ປິດຝຶກອົບຮົມວິຊາສະເພາະໄລຍະສັ້ນ ວຽກງານປ້ອງກັນທີ່ຕັ້ງ

0
1420
ຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ

ກອງບັນຊາການປ້ອງກັນທີ່ຕັ້ງ ກະຊວງ ປກສ ໄດ້ປິດຝຶກອົບຮົມວິຊາສະເພາະໄລຍະສັ້ນ ວຽກງານປ້ອງກັນທີ່ຕັ້ງ ປະຈຳປີ 2018 ໃຫ້ພະນັກງານ-ນັກຮົບອ້ອມຂ້າງກອງບັນຊາການ ໃນວັນທີ 31 ທັນວາ 2018 ເປັນກຽດມອບໃບຢັ້ງຢືນໂດຍ ພັອ ບົວພັນ ຍໍລະວົງສາ ຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ, ມີຄະນະພັກ-ຄະນະນໍາ, ພະນັກງານຄູ-ອາຈານ ແລະ ນັກສໍາມະນາກອນ ເຂົ້າຮ່ວມ.

ພັທ ວິຊຽນ ຊິນນະວົງ ຫົວໜ້າຫ້ອງເສນາທິການ ກ່າວວ່າ:

ພັທ ວິຊຽນ ຊິນນະວົງ ຫົວໜ້າຫ້ອງເສນາທິການ

ຜ່ານການຝຶກອົບຮົມວຽກງານປ້ອງກັນທີ່ຕັ້ງ ຕະຫຼອດໄລຍະ 15 ວັນ ( 11-31 ທັນວາ ) ມີຜູ້ເຂົ້າຮ່ວມຈຳນວນ 40 ສະຫາຍ ຍິງ 3 ສະຫາຍ, ນັກຝຶກອົບຮົມ ແມ່ນໄດ້ເອົາໃຈໃສ່ບຸກບືນຄົ້ນຄວ້າຮ່ຳຮຽນ, ຝຶກຝົນຫຼ່ໍຫຼອມຕົນເອງ, ປະຕິບັດມະຕິຄຳສັ່ງຂອງກົມກອງວາງອອກໄດ້ເປັນຢ່າງດີ, ສ່ວນບັນດາຄູຝຶກແຕ່ລະສະຫາຍ ກໍໄດ້ພ້ອມກັນເອົາໃຈໃສ່ໃກ້ຊິດ, ຊີ້ນຳ-ນຳພາຝຶກແອບຮໍ່າຮຽນໃຫ້ໄປຕາມໂຄງການຫຼັກສູດ, ຕາມຕາຕະລາງທີ່ໄດ້ກຳນົດໄວ້ຢ່າງຖືກຕ້ອງ ແລະ ສອດຄ່ອງຕາມບົດຮຽນຕົວຈິງ, ນັກຝຶກອົບຮົມແຕ່ລະສະຫາຍ ກໍໄດ້ເອົາໃຈໃສ່ຮໍ່າຮຽນຢ່າງຕັ້ງໜ້າ.

ຜົນຂອງການຍິງເບຍ ສາມາດສະຫຼຸບໄດ້ດັ່ງນີ້: ປະເພດເກັ່ງ 24 ສະຫາຍ ຍິງ 2 ສະຫາຍ ເທົ່າກັບ 55%; ປະເພດກາງ 6 ສະຫາຍ, ເທົ່າກັບ 15%; ໄດ້ຕາມຄາດໝາຍ 12 ສະຫາຍ ຍິງ 1 ສະຫາຍ ເທົ່າກັບ 25%.

ການຝຶກອົບຮົມວຽກງານປ້ອງກັນທີ່ຕັ້ງ

ທ້າຍນີ້, ພັທ ບຸນເພັງ ສີສຸມັງ ໄດ້ເນັ້ນໃຫ້ນັກສໍາມະນາກອນທີ່ໄດ້ສໍາເລັດການຝຶກອົບຮົມຄັ້ງນີ້ ຈົ່ງນຳເອົາວຽກງານວິຊາສະເພາະທີ່ຕົນໄດ້ຮຽນມາ ເພື່ອປະຕິບັດໃນໜ້າທີ່ວຽກງານທີ່ຂັ້ນເທິງມອບໝາຍ ໃຫ້ມີປະສິດທິຜົນອັນສູງ, ຖືກຕ້ອງ, ສອດຄ່ອງກັບລະບຽບກົດໝາຍວາງອອກຢ່າງເຂັ້ມງວດ.

ພະນັກງານ-ນັກຮົບອ້ອມຂ້າງກອງບັນຊາການ