ເປີດໂຮງພິມ “ໂຊກພາໄຊ” ທັນສະໄໝ ຢ່າງເປັນທາງການ

0
2635
ເປັນກຽດເຂົ້າຮ່ວມໂດຍ ພົທ ວິໄລ ຫຼ້າຄຳຟອງ ລັດຖະມົນຕີກະຊວງ ປກສ

ພິທີເປີດໂຮງພິມ ໂຊກພາໄຊ ຈຳກັດ ຢ່າງເປັນທາງການ ໄດ້ຈັດຂຶ້ນໃນວັນທີ 11 ມັງກອນ 2019, ເປັນກຽດເຂົ້າຮ່ວມໂດຍ ພົທ ວິໄລ ຫຼ້າຄຳຟອງ ລັດຖະມົນຕີກະຊວງ ປກສ ມີບັນດາການນຳພັກ-ລັດ, ຄະນະພັກ-ຄະນະກົມກອງອ້ອມຂ້າງ ກະຊວງ ປກສ, ແຂກຮັບເຊີນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນວັນທີ 11 ມັງກອນ 2019

ທ່ານ ນາງ ສຸນັດຕາ ລິດປັນຍາ ປະທານບໍລິສັດ ລິດປັນຍາ ອອກແບບ-ກໍ່ສ້າງ ຈຳກັດ ທັງເປັນອຳນວຍການໂຮງພິມ ໂຊກພາໄຊ ຈຳກັດ ກ່າວວ່າ:

ທ່ານ ນາງ ສຸນັດຕາ ລິດປັນຍາ ປະທານບໍລິສັດ ລິດປັນຍາ ອອກແບບ-ກໍ່ສ້າງ ຈຳກັດ ທັງເປັນອຳນວຍການໂຮງພິມ ໂຊກພາໄຊ ຈຳກັດ

ການເປີດນຳໃຊ້ ໂຮງພິມ ໂຊກພາໄຊ ສືບເນື່ອງມາຈາກການປັບປຸງ ໂຮງພິມ ປກສ ໃຫ້ທັນສະໄໝ ໂດຍປັບປຸງອາຄານ ແລະ ເພີ່ມເຄື່ອງຈັກໃຫ້ທັນສະໄໝຂຶ້ນກວ່າເກົ່າ ເພື່ອຮັບໃຊ້ດ້ານການພິມໃນທົ່ວກົມກອງອ້ອມຂ້າງ ກະຊວງ ປກສ, ແຂວງ ໃນຂອບເຂດທົ່ວປະເທດ ແລະ ສັງຄົມທົ່ວໄປ ພ້ອມທັງສ້າງຜົນກຳໄລທາງດ້ານທຸລະກິດ ແລະ ເປັນການຊຸກຍູ້ຊອກແຫຼ່ງລາຍຮັບໃຫ້ແກ່ ກະຊວງ ປກສ ໃນທ່າກຸ້ມຕົນເອງ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງໃຫ້ດີຂຶ້ນເທື່ອລະກ້າວ;

ພົທ ວິໄລ ຫຼ້າຄຳຟອງ ໃຫ້ກຽດຕີຄ້ອງເປີດພິທີ

ໂຄງການປັບປຸງ ໂຮງພິມ ປກສ ໃຫ້ທັນສະໄໝ ມາເປັນ ໂຮງພິມ ໂຊກພາໄຊ ຈຳກັດ ແມ່ນໄດ້ປະສານສົມທົບກັບ ກົມໃຫຍ່ພະລາທິການ, ກົມໃຫຍ່ການເມືອງ ປກສ ໂດຍມີມູນຄ່າລົງທຶນທັງໝົດ 75.159.765.000 ກີບ; ໃນນີ້, ທຶນບໍລິລັດ 58.788.734.850 ກີບ ຖືຮຸ້ນ 70% ແລະ ທຶນຈາກ ກະຊວງ ປກສ ມີຈຳນວນ 16.371.030.150 ກີບ ຖືຮຸ້ນ 30%.

