ລາວ-ຈີນ ພົບປະແລກປ່ຽນວຽກງານປິ່ນປົວ ຜູ້ຕິດຢາເສບຕິດ

0
1312

ວັນທີ 23 ພະຈິກ 2018, ຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ໄດ້ຕ້ອນຮັບການ ມາຢ້ຽມຢາມພົບປະແລກປ່ຽນວຽກງານປິ່ນປົວ ຜູ້ຕິດຢາເສບຕິດ ຂອງ ຄະນະຜູ້ແທນ ຈາກສູນປິ່ນປົວ ແລະ ຟື້ນຟູສຸຂະພາບ ຜູ້ຕິດຢາເສບຕິດ ນະຄອນຄຸນໝິງ ແຂວງຢູນນານ ສປ ຈີນ, ເພື່ອແນໃສ່ພັດທະນາປັບປຸງຍົກລະດັບຄຸນນະພາບວຽກງານປິ່ນປົວ ຜູ້ຕິດຢາເສບຕິດ ຂອງສອງຝ່າຍ ໃຫ້ໄດ້ຮັບຜົນດີຂຶ້ນເລື້ອຍໆ.

ຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ຝ່າຍລາວ

ຝ່າຍລາວນໍາໂດຍ ພັອ ອ່ອນຜິວ ໂຄ້ງວຽງທອງ ຫົວໜ້າຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ແລະ ຝ່າຍຈີນນໍາໂດຍ ທ່ານ ກົວຫຼິງ ຮອງຫົວໜ້າສູນປິ່ນປົວ ແລະ ຟື້ນຟູສຸຂະພາບ ຜູ້ຕິດຢາເສບຕິດ ນະຄອນຄຸນໝິງ ແຂວງຢູນນານ ສປ ຈີນ ພ້ອມດ້ວຍຄະນະທັງສອງຝ່າຍ ເຂົ້າຮ່ວມ.

ຄະນະຜູ້ແທນ ຈາກສູນປິ່ນປົວ ແລະ ຟື້ນຟູສຸຂະພາບ ຜູ້ຕິດຢາເສບຕິດ
ນະຄອນຄຸນໝິງ ແຂວງຢູນນານ ສປ ຈີນ

ການພົບປະຄັ້ງນີ້, ທັງສອງຝ່າຍ ໄດ້ລາຍງານສະພາບການເຄື່ອນໄຫວວຽກງານວິຊາສະເພາະໃຫ້ກັນຊາບ ເປັນຕົ້ນແມ່ນ ສະພາບການຊົມໃຊ້ສານເສບຕິດປະເພດຕ່າງໆ, ສະພາບການປິ່ນປົວ, ຟື້ນຟູສຸຂະພາບ ຜູ້ຕິດຢາເສບຕິດ ຢູ່ສູນປິ່ນປົວຜູ້ຕິດຢາເສບຕິດ, ແລກປ່ຽນຄວາມຄິດຄວາມເຫັນນໍາກັນ, ການຖອດຖອນບົດຮຽນນໍາກັນ ແລະ ການປືກສາຫາລືແນວທາງການຮ່ວມມືກັນຂອງສອງປະເທດ ລາວ-ຈີນ ໃນຕໍ່ໜ້າ ໃນການພັດທະນາ, ປັບປຸງຍົກລະດັບຄຸນນະພາບວຽກງານປິ່ນປົວ ຜູ້ຕິດຢາເສບຕິດ ໃຫ້ໄດ້ຮັບຜົນດີຂຶ້ນເລື້ອຍໆ.