ປາຖະກະຖາໂດຍ ພັອ ຄໍາເກຶ່ອງ ຜິວວັນນາ ຮອງຫົວໜ້າກອງບັນຊາການປ້ອງກັນສູນກາງ

ກອງບັນຊາການປ້ອງກັນສູນກາງ ກະຊວງ ປກສ ໄດ້ຈັດພິທີປາຖະກະຖາມູນເຊື້ອ ວັນສະຖາປະນາ ສປປ ລາວ ຄົບຮອບ 43 ປີ ( 2 ທັນວາ 1975-2 ທັນວາ 2018 ), ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 98 ປີ ( 13 ທັນວາ 1920-13 ທັນວາ 2018 ) ໃນວັນທີ 6 ທັນວາ 2018, ປາຖະກະຖາໂດຍ ພັອ ຄໍາເກຶ່ອງ ຜິວວັນນາ ຮອງຫົວໜ້າກອງບັນຊາການປ້ອງກັນສູນກາງ, ມີຄະນະພັກ-ຄະນະຫ້ອງ, ກອງຮ້ອຍ ແລະ ພະນັກງານຫຼັກແຫຼ່ງພາຍໃນ ກອງບັນຊາການ ເຂົ້າຮ່ວມ.

ພັອ ຄໍາເກື່ອງ ຜິວວັນນາ ປາຖະກະຖາ: 

ກອງບັນຊາການປ້ອງກັນສູນກາງ ກະຊວງ ປກສ

ຊາດລາວແມ່ນຊາດໜຶ່ງທີ່ມີປະຫວັດສາດຫຼາຍຮ້ອຍຫຼາຍພັນປີ, ມີມູນເຊື້ອທີ່ສະຫງ່າອົງອາດແຫ່ງການຕໍ່ສູ້ຕ້ານການຮຸກຮານຂອງພວກສັດຕູຈາກພາຍນອກ, ການຄອບຄອງຂອງຈັກກະພັດລ່າເມືອງຂຶ້ນ ທັງແບບເກົ່າ ແລະ ໃໝ່, ຮູ້ເຖິງຄວາມສາມັກຄີຕໍ່ສູ້ຢ່າງພິລະອາດຫານຕ້ານການຮຸກຮານອັນຍືດເຍື້ອຍາວນານ, ມີນໍ້າໃຈຮັກເຊື້ອແພງຊາດຮັກບ້ານເກີດເມືອງນອນຍອມເສຍສະຫຼະຊີວິດ ແລະ ເລືອດເນື້ອ ເພື່ອຊາດ ແລະ ສາມາດປົດປ່ອຍປະເທດຊາດຢ່າງມີໄຊ, ສ້າງຕັ້ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.

ພັອ ຄໍາເກື່ອງ ຜິວວັນນາ

ມູນເຊື້ອການເຄື່ອນໄຫວຂອງ ປະທານ ໄກສອນ ພົມວິຫານ ເຊິ່ງທ່ານແມ່ນຜູ້ທີ່ຮັກຊາດ, ເປັນນັກປະຕິວັດທີ່ຍິ່ງໃຫຍ່ຂອງຊາດ, ວິລະບູລຸດ, ຜູ້ນໍາຂອງພັກ-ລັດທີ່ປີຊາສາມາດ, ສະຫຼາດສ່ອງໃສ ແລະ ສະດຸ້ງໄວ, ທັງເປັນນັກທິດສະດີ, ເປັນນັກປຸກລະດົມຂົນຂວາຍ ແລະ ເປັນນັກໂຄສະນາ-ປາຖະກະຖາອັນດີເລີດ, ເປັນສັນຍາລັກ ແລະ ເປັນແກນສານຂອງຄວາມສາມັກຄີພາຍໃນພັກ ແລະ ໃນຊາດ, ຍາມໃດເພີ່ນກໍເອົາໃຈໃສ່ສ້າງ, ເພີ່ມທະວີຄວາມສາມັກຄີປອງດອງລະຫວ່າງເຜົ່າ, ຄວາມເປັນປຶກແຜ່ນພາຍໃນຊາດ ແລະ ຄວາມເປັນເອກະພາບພາຍໃນພັກ, ເປັນຜູ້ນໍາທີ່ມີຄຸນສົມບັດສິນທໍາປະຕິວັດສູງສົ່ງ, ມີທັດສະນະມະຫາຊົນກວ້າງຂວາງ, ດຸໝັ່ນ, ດໍາລົງຊີວິດແບບລຽບງ່າຍ, ປະຢັດ, ບໍລິສຸດປອດໃສ, ເປັນນັກເຄື່ອນໄຫວສາກົນຜູ້ດີເດັ່ນ, ເປັນຜູ້ວາງແນວທາງ ແລະ ເປັນແບບຢ່າງປະຕິບັດແນວທາງຕ່າງປະເທດຢ່າງຖືກຕ້ອງ ເຮັດໃຫ້ ສປປ ລາວ ມີບົດບາດໃນເວທີສາກົນນັບມື້ສູງຂຶ້ນ.

ພິທີປາຖະກະຖາມູນເຊື້ອ ວັນສະຖາປະນາ ສປປ ລາວ ຄົບຮອບ 43 ປີ – ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 98 ປີ

ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ໃນວັນດຽວກັນ, ກອງບັນຊາການ ປກສ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄດ້ຕັ້ງປາຖະກະຖາ ວັນສະຖາປະນາ ສປປ ລາວ ຄົບຮອບ 43 ປີ, ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 98 ປີ ແລະ ວັນສ້າງຕັ້ງເມືອງວຽງໄຊ-ຖານທີ່ໝ້ັ້ນຂອງການປະຕິວັດລາວ ຄົບຮອບ 50, ປາຖະກະຖາໂດຍ ທ່ານ ຂັນທອງ ແກ້ວດວງສີ ຄະນະປະຈໍາພັກເມືອງ ຫົວໜ້າຫ້ອງການກວດກາພັກ ເມືອງຫາດຊາຍຟອງ; ເຂົ້າຮ່ວມຮັບຟັງມີ ພັທ ສັງວານ ຂາວປະເສີດ ຫົວໜ້າກອງບັນຊາການ ປກສ ເມືອງຫາດຊາຍຟອງ ແລະ ພະນັກງານ-ນັກຮົບອ້ອມຂ້າງ ເຂົ້າຮ່ວມ.