆກ່ຽວກັບຢາເສບຕິດແບບເກົ່າ ແລະ ແບບໃໝ່ຢູ່ໃນຫ້ອງທົດລອງ.

ຮ່ວມມືຝຶກອົບຮົມ ລາວ-ຈີນ

ໃນຕອນທ້າຍ, ທ່ານຮອງອຳນວຍການ ວຕປ ໄດ້ຮຽກຮ້ອງໃຫ້ ນັກສຳມະນາກອນ ຈົ່ງເອົາໃຈໃສ່ຕັ້ງໃຈຟັງ, ຈົດກ່າຍບົດຮຽນ, ກ້າຖາມ-ກ້າຕອບຄູ-ອາຈານ ເພື່ອຍາດແຍ່ງເອົາບົດຮຽນ, ປະສົບການຈາກອາຈານ ເພື່ອໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະຕົວຈິງຢູ່ໃນກົມກອງຂອງໃຜລາວ; ພ້ອມນີ້, ກໍຕ້ອງປະຕິບັດລະບຽບວິໄນຂອງກໍາລັງ ກໍຄືລະບຽບຂອງສະຖາບັນ ໂດຍສະເພາະແມ່ນການປະຕິບັດໂມງເວລາ, ການນຸ່ງຖື, ການໄປ-ມາ, ເຂົ້າ-ອອກຄ້າຍ  ໃຫ້ມີການຄອບລາເມື່ອມີຄວາມຈໍາເປັນສຸດວິໄສ.