ອັດຕະປື ຈັດງານປີທ່ອງທ່ຽວລາວ 2018

ໃນບຸນນະມັດສະການ ພະເຈົ້າໄຊຍະເສດຖາທິຣາດ

0
1663

ວັນທີ 24 ທັນວາ 2018, ແຂວງອັດຕະປື ໄດ້ຈັດງານປີທ່ອງທ່ຽວລາວ 2018 ໃນບຸນນະມັດສະການ ພະເຈົ້າໄຊຍະເສດຖາທິຣາດ ຂຶ້ນທີ່ວັດທ່າພະໄຊ ເມືອງໄຊເສດຖາ ແຂວງອັດຕະປື, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ປະທານຄະນະຊີ້ນໍາລະດັບຊາດ ຈັດງານປີທ່ອງທ່ຽວລາວ ພ້ອມທັງມີ ທ່ານ ຈູມມາລີ ໄຊຍະສອນ ອະດີດປະທານປະເທດ ແລະ ພັນລະຍາ, ທ່ານ ເລັດ ໄຊຍະພອນ ເຈົ້າແຂວງໆອັດຕະປື ພ້ອມດ້ວຍຜູ້ຕາງໜ້າຈາກບັນດາແຂວງໃກ້ຄຽງ, ກົງສູນໃຫຍ່ແຫ່ງຣາຊະອານາຈັກກຳປູເຈຍ ປະຈໍາແຂວງຈຳປາສັກ, ກົງສູນໃຫຍ່ແຫ່ງລາຊະອານາຈັກໄທ ປະຈຳສະຫວັນນະເຂດ ຕະຫຼອດຮອດສື່ມວນຊົນ ແລະ ປະຊາຊົນຊາວແຂວງອັດຕະປື ເຂົ້າຮ່ວມຢ່າງຫຼວງຫຼາຍ.

ໃນພິທີຍັງມີ ການສະແດງສິລະປະ-ວັນນະຄະດີ

ກ່ອນເລີ່ມພິທີຢ່າງເປັນທາງການ, ຜູ້ເຂົ້າຮ່ວມ ໄດ້ຮັບຊົມການສະແດງສິລະປະ-ວັນນະຄະດີ ທີ່ສ່ອງແສງໃຫ້ເຫັນເຖິງວັດທະນະທຳ, ຮີດຄອງປະເພນີ, ວິຖີດຳຊີວິດ, ຄວາມສາມັກຄີຮັກແພງ, ຄວາມອຸດົມຮັ່ງມີ ແລະ ອື່ນໆ ຂອງປະຊາຊົນບັນດາເຜົ່າ ແລະ ທ້ອງຖິ່ນແຂວງອັດຕະປື.

ຫຼັງຈາກນັ້ນ, ທ່ານ ອຸ່ນຫຼ້າ ໄຊຍະສິດ ຮອງເຈົ້າແຂວງໆອັດຕະປື, ປະທານຈັດງານປີທ່ອງທ່ຽວລາວ 2018 ແຂວງອັດຕະປື ໄດ້ລາຍງານໃຫ້ຮູ້ກ່ຽວກັບຜົນສຳເລັດ ແລະ ການກະກຽມຄວາມພ້ອມໃນການຈັດງານຄັ້ງນີ້ວ່າ:

ຈັດຕັ້ງປະຕິບັດບັນດາກິດຈະກຳ ເພື່ອຊຸກຍູ້ວຽກງານທ່ອງທ່ຽວ

ນັບແຕ່ເດືອນມັງກອນ 2018 ເປັນຕົ້ນມາ, ການນຳຂອງແຂວງ ໄດ້ນຳພາຈັດຕັ້ງປະຕິບັດບັນດາກິດຈະກຳ ເພື່ອຊຸກຍູ້ວຽກງານທ່ອງທ່ຽວ ເປັນຕົ້ນແມ່ນ

ບຸນປະເພນີໄຂປະຕູເລົ້າ ຕິດພັນກັບ ເທດສະການປາຫຼຸມຂອງເຜົ່າອິນທີ ເມືອງສະໜາມໄຊ, ງານບຸນເຂົ້າບ້ານ ທີ່ບ້ານວັງຍາງ ເມືອງພູວົງ, ເທດສະການປີໃໝ່ລາວ ປ່ຽນຜ້າບ່ຽງຢະອົງແສນ ທີ່ວັດສະແຄະ, ງານບຸນບັ້ງໄຟ ທີ່ບ້ານວັດຫຼວງ ເມືອງໄຊເສດຖາ, ບຸນກິນເຂົ້າໃໝ່ຂອງເຜົ່າຕະຫຼຽງ ເມືອງຊານໄຊ ແລະ ເທດສະການອອກພັນສາ ເມືອງສາມັກຄີໄຊ.

ນອກຈາກນັ້ນ, ຍັງມີງານປະກວດ ນາງສາວອັດຕະປື ປະຈຳປີ, ງານປະກວດເຂົ້າປຸ້ນ, ເຂົ້າເຕົ້າເອກະລັກ, ງານປະກວດພາຂວັນ, ງານສະແດງສິນລະປະ-ວັດທະນະທຳບັນດາເຜົ່າ, ງານເທດສະການອາຫານທ້ອງຖິ່ນ, ງານຕະຫຼາດນັດ ແລະອື່ນໆ.

