ຂ່າວຕ່າງປະເທດລາຍງານ ໃນວັນທີ 14 ມັງກອນ ນີ້ວ່າ: ເຈົ້າໜ້າທີ່ຂອງອິນໂດເນເຊຍ ເປີດເຜີຍກ່ອງດຳບັນທຶກສຽງນັກບິນປະຈຳເຮືອບິນໂດຍສານໂບອິ້ງ 737 MAX ຂອງສາຍການບິນໄລອອນແອ ຖ້ຽວບິນ JT610 ແລ້ວ ໃນຕອນເຊົ້າຂອງວັນທີ 14 ມັງກອນ ນີ້, ຫຼັງຈາກປະສົບອຸບັດຕິເຫດຕົກໃນທະເລຊະວາໃກ້ກັບນະຄອນຫຼວງຈາກາຕາປະເທດອິນໂດເນເຊຍ ໃນວັນທີ 29 ຕຸລາ 2018 ເຮັດໃຫ້ຜູ້ໂດຍສານ ແລະ ຈຸບິນ ເສຍຊີວິດທັງໝົດ 189 ຄົນ ໂດຍກ່ອງດຳທີ່ຄົ້ນພົບອີກ 1 ໜ່ວຍໃນຈຳນວນ 2 ໜ່ວຍ ເປັນກ່ອງດຳບັນທຶກຂໍ້ມູນການບິນ ແລະ ຄົ້ນພົບຕັ້ງແຕ່ເດືອນພະຈິກ 2018.

ທ່ານ ອາກຸງ ນູໂກນໂຮ ເຈົ້າໜ້າທີ່ທີມຄົ້ນຫາ ກ່າວວ່າ: ເຈົ້າໜ້າທີ່ກວດພົບສັນຍານທີ່ອອກມາຈາກກ່ອງດຳໜ່ວຍທີ່ສອງ ຕັ້ງແຕ່ອາທິດແລ້ວ ໃນລະຫວ່າງການກັບມາຄົ້ນຫາກ່ອງດຳໜ່ວຍທີ່ 2 ອີກຮອບ ແລະ ໄດ້ຕິດຕາມສັນຍານຈົນພົບກ່ອງດຳຈົມຢູ່ໃນຂີ້ຕົມພື້ນທະເລເລິກປະມານ 8 ແມັດ ໂດຍຈຸດທີ່ພົບລະດັບນ້ຳທະເລມີຄວາມເລິກປະມານ 30 ແມັດ. ແຕ່ເບື້ອງຕົ້ນ, ເຈົ້າໜ້າທີ່ຍັງບໍ່ຮູ້ວ່າ ກ່ອງດຳບັນທຶກສຽງນັກບິນທີ່ພົບນີ້ໄດ້ຮັບຄວາມເສຍຫາຍ ຫຼື ບໍ່.

ແນວໃດກໍຕາມ, ເຮືອບິນໂດຍສານໄລອອນແອ ຖ້ຽວບິນ JT610 ໄດ້ເລີ່ມບິນອອກຈາກສະໜາມບິນໃນນະຄອນຫຼວງຈາກາຕາ ໃນເວລາ 6:20 ໂມງ ຂອງວັນທີ 29 ຕຸລາ 2018 ໂດຍກ່ອນເກີດເຫດບໍ່ເທົ່າໃດນາທີ ນັກບິນໄດ້ແຈ້ງຫໍຄວບຄຸບການບິນ ຂໍບິນກັບມາລົງຈອດຢູ່ສະໜາມບິນຈາກາຕາ. ຈາກນັ້ນ, ເຮືອງບິນໄລອອນແອ ລຳດັ່ງກ່າວໄດ້ຫາຍໄປຈາກຈໍເຣດາ ຫຼັງຈາກຂຶ້ນບິນໄດ້ພຽງ 13 ນາທີ.