ເຂົ້າຮ່ວມໂດຍ ທ່ານ ຫງວຽນ ທາຍ ກວຽນ - ທ່ານ ອິນປອນ ນະຄອນສີ

ກະຊວງຖະແຫຼງຂ່າວ ແລະ ສື່ສານ ສສ ຫວຽດນາມ ໄດ້ຈັດຊຸດຝຶກອົບຮົມທັກສະການຂຽນຂ່າວ ກ່ຽວກັບ ມໍລະດົກ ໃຫ້ແກ່ສື່ມວນຊົນລາວ ລະຫວ່າງວັນທີ 17-18 ທັນວາ ທີ່ຮ່າໂນ້ຍ ສສ ຫວຽດນາມ, ມີ ທ່ານ ຫງວຽນ ທາຍ ກວຽນ ຮອງຫົວໜ້າກົມສື່ມວນຊົນ ກະຊວງຖະແຫຼງຂ່າວ ແລະ ສື່ສານ ສສ ຫວຽດນາມ ແລະ ທ່ານ ອິນປອນ ນະຄອນສີ ຮອງຫົວໜ້າກົມສື່ມວນຊົນ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ພ້ອມດ້ວຍບັນດາສື່ມວນຊົນລາວ ຈາກສື່ເອເລັກໂຕນິກ ແລະ ສື່ສິ່ງພິມ ເຂົ້າຮ່ວມ.

ຊຸດຝຶກອົບຮົມຄັ້ງນີ້, ບັນດາສື່ມວນຊົນລາວ ໄດ້ຮັບຟັງການສະເໜີກ່ຽວກັບ ວຽກງານອົງການອຸຍເນັສໂກ (UNESCO), ສັນຍາລັກ, ນາມມະຍົດ, ບາງສາເຫດ ໃນວຽກງານຂຽນຂ່າວກ່ຽວກັບ ນາມມະຍົດຂອງອຸຍເນັສໂກ. ການສະເໜີແຫຼ່ງທ່ອງທ່ຽວຂອງ ຫວຽດນາມ ແລະ ແລກປ່ຽນຖອດຖອນບົດຮຽນກັບ ນັກວິທະຍາກອນທີ່ມີຄວາມຮູ້ໃນທັກສະການຂຽນຂ່າວ ກ່ຽວກັບ ມໍລະດົກ ແລະ ບັນຫາອື່ນໆຕື່ມອີກ.

ທ່ານ ຫງວຽນ ທາຍ ກວຽນ ກ່າວວ່າ:

ວຽກງານອະນຸຮັກ ແລະ ປົກປັກຮັກສາວັດທະນະທຳ ແມ່ນມີຄວາມສຳຄັນ ເພື່ອເຮັດໃຫ້ທຸກຄົນຮັບຮູ້ ແລະ ເຂົ້າໃຈມູນຄ່າ ແລະ ຄຸນຄ່າຂອງວຽກງານດັ່ງກ່າວ

ທ່ານ ຫງວຽນ ທາຍ ກວຽນ

ສື່ມວນຊົນຍິ່ງມີຄວາມສຳຄັນທີ່ສຸດໃນການເຮັດວຽກໂຄສະນາ ກ່ຽວກັບ ມໍລະດົກ ໃຫ້ມີຄວາມກວ້າງຂວາງ ແນໃສ່ເພື່ອໃຫ້ປະຊາຊົນມີຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ກັບຄຸນຄ່າ ແລະ ການປົກປັກຮັກສາແຫຼ່ງມໍລະດົກ ທັງເປັນເສີມສ້າງຄຸນຄ່າຂອງມໍລະດົກ ແລະ ສາມາດສ້າງລາຍຮັບມາໃຫ້ທ້ອງຖິ່ນ ກໍຄືປະເທດຊາດ ໂດຍສະເພາະ ແມ່ນວຽກງານການທ່ອງທ່ຽວ ໃຫ້ດີຂຶ້ນເລື້ອຍໆ.

ທ່ານ ອິນປອນ ນະຄອນສີ ກ່າວວ່າ:

ການຝຶກອົບຮົມທັກສະການຂຽນຂ່າວ ກ່ຽວກັບ ມໍລະດົກ ແມ່ນເປັນຄັ້ງທຳອິດ ເຫັນວ່າມີຄວາມສຳຄັນຫຼາຍ

ທ່ານ ອິນປອນ ນະຄອນສີ
ລາວ – ຫວຽດນາມ ຈັດຝຶກອົບຮົມການຂຽນຂ່າວ

ເຊິ່ງໃນການຝຶກອົບຮົມຄັ້ງນີ້ ສື່ມວນຊົນລາວ ຈະໄດ້ແລກປ່ຽນປະສົບການໃນການຂຽນຂ່າວຂອງວຽກງານດັ່ງກ່າວກັບ ນັກວິທະຍາກອນຜູ້ທີ່ມີປະສົບການ ເຊິ່ງຈະເປັນບົດຮຽນທີ່ດີໃຫ້ແກ່ສື່ມວນຊົນລາວ ເພື່ອຈະໄດ້ນຳເອົາໄປໝູນໃຊ້ເຂົ້າໃນວຽກງານການຂຽນບົດ-ຂ່າວ ກ່ຽວກັບ ມໍລະດົກ ໃຫ້ມີປະສິດທິພາບກວ່າເກົ່າ.

ການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຂອງ ຄະນະສື່ມວນຊົນລາວ ໃນລະຫວ່າງວັນທີ 16- 26 ທັນວາ ນອກຈາກເຂົ້າຮ່ວມຝຶກອົບຮົມແລ້ວ ຍັງຈະໄດ້ເຄື່ອນໄຫວຢ້ຽມຢາມສະຖານທີ່ມໍລະດົກທາງດ້ານວັດທະນະທຳ, ປະຫວັດສາດ, ທຳມະຊາດ ແລະ ຢ້ຽມຢາມພື້ນຖານການຜະລິດຢູ່ນະນອນຫຼວງຮ່າໂນ້ຍ ແຂວງກວາງບິງ ແລະ ນະຄອນໂຮ່ຈິມິງ ຕື່ມອີກ.