ໃນວັນທີ 27 ທັນວາຜ່ານມາ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຕາເກໂອະ ຄາວາມູຣະ ປະທານສະມາຄົມມິດຕະພາບ ຍີ່ປຸ່ນ-ລາວ ພ້ອມຄະນະ ໃນໂອກາດທີ່ທ່ານເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 26-28 ທັນວາ 2018 ນີ້.

ທ່ານ ສອນໄຊ ສີພັນດອນ ໄດ້ກ່າວສະແດງຄວາມຕ້ອນຮັບຢ່າງອົບອຸ່ນຕໍ່ທ່ານປະທານສະມາຄົມມິດຕະພາບ ຢີ່ປຸ່ນ-ລາວ ພ້ອມຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມຄັ້ງນີ້; ພ້ອມທັງກ່າວສະແດງຄວາມຂອບໃຈຕໍ່ລັດຖະບານປະເທດຍີ່ປຸ່ນທີ່ໄດ້ໃຫ້ການຊ່ວຍເຫຼືອລັດຖະບານ ສປປ ລາວ ກໍຄືປະຊາຊົນລາວທີ່ຖືກຜົນກະທົບຈາກໄພພິບັດນໍ້າຖ້ວມຢູ່ບັນດາແຂວງໃນທົ່ວປະເທດ, ໂດຍສະເພາະປະຊາຊົນເມືອງສະໜາມໄຊ ແຂວງອັດຕະປື ທີ່ຖືກຜົນກະທົບຈາກຄູກັ້ນນໍ້າເຂື່ອນເຊປ່ຽນ-ເຊນໍ້ານ້ອຍແຕກ ໃນວັນທີ 23 ກໍລະກົດ 2018 ຜ່ານມາ ເຊິ່ງມັນສະແດງໃຫ້ເຫັນເຖິງຄວາມເປັນຫ່ວງເປັນໄຍຂອງລັດຖະບານປະເທດຍີ່ປຸ່ນ ທີ່ມີຕໍ່ ສປປ ລາວ; ນອກນີ້, ລັດຖະບານຍີ່ປຸ່ນ ຍັງໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອທາງດ້ານຕ່າງໆເປັນຈໍານວນຫຼວງຫຼາຍ ເປັນຕົ້ນແມ່ນ ດ້ານງົບປະມານ, ການສຶກສາ ແລະ ດ້ານສາທາລະນະສຸກ ເພື່ອໃຫ້ປະຊາຊົນລາວມີຊີວິດການເປັນຢູ່ດີຂຶ້ນ.

ທ່ານ ຕາເກໂອະ ຄາວາມູຣະ – ທ່ານ ສອນໄຊ ສີພັນດອນ

ທ່ານ ຕາເກໂອະ ຄາວາມູລະ ໄດ້ກ່າວສະແດງຄວາມຂອບໃຈມາຍັງທ່ານຮອງນາຍົກລັດຖະມົນຕີ ພ້ອມຄະນະ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ເຊິ່ງຈຸດປະສົງໃນການເດີນທາງມາຢ້ຽນຢາມ ແລະ ເຮັດວຽກຢູ່ ສປປ ລາວ ຄັ້ງນີ້ ກໍເພື່ອເປັນການສືບຕໍ່ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາແຕ່ດົນນານຂອງສອງປະເທດລາວ-ຍີ່ປຸ່ນ ພ້ອມທັງເປັນການພົບປະແລກປ່ຽນບົດຮຽນລະຫວ່າງສອງຄະນະມິດຕະພາບລັດຖະສະພາ ຍີ່ປຸ່ນ-ລາວ ໃຫ້ມີຜົນສໍາເລັດຢ່າງຈົບງາມ.