ຄະນະຜູ້ແທນ ກົມໃຫຍ່ສັນຕິບານ ກະຊວງ ປກສ ແຫ່ງ ສປປ ລາວ ແລະ ອົງການຜູ້ຕາງໜ້າ CV5 ກະຊວງຕຳຫຼວດ ແຫ່ງ ສສ ຫວຽດນາມ

ຄະນະຜູ້ແທນ ກົມໃຫຍ່ສັນຕິບານ ກະຊວງ ປກສ ແຫ່ງ ສປປ ລາວ ແລະ ອົງການຜູ້ຕາງໜ້າ CV5 ກະຊວງຕຳຫຼວດ ແຫ່ງ ສສ ຫວຽດນາມ ເຮັດວຽກຢູ່ ກອງບັນຊາການ ປກສ ແຂວງສະຫວັນນະເຂດ, ເຊິ່ງນຳພາໂດຍ ພັອ ໄພວັນ ແມນວິໄລ ຫົວໜ້າຫ້ອງ 210 ແລະ ພັທ ເລດຶກແທງ ຮອງອົງການຜູ້ຕາງໜ້າ CV5 ພ້ອມ ດ້ວຍຄະນະ ແລະ ໃຫ້ກຽດຕ້ອນຮັບໂດຍ ພັທ ລຳຄູນ ວໍລະວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ, ມີຫົວໜ້າຫ້ອງ, ຮອງຫ້ອງ ແລະ ພາກສ່ວນທີ່ກ່ຽວຂອງ ເຂົ້າຮ່ວມ.

ພັທ ລຳຄູນ ວໍລະວົງ ໄດ້ລາຍງາຍສະພາບລວມໂດຍຫຍໍ້ ກ່ຽວກັບ

ຈຸດພິເສດ, ທີ່ຕັ້ງຂອງແຂວງ, ວຽກງານທີ່ພົວພັນເຖິງດ່ານເສດຖະກິດ, ດ້ານການເມືອງ ແລະ ວັດທະນະທຳ-ສັງຄົມ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍຂອງສັງຄົມ ທີ່ພົວພັນເຖິງຄວາມສະຫງົບຂອງສອງປະເທດ ແລະ ສະພາບຊາວຫວຽດນາມ ທີ່ລະເມີດລະບຽບກົດໝາຍຢູ່ທ້ອງຖິ່ນ.

ພັທ ລຳຄູນ ວໍລະວົງ

ນອກນັ້ນ, ຍັງມີວຽກງານຂໍ້ມູນຂ່າວສານກ່ຽວກັບ ອົງການ NGO ທີ່ບໍ່ຂຶ້ນກັບລັດຖະບານ ແລະ ວຽກງານພົວພັນຮ່ວມມືກັບ ບັນດາກອງບັນຊາການຕຳຫຼວດແຂວງທ້ອງຖິ່ນ ແຫ່ງ ສສ ຫວຽດນາມ.

ຮອງຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ

ຈາກນັ້ນ, ບັນດາຫ້ອງທີ່ກ່ຽວຂອງໄດ້ປະກອບຄຳຄິດຄຳເຫັນ ການຮ່ວມມືກັນແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆ ທີ່ພົວພັນເຖິງຄວາມບໍ່ສະຫງົບ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍຂອງທັງສອງປະເທດຢູ່ລຽບຕາມຊາຍແດນ, ການເພີ່ມທະວີຮັດແໜ້ນສາຍພົວພັນແລກປ່ຽນບົດຮຽນປະສານສົມທົບແລກປ່ຽນຂໍ້ມູນຂ່າວສານ, ເພີ່ມທະວີວຽກງານໂຄສະນາສຶກສາອົບຮົມໃຫ້ພົນລະເມືອງຂອງປະເທດທີ່ຢູ່ລຽບຕາມຊາຍແດນ ໃຫ້ເຄົາລົບປະຕິບັດລະບຽບກົດໝາຍ ແລະ ຮີດຄອງປະເພນີຂອງແຕ່ລະປະເທດໃຫ້ເລິກເຊິ່ງ ໂດຍສະເພາະການປະຕິບັດການເຂົ້າ-ອອກເມືອງ ໃຫ້ຖືກຕ້ອງຕາມລະບຽບກົດໝາຍຂອງສອງປະເທດ ທີ່ໄດ້ກຳນົດໄວ້ຢ່າງເຂັ້ມງວດ.