ໂດຍການເຂົ້າຮ່ວມຂອງ ທ່ານ ຕົ່ງມົວ ຊົວໂກ້ ຫົວໜ້າພະແນກ ຖວທ

ງານປະກວດນັກຮ້ອງສຽງດີ ແລະ ນາງສາວງາມ ປະຈຳປີ 2018 ທີ່ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງໄຊສົມບູນ ຈັດຂຶ້ນ ໄດ້ສຳເລັດລົງຢ່າງຈົບງາມ ໃນຄໍ່າຄືນຂອງວັນທີ 12 ທັນວາ, ໂດຍການເຂົ້າຮ່ວມຂອງ ທ່ານ ຕົ່ງມົວ ຊົວໂກ້ ຫົວໜ້າພະແນກ ຖວທ ພ້ອມດ້ວຍແຂກຮັບເຊີນທີ່ມາຈາກພາກສ່ວນຕ່າງໆຂອງແຂວງ ແລະ ເມືອງ ເຂົ້າຮ່ວມຮັບຊົມຢ່າງຫຼວງຫຼາຍ.

ສຳລັບນັກຮ້ອງສຽງດີທີ່ມາຈາກພາກສ່ວນຕ່າງໆຂອງແຂວງ ແລະ ເມືອງ ທີ່ຮ່ວມງານປະກວດຄັ້ງນີ້ ມີຈຳນວນ 26 ຄົນ ແລະ ນາງສາວງາມ ຈຳນວນ 20 ຄົນ. ໃນການປະກວດນັກຮ້ອງສຽງດີ ແລະ ນາງສາວງາມ ຜູ້ເຂົ້າຮ່ວມຮັບຊົມຕ່າງກໍໃຫ້ສຽງເຊຍນັກຮ້ອງ ແລະ ນາງສາວງາມທີ່ຕົນເອງມັກ ດ້ວຍບັນຍາກາດຄຶກຄື່ນ-ເບີກບານມ່ວນຊື່ນ ເພື່ອລຸ້ນໃຫ້ນັກປະກວດທີ່ຕົນເຊຍໄດ້ເຂົ້າຮອບ ແລະ ຊະນະເລີດຄອງລາງວັນທີ 1 ຈາກການປະກວດ.

ຜ່ານການປະກວດຕົວຈິງ ສໍາລັບນັກຮອງສຽງດີທີ່ສາມາດເອົາຊະນະໃຈຄະນະກໍາມະການ ແລະ ໄດ້ຮັບລາງວັນທີ 1 ໄດ້ແກ່ ນາງ ໄອວີນີ ນັກຮ້ອງສຽງດີຈາກເມືອງຮົ່ມ ໃນບົດເພງ ສາວລ້ອງແຈ້ງຄໍ່າຄວນ ໄດ້ຮັບເງິນລາງວັນ 3.000.000 ກີບ, ລາງວັນທີ 2 ໄດ້ແກ່ ນາງ ວຽງແກ້ວ ນັກຮ້ອງສຽງດີຈາກເມືອງລ້ອງຊານ ໃນບົດເພງ ສົ່ງໃຈໃຫ້ຄົນສູ້ງານ ຮັບເງິນລາງວັນ 2.000.000 ກີບ. ສໍາລັບລາງວັນທີ 3 ໄດ້ແກ່ ນາງ ວັນຕາ ນັກຮ້ອງສຽງດີຈາກເມືອງລ້ອງແຈ້ງ ໃນບົດເພງ ເຈີມອ້າຍ ໄດ້ຮັບລາງວັນ 1.500.000 ກີບ.

ສຳລັບນາງສາວງາມທີ່ສາມາດເອົາຊະນະໃຈຄະນະກຳມະການ ແລະ ໄດ້ຮັບລາງວັນຊະນະເລີດທີ 1 ໄດ້ແກ່ ນາງງາມເບີ 9 ນາງ ດວງປີ ມິ່ງມະນີ ຈາກເມືອງລ້ອງຊານ ໄດ້ຮັບລາງວັນ 3.000.000 ກີບ ໂດຍການມອບຂອງ ທ່ານ ແດງ ປະທຸມທອງ ຫົວໜ້າຫ້ອງວ່າການປົກຄອງແຂວງ, ນາງງາມຮອງຊະນະເລີດທີ 2 ນາງງາມເບີ 20 ນາງ ມະລິ ສຸພັນທອນ ຈາກກອງບັນຊາການທະຫານແຂວງ ໄດ້ຮັບເງິນລາງວັນ 2.000.000 ກີບ ແລະ ນາງງາມທີ່ໄດ້ຮັບລາງວັນທີ 3 ໄດ້ແກ່ ນາງງາມ ເບີ 8 ນາງ ພູລາວັນ ພົມມະຈັນ ຈາກເມືອງລ້ອງຊານ ໄດ້ຮັບເງິນລາງວັນ 1.500.000 ກີບ.

ງານປະກວດນັກຮ້ອງສຽງດີ ແລະ ນາງສາວງາມ ປະຈຳປີ 2018

ການປະກວດນັກຮ້ອງສຽງດີ ແລະ ນາງສາວງາມ ຢູ່ແຂວງໄຊສົມບູນ ປີນີ້ ກໍເພື່ອເປັນການຊຸກຍູ້-ສົ່ງເສີມໃຫ້ໄວໜຸ່ມເຍົາວະຊົນ ໄດ້ສະແດງພອນສະຫວັນ ແລະ ຄວາມຮູ້-ຄວາມສາມາດຂອງຕົນ ອອກສູ່ສາຍຕາສາທາລະນະຊົນ ໂດຍຕິດພັນກັບ ປີທ່ອງທ່ຽວລາວ 2018 ທັງເປັນການສະເຫຼີມສະຫຼອງ ບຸນກິນຈຽງ ເຜົ່າມົ້ງ, ບຸນເກຼີ ເຜົ່າກຶມມຸ ແລະ ສະເຫຼີມສະຫຼອງວັນເກີດຂອງ ທ່ານ ປະທານ ໄກສອນ ພົມວິຫານ.