ຮອງນາຍົກ ເນັ້ນຈັດສັນຄົນຕ່າງປະເທດເຂົ້າສູ່ການຄຸ້ມຄອງຕາມກົດໝາຍ

0
1223

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ເນັ້ນໃຫ້ພາກສ່ວນທີ່ກ່ຽວຂ້ອງ ຈົ່ງເອົາໃຈໃສ່ກໍາແໜ້ນທັດສະນະ ຫຼື ແນວທາງຂອງພັກຕໍ່ແນວທາງການຕ່າງປະເທດ ກໍຄືວຽກງານຄົນຕ່າງປະເທດ ໃນສະພາບການເງື່ອນໄຂທີ່ເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ຫັນເອົາການຄຸ້ມຄົນຕ່າງປະເທດ ໃຫ້ເປັນໄປຕາມກົດໝາຍແລະ ລະບຽບການທີ່ກໍານົດໄວ້ ເພື່ອຈັດສັນຄົນຕ່າງປະເທດ ທີ່ເຄື່ອນໄຫວຢູ່ ສປປ ລາວ ໃຫ້ເຂົ້າສູ່ການຄຸ້ມຄອງຕາມກົດໝາຍເທື່ອລະກ້າວ.

ທິດຊີ້ນໍາດັ່ງກ່າວ ມີຂຶ້ນໃນໂອກາດທີ່ທ່ານຮອງນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມປຶກສາຫາລືກ່ຽວກັບແຜນສືບຕໍ່ແກ້ໄຂຄົນຕ່າງປະເທດ ທີ່ເຄື່ອນໄຫວບໍ່ຖືກຕ້ອງຕາມກົດໝາຍຂອງ ສປປ ລາວ ໃນວັນທີ 8 ມັງກອນ 2019 ລະຫວ່າງກະຊວງ ປກສ ກັບກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໂດຍມີຄະນະລັດຖະມົນຕີທັງສອງກະຊວງ, ຄະນະກອງບັນຊາການ ປກສ ແຂວງ-ນະຄອນຫຼວງ, ຄະນະພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ໃນຂອບເຂດທົ່ວປະເທດເຂົ້າຮ່ວມ, ໂດຍທ່ານໄດ້ກ່າວວ່າ:

ທ່ານຮອງນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມປຶກສາຫາລືກ່ຽວກັບແຜນສືບຕໍ່ແກ້ໄຂຄົນຕ່າງປະເທດ

ເພື່ອສືບຕໍ່ແກ້ໄຂຄົນຕ່າງປະເທດ ທີ່ເຄື່ອນໄຫວບໍ່ຖືກຕ້ອງຕາມກົດໝາຍຂອງ ສປປ ລາວ ໃຫ້ເຂົ້າສູ່ລະບຽບ, ຫຼັກການຄະນະຮັບຜິດຊອບທັງສອງກະຊວງ ໃຫ້ກໍາແໜ້ນທັດສະນະ ຫຼື ແນວທາງຂອງພັກຕໍ່ແນວທາງການຕ່າງປະເທດ ກໍຄືວຽກງານຄົນສາກົນ, ຕ້ອງສ້າງຄວາມເຂົ້າໃຈຕໍ່ພາກສ່ວນທີ່ກ່ຽວຂ້ອງ, ປະຊາຊົນ ແລະ ບັນດາສະຖານທູດທີ່ມີປະຊາຊົນຂອງເຂົາເຈົ້າເຂົ້າມາເຄື່ອນໄຫວຢູ່ປະເທດລາວ, ປະຕິບັດຍຸດທະສາດການຄຸ້ມຄອງລັດດ້ວຍ ກົດໝາຍຂອງລັດຖະບານ ຕ້ອງຫັນເອົາການຄຸ້ມຄອງຄົນຕ່າງປະເທດ ໃຫ້ເປັນໄປຕາມກົດໝາຍ ແລະ ລະບຽບການທີ່ກໍານົດໄວ້, ຊີ້ແຈງໃຫ້ເປົ້າໝາຍ ຫຼື ຄົນຕ່າງປະເທດ ເຂົ້າໃຈວ່າການຄຸ້ມຄອງຄົນຕ່າງປະເທດນີ້   ແມ່ນເປັນການຫັນເອົາຜູ້ທີ່ມີສ່ວນກ່ຽວຂ້ອງເຂົ້າສູ່ກົດໝາຍ ແລະ ລະບຽບການຂອງປະເທດເຮົາ  ທັງເປັນການສ້າງຄວາມສະດວກໃນການປົກປ້ອງສິດ ແລະ ຜົນປະໂຫຍດຂອງເຂົາເຈົ້າບໍ່ແມ່ນການປາບປາມ ຫຼື ກວດລ້າງແຕ່ຢ່າງໃດ.

ພ້ອມນີ້ກໍຕ້ອງເອົາໃຈໃສ່ຕື່ມກ່ຽວກັບການກວດກາ ແລະ ນໍາໃຊ້ແຮງງານຕ່າງປະເທດ ຢູ່ບັນດາໂຄງການຂະໜາດໃຫຍ່ທີ່ມີເວລາຈໍາກັດ ລວມທັງເຂດເສດຖະກິດສະເພາະ ແລະ ເຂດເສດຖະກິດພິເສດທີ່ມີການນໍາໃຊ້ຄົນຕ່າງປະເທດ ເຮັດວຽກເປັນຈໍານວນ ຫຼາຍ ໂດຍໃຫ້ສົມທົບກັບສ່ວນທີ່ເປັນເຈົ້າຂອງໂຄງການ  ພ້ອມກັນຫັນເຂົ້າສູ່ການນໍາໃຊ້ທີ່ຖືກຕ້ອງຕາມກົດໝາຍ, ຮັບປະກັນໃຫ້ແຮງງານ, ນັກລົງທຶນ ແລະ ຜູ້ເຄື່ອນໄຫວຕ່າງໆ ທີ່ເປັນຄົນຕ່າງປະເທດ ຫຼື ຄົນລາວທີ່ຮ່ວມທຸລະກິດກັບຄົນຕ່າງປະເທດໄດ້ ເສຍພັນທະອາກອນ ແລະ ປະຕິບັດພັນທະອື່ນໆຕາມກົດໝາຍຂອງ ສປປ ລາວ.