“ ທ່ານ ອຸ່ນຫຼ້າ ໄຊຍະສິດ ”

ການຈັດບັນດາກິດຈະກຳເຫຼົ່ານັ້ນ, ກໍເພື່ອຊຸກຍູ້ສົ່ງເສີມມູນເຊື້ອວັດທະນະທຳອັນດີງາມ ຂອງປະຊາຊົນບັນດາເຜົ່າ ແຂວງອັດຕະປື ໃຫ້ນັບມື້ກວ້າງຂວາງ ແລະ ຍືນຍົງ; ເພື່ອສົ່ງເສີມການຜະລິດສິນຄ້າພາຍໃນ ກໍຄືປະຊາຊົນທ້ອງຖິ່ນໃຫ້ມີຄວາມຫຼາກຫຼາຍ, ມີມູນຄ່າເພີ່ມ, ສາມາດສ້າງລາຍຮັບໃຫ້ແກ່ປະຊາຊົນ, ທັງເປັນການສ້າງເງື່ອນໄຂໃຫ້ປະຊາຊົນ, ຜູ້ປະກອບການ ໄດ້ມີການແລກປ່ຽນສິນຄ້າ, ແລກປ່ຽນບົດຮຽນ ແລະ ປະສົບການເຊິ່ງກັນແລະກັນ ຫຼາຍກວ່າເກົ່າ.

ເພື່ອດຶງດູດການທ່ອງທ່ຽວ ຕິດພັນກັບ ການສ້າງລາຍຮັບໃຫ້ ແຂວງ

ພ້ອມດຽວກັນນັ້ນ, ກໍຍັງເປັນການຍົກລະດັບຄວາມສາມາດ ໃນວຽກງານການບໍລິການ; ນຳໃຊ້ທ່າແຮງບົ່ມຊ້ອນຂອງແຂວງ ໃຫ້ເກີດປະໂຫຍດສູງສຸດ ເວົ້າລວມ, ເວົ້າສະເພາະ ກໍເພື່ອສ້າງກິດຈະກຳ ແລະ ເງື່ອນໄຂ ເພື່ອດຶງດູດການທ່ອງທ່ຽວ ຕິດພັນກັບ ການສ້າງລາຍຮັບໃຫ້ ແຂວງ ກໍ່ຄື ປະຊາຊົນ ເພື່ອປະກອບສ່ວນຫຼຸດພົ້ນອອກຈາກຄວາມທຸກຍາກເປັນກ້າວໆ. ນອກຈາກນັ້ນ, ກໍຍັງເຮັດໃຫ້ຜູ້ຄົນທັງພາຍໃນ ແລະ ຕ່າງປະເທດ ໄດ້ຮັບຮູ້ຄວາມອຸດົມສົມບູນ ແລະ ຮັ່ງມີຂອງແຂວງອັດຕະປື ຫຼາຍຂຶ້ນ, ສາມາດນຳເອົາຊື່ສຽງສູ່ພາກພື້ນ ແລະ ສາກົນ ເປັນກ້າວໆ.

ໃນໂອກາດດຽວກັນ, ທ່ານເຈົ້າແຂວງໆອັດຕະປື ກໍໄດ້ຕາງໜ້າໃຫ້ການນຳແຂວງ ແລະ ປະຊາຊົນບັນດາເຜົ່າຊາວ ແຂງອັດຕະປື ຂຶ້ນກ່າວສະແດງຄວາມຂອບໃຈ ຕໍ່ບັນດາທ່ານທີ່ໄດ້ໃຫ້ກຽດເຂົ້າຮ່ວມງານໃນຄັ້ງນີ້. ພ້ອມທັງເຊີນຊວນແຂກພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວຊົມດິນແດນອັດຕະປື ຜືນແຜ່ນດິນຄຳ ຕຳນານພະເຈົ້າໄຊຍະເສດຖາ ຊົມໜອງຟ້າເທິງພູ ບູຊາຍະອົງແສນ ດິນແດນປ່າໄມ້ຂຽວ ມາທ່ຽວເມືອງອົງການເດິຢະເອີຍ ພ້ອມທັງສຳພັດກັບວັດທະນະທຳທີ່ເປັນເອກະລັກ, ທຳມະຊາດທີ່ຊົງຄຸນຄ່າ, ສວຍສົດງົດງາມ, ປະຫວັດສາດທີ່ໜ້າຄົ້ນຫາ ແລະ ປະຊາທັງປວງ ຍິນດີຕ້ອນຮັບຢ່າງສຸດໃຈ.

ພິທີເປີດຢ່າງເປັນທາງການ ພ້ອມລັ່ນກອງເກົ້າບາດ

ການເປີດພິທີຢ່າງເປັນທາງການ ແມ່ນໄດ້ຮັບກຽດລັ່ນຄ້ອງເກົ້າບາດຈາກ ທ່ານ ສອນໄຊ ສີພັນດອນ ແລະ ຕັດແຖບຜ້າ. ພ້ອມກັນນັ້ນ, ທ່ານຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ກໍໄດ້ຢ້ຽມຊົມການວາງສະແດງ ແລະ ຈໍາໜ່າຍສິນຄ້າຢູ່ພາຍໃນງານຕື່ມອີກ.