ໂຮມຊຸມນຸມ ສະຫຼອງ ວັນສ້າງຕັ້ງກອງບັນຊາການປ້ອງກັນທີ່ຕັ້ງ

0
1413

ພິທີໂຮມຊຸມນຸມ ສະເຫຼີມສະຫຼອງ ວັນສ້າງຕັ້ງກອງບັນຊາການປ້ອງກັນທີ່ຕັ້ງ ກະຊວງ ປກສ ຄົບຮອບ 25 ປີ ( 10 ມັງກອນ 1994-10 ມັງກອນ 2019 ) ໃນວັນທີ 10 ມັງກອນ ຜ່ານມາ ໃຫ້ກຽດເຂົ້າຮ່ວມໂດຍ ພົຕ ສິນທະວົງ ໄຊຍະກອນ ຮອງລັດຖະມົນຕີ ກະຊວງ ປກສ, ມີບັນດາອະດີດການນໍາ, ຄະນະພັກກະຊວງ, ຕາງໜ້າກົມກອງອ້ອມຂ້າງກະຊວງ, ກອງບັນຊາການ ເຂົ້າຮ່ວມ.

ພັອ ບົວພັນ ຍໍລະວົງສາ ຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ ໄດ້ກ່າວປາໄສກ່ຽວກັບວັນສ້າງຕັ້ງກອງບັນຊາການປ້ອງກັນທີ່ຕັ້ງວ່າ:

ພັອ ບົວພັນ ຍໍລະວົງສາ ຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ

ກອງບັນຊາການປ້ອງກັນທີ່ຕັ້ງ ແມ່ນກໍາລັງປະກອບອາວຸດໜຶ່ງ ໃນໂຄງປະກອບກົງຈັກການຈັດຕັ້ງ ກະຊວງປ້ອງກັນຄວາມສະຫງົບ ເຊິ່ງກອງບັນຊາການປ້ອງກັນທີ່ຕັ້ງ ໃນເມື່ອກ່ອນແມ່ນຊື່ ກອງພັນ 15 ກອງທັບປົດປ່ອຍປະຊາຊົນລາວ ໂດຍແມ່ນ ທ່ານ ສຸບັນ ແກ້ວພິລາ ເປັນຫົວໜ້າ, ຕໍ່ມາໃນປີ 1973 ຂັ້ນເທິງໄດ້ຕົກລົງປ່ຽນຊື່ຈາກ ກອງພັນ 15 ປົດປ່ອຍປະຊາຊົນລາວ ມາເປັນ ກອງພັນຕໍາຫຼວດ 206 ໃນນະຄອນຫຼວງວຽງຈັນ ມີໜ້າທີ່ປ້ອງກັນສໍານັກງານອົງການ,

ຕາງໜ້າກົມກອງອ້ອມຂ້າງກະຊວງ ກອງບັນຊາການທີ່ເຂົ້າຮ່ວມ.

ຜູ້ຕາງໜ້າແນວລາວສ້າງຊາດ ແລະ ປ້ອງກັນເຮືອນພັກຂອງບັນດາຜູ້ນໍາປະຕິວັດ, ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການໜ້າທີ່ການເມືອງໃນໄລຍະໃໝ່ ກ່ຽວກັບ ການປັບປຸງກົງຈັກການຈັດຕັ້ງຂອງກະຊວງພາຍໃນ ນາຍົກລັດຖະມົນຕີ ໄດ້ອອກດໍາລັດ ເລກທີ 03/ນຍ ລົງວັນທີ 10 ມັງກອນ 1994 ວ່າດ້ວຍ ການແຕ່ງຕັ້ງຫົວໜ້າ, ຮອງຫົວໜ້າຫ້ອງການ, ບັນດາກົມໃຫຍ່ຂຶ້ນກັບກະຊວງພາຍໃນ ແລະ ໃນມາດຕາ 2 ຂອງດໍາລັດດັ່ງກ່າວ ໄດ້ສ້າງຕັ້ງ ກອງບັນຊາການຕໍາຫຼວດປະກອບອາວຸດ ຂຶ້ນຢ່າງເປັນທາງການ, ມາເຖິງວັນທີ 21 ພຶດສາພາ 2002 ກອງບັນຊາການຕໍາຫຼວດປະກອບອາວຸດ ໄດ້ປ່ຽນຊື່ມາເປັນ ກອງບັນຊາການປ້ອງກັນທີ່ຕັ້ງ.