ບັນດາການນຳພັກ-ລັດ, ຄະນະພັກ-ຄະນະກົມກອງອ້ອມຂ້າງ ກະຊວງ ປກສ, ແຂກຮັບເຊີນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ

ປັດຈຸບັນ, ການປັບປຸງກໍ່ສ້າງ ປະກອບມີອາຄານ 3 ຫຼັງ ໂດຍຕິດຕັ້ງເຄື່ອງຈັກໃໝ່ 13 ລາຍການ ຄື: ເຄື່ອງຈັກພິມອັອບເຊັດ 4 ສີ, ເຄື່ອງຈັກເຂົ້າກາວ, ເຄື່ອງເກັບຊ້ອນ, ເຄື່ອງພິມດີຈີຕອນ, ເຄື່ອງໄດຄັດ, ເຄື່ອງໜີບຫົວປະຕິທິນ, ເຄື່ອງເເປະກາວ, ເຄື່ອງເຮັດກາບປົກແຂງ, ເຄື່ອງລິດສະຕິກເກີ, ເຄື່ອງລີດເຈ້ຍ, ເຄື່ອງເຂົ້າປ່ວງເຫຼັກດູກງູ, ເຄື່ອງພັກ ແລະ ເຄື່ອງແພັກ.

ພາຍໃນງານຍັງມີພິທີຕັກບາດນຳອີກ

ພາຍຫຼັງສຳເລັດການປັບປຸງກໍ່ສ້າງອາຄານ ແລະ ຕິດຕັ້ງເຄື່ອງຈັກ, ໂຮງພິມ ໂຊກພາໄຊ ໄດ້ຜະລິດສິ່ງພິມທົ່ວໄປ ເຊັ່ນ: ຜະລິດປຶ້ມອ່ານ-ປຶ້ມຂຽນທຸກຊະນິດ, ປະຕິທິນ, ໃບບິນ, ໃບຍ້ອງຍໍ, ຖົງ, ແບບຟອມ ແລະ ແຟ້ມໃສ່ເອກະສານຕ່າງໆ ແລະ ຜະລິດສິ່ງພິມຄວາມປອດໄພ ຄື: ປຶ້ມແຊັກທະນາຄານ, ໃບຕາດິນ ແລະ ໃບປະກາສະນີຍະບັດ ແລະ ຜະລິດສື່ສິ່ງພິມ ແລະ ປ້າຍໂຄສະນາອີກດ້ວຍ ເພື່ອຍົກສູງຄຸນນະພາບທາງດ້ານການພິມຈຳໜ່ວຍ ໃຫ້ມີປະສິດທິພາບ ແລະ ໄດ້ຮັບໝາກຜົນສູງສຸດ.

ການຟ້ອນລຳເພື່ອເປັນກຽດແກ່ພິທີເປີດ ໂຮງພິມ ໂຊກພາໄຊ

ສຳລັບຕໍ່ໜ້ານີ້, ໂຮງພິມ ໂຊກພາໄຊ ຈຳກັດ ຈະສືບຕໍ່ຍົກລະດັບຄຸນນະພາບດ້ານການຜະລິດສື່ສິ່ງພິມ ໃຫ້ມີຄວາມປອດໄພລະດັບຊາດ ແລະ ສາກົນ ໂດຍແມ່ນສິ່ງພິມຄວາມປອດໄພ ແລະ ປຶ້ມອີເລັກໂຕຼນິກ ເຊັ່ນ: ອີ-ບໍເດີພາດ, ອີ-ພັດສະປອດ ແລະ ປຶ້ມຟາກເງິນທະນາຄານ, ບັດ ATM, ບັດວີຊາ ແລະ ບັດພະນັກງານຮັບປະກັນ ໃຫ້ມີຄຸນນະພາບດີ ແລະ ຖືກຕ້ອງຕາມຫຼັກການ.