ກອງປະຊຸມວ່າດ້ວຍ ການຮ່ວມມືເພື່ອຄວບຄຸມຢາເສບຕິດ ຄັ້ງທີ 17

ຕິດພັນຢ່າງຈິງຈັງກັບ ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ເພື່ອຄວບຄຸມຢາເສບຕິດ ແລະ ຍາດແຍ່ງເອົາການຊ່ວຍເຫຼືອໃຫ້ແກ່ 3 ປະເທດ ( ສປປ ລາວ, ຫວຽດນາມ ແລະ ກໍາປູເຈຍ )

0
1817
ພາຍໃຕ້ການເປັນປະທານຮ່ວມໂດຍ ພົຕ ປອ ສົມຫວັງ ທຳມະສິດ, ພົທ ເລກຸຍເຫວືອງ ແລະ ພົອ ຈູນ ໂຊນັນ

ໃນລະຫວ່າງວັນທີ 5-8 ທັນວາ 2018, ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ເປັນເຈົ້າພາບຈັດກອງປະຊຸມສອງຝາຍ/ສາມຝ່າຍ ລະດັບລັດຖະມົນຕີ ວ່າດ້ວຍ ການຮ່ວມມືເພື່ອຄວບຄຸມຢາເສບຕິດ ຄັ້ງທີ 17 ລະຫວ່າງ ສປປ ລາວ, ຫວຽດນາມ ແລະ ກໍາປູເຈຍ ທີ່ນະຄອນຫຼວງວຽງຈັນ.

ສປປ ລາວ, ຫວຽດນາມ ແລະ ກໍາປູເຈຍ

ກອງປະຊຸມພາຍໃຕ້ການເປັນປະທານຮ່ວມໂດຍ ພົຕ ປອ ສົມຫວັງ ທຳມະສິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ທັງເປັນຫົວໜ້າຄະນະຜູ້ຊີ້ນຳວຽກງານກວດກາ ແລະ ຄວບຄຸມຢາເສດຕິດ, ພົທ ເລກຸຍເຫວືອງ ຮອງລັດຖະມົນຕີກະຊວງຕໍາຫຼວດ ສສ ຫວຽດນາມ ແລະ ພົອ ຈູນ ໂຊນັນ ຮອງປະທານຄະນະກໍາມະການແຫ່ງຊາດ ເພື່ອຕໍ່ຕ້ານຢາເສບຕິດແຫ່ງ ຣາຊາອານາຈັກກໍາປູເຈຍ, ໂດຍມີຄະນະຜູ້ແທນທັງສາມຝ່າຍ ເຂົ້າຮ່ວມ.

ພົຕ ປອ ສົມຫວັງ ທຳມະສິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ

ກອງປະຊຸມ ໄດ້ທົບທວນ, ສັງເກດ ແລະ ຕີລາຄາຄືນ ໃນການປະຕິບັດບົດບັນທຶກສອງ/ສາມຝ່າຍ ໃນຄັ້ງທີ່ຜ່ານມາ ແລະ ພ້ອມກັນປຶກສາຫາລືບາງບັນຫາທີ່ສໍາຄັນໃນການແກ້ໄຂບັນຫາຢາເສບຕິດ ເປັນຕົ້ນແມ່ນ ສຸມທຸກຄວາມພະຍາຍາມຮ່ວມກັນ ເພື່ອປະຕິບັດເປົ້າໝາຍຄວາມໝັ້ນຄົງຊຸມຊົນອາຊຽນຕ້ານຢາເສດຕິດ 2016-2025; ເພີ່ມທະວີການຮ່ວມມືກັບບັນດາປະເທດອາຊຽນ ໂດຍຕິດພັນຢ່າງຈິງຈັງກັບ ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ເພື່ອຄວບຄຸມຢາເສບຕິດ ແລະ ຍາດແຍ່ງເອົາການຊ່ວຍເຫຼືອໃຫ້ແກ່ 3 ປະເທດ ( ສປປ ລາວ, ຫວຽດນາມ ແລະ ກໍາປູເຈຍ ); ຮ່ວມກັນຢ່າງເອົາຈິງເອົາຈັງຕໍ່ບົດບັນທຶກຄວາມເຂົ້າໃຈວ່າດ້ວຍ ການຮ່ວມມືເພື່ອຄວບຄຸມຢາເສບຕິດ ປີ 1993 ( MOU 1993 ) ເພື່ອປະຕິບັດຕາມແຜນປະຕິບັດການ 10 ( SAP 10 ) ໂດຍເນັ້ນໜັກໃສ່ການຮ່ວມມືໃນດ້ານທີ່ເປັນບູລະສິດ ເຊັ່ນ: ການບໍາບັດຜູ້ຕິດຢາເສບຕິດ ແລະ ສຸຂະພາບ, ການຮ່ວມມືປະຕິບັດມາດຕະການທາງດ້ານກົດໝາຍ, ການຮ່ວມມືທາງດ້ານຍຸຕິທໍາ ແລະ ການພັດທະນາທາງເລືອກທີ່ຍືນຍົງ.

ໃນລະຫວ່າງວັນທີ 5-8 ທັນວາ 2018

ພ້ອມດຽວກັນນີ້, ກອງປະຊຸມຍັງຈະໄດ້ຈັດບູລະສິດໃນການຈັດຕັ້ງປະຕິບັດມາດຕະການ ທີ່ມີປະສິດທິຜົນ, ສະກັດກັ້ນການລັກລອບຄ້າຂາຍຢາເສບຕິດທີ່ຜິດກົດໝາຍຂ້າມຊາຍແດນ ເພື່ອປ້ອງກັນການລັກລອບຄ້າຂາຍຢາເສບຕິດທັງທາງບົກ, ທາງນໍ້າ ແລະ ທາງອາກາດ; ເສີມຂະຫຍາຍຄຸນນະພາບ ແລະ ປະສິດທິຜົນດ້ານການແລກປ່ຽນຂໍ້ມູນຂ່າວສານ, ແລກປ່ຽນການຢ້ຽມຢາມເຊິ່ງກັນແລະກັນ, ສະໜັບສະໜູນການຝຶກອົບຮົມ ເພື່ອຍົກລະດັບຂີດຄວາມສາມາດໃຫ້ເຈົ້າໜ້າທີ່ກວດກາ ແລະ ຄວບຄຸມຢາເສບຕິດ.

ເສີມຂະຫຍາຍຄຸນນະພາບ ແລະ ປະສິດທິຜົນດ້ານການແລກປ່ຽນຂໍ້ມູນຂ່າວສານ

ນອກນັ້ນ, ທຸກຝ່າຍຍັງເຊື່ອໝັ້ນວ່າ ກອງປະຊຸມສອງ/ສາມຝ່າຍ ລະດັບລັດຖະມົນຕີວ່າດ້ວຍ ການຮ່ວມມືເພື່ອຄວບຄຸມຢາເສບຕິດ ຄັ້ງນີ້ ຈະສືບຕໍ່ສົ່ງເສີມ ແລະ ເພີ່ມທະວີການຮ່ວມມືລະຫວ່າງ 3 ປະເທດ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ ແລະ ເປັນການປະກອບສ່ວນອັນສໍາຄັນເຂົ້າໃນການຮ່ວມມືໃນພາກພື້ນ ແລະ ສາກົນ.

ເພີ່ມທະວີການຮ່ວມມືລະຫວ່າງ 3 ປະເທດ