ໂຮມຊຸມນຸມ ສະຫຼອງ ວັນສ້າງຕັ້ງກອງບັນຊາການປ້ອງກັນທີ່ຕັ້ງ

ຕະຫຼອດໄລຍະ 25 ປີຜ່ານມາ, ກອງບັນຊາການປ້ອງກັນທີ່ຕັ້ງ ໄດ້ສຸມໃສ່ຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະ ປ້ອງກັນຈຸດທີ່ຕັ້ງສໍາຄັນ ເຊິ່ງປັດຈຸບັນໄດ້ຫັນກໍາລັງເຂົ້າປ້ອງກັນຈຸດສໍາຄັນຕ່າງໆ ມີ 113 ຈຸດ. ນອກຈາກການປ້ອງກັນຈຸດຍຸດທະສາດສໍາຄັນຕ່າງໆຂອງພັກ-ລັດແລ້ວ, ຍັງໄດ້ປະກອບສ່ວນຢ່າງຕັ້ງໜ້າເອົາກໍາລັງເຂົ້າປ້ອງກັນແຂກພາຍໃນ ແລະ ຕ່າງປະເທດ, ກອງປະຊຸມລະດັບຊາດ-ລະດັບສາກົນ, ວັນບຸນສໍາຄັນຕ່າງໆຂອງພັກ-ຂອງຊາດ ເຊິ່ງເປັນການປະກອບສ່ວນຢ່າງຕັ້ງໜ້າ ໃນການປົກປັກຮັກສາອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດ ໄວ້ຢ່າງໝັ້ນຄົງ.

ວັນສ້າງຕັ້ງກອງບັນຊາການປ້ອງກັນທີ່ຕັ້ງ ( 10 ມັງກອນ 1994-10 ມັງກອນ 2019 )

ດັ່ງນັ້ນ, ເພື່ອຕອບສະໜອງກັບນໍ້າໃຈເສຍສະຫຼະພິລະອາດຫານ, ທົນທານໜຽວແໜ້ນຂອງກໍາລັງປ້ອງກັນທີ່ຕັ້ງທີ່ໄດ້ອຸທິເລືອດເນື້ອເຫື່ອແຮງ, ສະຕິປັນຍາເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ ຕະຫຼອດໄລຍະ 25 ປີ ຜ່ານມາ ພັກ-ລັດຖະບານ ຍັງໄດ້ຍ້ອງຍໍ ກອງບັນຊາການປ້ອງກັນທີ່ຕັ້ງ ຄື: ໄດ້ຮັບຫຼຽນໄຊອິດສະຫຼະຊັ້ນ II 2 ໜ່ວຍ, ຫຼຽນໄຊອິດສະຫຼະ ຊັ້ນ III 4 ໜ່ວຍ, ຫຼຽນໄຊພິລະອາດຫານ ຊັ້ນ II 1 ໜ່ວຍ, ຊັ້ນ III 3 ໜ່ວຍ, ໄດ້ຮັບຫຼຽນໄຊປະຕິວັດຊະນະເລີດ 1 ໜ່ວຍ, ຫຼຽນໄຊແຮງງານ ຊັ້ນ I 1 ໜ່ວຍ, ຊັ້ນ II 3 ໜ່ວຍ, ຊັ້ນ III 5 ໜ່ວຍ, ຫຼຽນກາແຮງງານ 4 ໜ່ວຍ, ທຸງພິລະອາດຫານ 1 ຜືນ ແລະ ທຸງອາດຫານສູ້ຮົບກັບຍົນອາເມລິກາ 1 ຜືນ.