ຂ່າວຕ່າງປະເທດລາຍງານ ໃນວັນທີ 14 ມັງກອນ ນີ້ວ່າ, ພາຍຸຫິມະລະດູໜາວເຈີຍ ໄດ້ພັດຖະຫຼົ່ມເຂດທິດຕາເວັນຕົກຂອງສະຫະລັດ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດແລ້ວ 7 ຄົນ ແລະ ໄດ້ຮັບບາດເຈັບ 57 ຄົນ, ລັດມິສຊູຣີ   ໄດ້ຮັບຜົນກະທົບຮ້າຍແຮງທີ່ສຸດ, ເກີດອຸບັດຕິເຫດລົດຕຳກັນ 800 ກໍລະນີ, ຖ່ຽວບິນສ່ວນຫຼາຍທີ່ສະໜາມບິນແລມເບີດ ເມືອງເຊັນຫຼຸຍ ຍົກເລີກບໍລິການຊົ່ວຄາວ.

ແນວໃດກໍຕາມ, ພາຍຸຫິມະໄດ້ພັດເຂົ້າລັດແຄນຊັສ ລັດເນບຣາສະກາ ມຸ່ງໜ້າໄປທາງທິດຕາເວັນອອກເຂົ້າລັດມິສຊູຣີ, ໄອໂອວາ, ອິລິນນອຍ ແລະ ອິນດີກອນນາ ສົ່ງຜົນໃຫ້ຫິມມະປົກຄຸມຖະໜົນ ເຮັດໃຫ້ເກີດອັນຕະລາຍຕໍ່ການສັນຈອນ.

ດ້ານຜູ້ຊ່ຽວຊານສະພາບອາກາດ ໃຫ້ຮູ້ວ່າ: ພາຍຸເລີ່ມເຄື່ອນຕົວເຂົ້າສູ່ເຂດອັດລັງຕິກຕອນກາງ ພ້ອມທັງຄາດຄະເນວ່າ ຫິມມະທີ່ປົກຄຸມພື້ນທີ່ຕ່າງໆ ອາດຈະມີຄວາມສູງປະມານ 5-10 ນິ້ວ ໂດຍສະເພາະໃນເຂດວໍຊິງຕັນ ພື້ນທີ່ຕອນເໜືອ ແລະ ຕອນກາງຂອງລັດແມຣີແລນ. ຂະນະທີ່ ທ່ານ ຣາຟ ນອດແທມ ປະກາດພາວະສຸກເສີນ ເພື່ອເຕືອນໃຫ້ປະຊາຊົນ ກຽມຄວາມພ້ອມຮັບມືກັບພາຍຸລະດູໜາວນີ້ດັ່ງກ່າວນີ້ໃຫ້ທັນການ.