ຂ່າວຕ່າງປະເທດລາຍງານ ໃນວັນທີ 9 ມັງກອນ ນີ້ວ່າ: ຍອດຂາຍລົດຍົນໃນປະເທດຈີນ, ເຊິ່ງເປັນຕະຫຼາດຄ້າພາຫະນະຂະໜາດໃຫຍ່ທີ່ສຸດໃນໂລກຫຼຸດລົງເປັນຄັ້ງທຳອິດໃນຮອບ 20 ປີ ຖດຍຕາມຂໍ້ມູນຈາກສະມາຄົມລົດຍົນສ່ວນບຸກຄົນຂອງຈີນ (CPCA) ຍອດຂາຍໃນປີ 2018 ຫຼຸດລົງຈາກປີ 2017 ເຫຼືອ 6%.

ປັດຈຸບັນ, ຈີນ ກຳລັງປະເຊີນກັບພາວະເສດຖະກິດຂະຫຍາຍຕົວຊ້າ, ເຊິ່ງສົ່ງຜົນກະທົບຕໍ່ຜູ້ປະກອບການດ້ານລົດຍົນທົ່ວໂລກ ໂດຍບໍລິສັດລົດຕ່າງຊາດ ເຊັ່ນ: ຟອສ, ໂຟກສະວາເກນ, ຈາກົວ, ແລນໂຣເວີ ແລະ ເຊເນຣານ ມໍເຕີ ລາຍງານວ່າ ຍອດຂາຍໃນຈີນ ຫຼຸດລົງໃນໄລຍະ 2-3 ເດືອນທີ່ຜ່ານມາ, ສ່ວນຜູ້ຜະລິດລົດຍົນຂອງຈີນ ທີ່ປະສົບຄວາມສຳເລັດທີ່ສຸດ ຄື: ຈີລີ່ ຄາດວ່າຍອດຂາຍໃນປີນີ້ ຈະເພີ່ມຂຶ້ນອີກ.

ໃນເດືອນທັນວາ ປີ 2018, ສະມາຄົມຜູ້ຜະລິດລົດຍົນຈີນ (CAAM) ກຸ່ມອຸດສາຫະກໍາ, ເຊິ່ງໄດ້ຮັບການສະໜັບສະໜູນຈາກລັດຖະບານ ອອກມາກ່າວໂທດຕໍ່ການປ່ຽນແປງທາງເສດຖະກິດລະຫວ່າງປະເທດ, ເຊິ່ງມີສ່ວນກ່ຽວຂ້ອງກັບການຄ້າລະຫວ່າງຈີນ ກັບສະຫະລັດ ວ່າເປັນເຫດເຮັດໃຫ້ຍອດຂາຍລົດໃນປະເທດຫຼຸດລົງ ແລະ ຄາດວ່າຕະຫຼາດລົດຍົນໃນປີ 2019 ຈະບໍ່ມີການປ່ຽນແປງ. ແຕ່ຍອດຂາຍລົດໄຟຟ້າມີການເພີ່ມຂຶ້ນ, ເຊິ່ງກົງກັນ ຂ້າມກັບຄວາມຕ້ອງການລົດຍົນທີ່ໃຊ້ນ້ຳມັນກາຊວນ ແລະ ແອັດຊັງ ທີ່ຫຼຸດລົງ, ເຊິ່ງຈະຊ່ວຍເຮັດໃຫ້ຕະຫຼາດໂດຍລວມຫຼີກລ່ຽງການຂະຫຍາຍຕົວຊ້າໄດ້.

ອີກປັດໄຈໜຶ່ງໃນການເຮັດໃຫ້ຍອດຂາຍລົດຍົນໃນຈີນ ຫຼຸດລົງ ຄື: ນະໂຍບາຍຈ່າຍເງິນອຸດໜູນສຳລັບຊື້ລົດຍົນຂອງລັດຖະບານ ໝົດກຳນົດໃນປີ 2017. ແຕ່ຄະນະກຳມະການປະຕິຮູບ ແລະ ພັດທະນາແຫ່ງຊາດຈີນ (NDRC) ແຈ້ງໃຫ້ຮູ້ວ່າ ລັດຖະບານຈີນ ກໍາລັງວາງແຜນຈະສະເໜີນະໂຍບາຍຊຸກຍູ້ການຊື້ລົດຍົນ ແລະ ເຮືອນຂອງຜູ້ບໍລິໂພກ ເຊັ່ນ: ໂຄງການຊື້ລົດຍົນໃນພື້ນທີ່ເຂດຊົນນະບົດ ຫຼື ຫຼຸດພາສີການຂາຍລົດຍົນ ເປັນຕົ້ນ.