ເອກອັກຄະຣາຊະທູດຍີ່ປຸ່ນ ຢ້ຽມຂໍ່ນັບລັດຖະມົນຕີກະຊວງ ປກສ

0
3343
ຍີ່ປຸ່ນ-ສປປ ລາວ

ທ່ານ ຕາເຄຊິ ຮິກິຮາຣະ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ ພ້ອມຄະນະເຂົ້າຢ້ຽມຂໍ່ານັບ ແລະ ສະແດງຄວາມຍິນດີຕໍ່ ພົທ ວິໄລ ຫຼ້າຄຳຟອງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ໃນວັນທີ 14 ມັງກອນ 2019 ເນື່ອງໃນໂອກາດທີ່ທ່ານໄດ້ຮັບຕຳແໜ່ງເປັນລັດຖະມົນຕີກະຊວງ ປກສ

ທ່ານ ຕາເຄຊິ ຮິກິຮາຣະ ເອກອັກຄະຣາຊະທູດຍີ່ປຸ່ນ – ພົທ ວິໄລ ຫຼ້າຄຳຟອງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສປປ ລາວ

ໂອກາດນີ້, ທ່ານ ຕາເຄຊິ ຮິກິຮາຣະ ໄດ້ກ່າວສະແດງຄໍາຂອບໃຈຕໍ່ ທ່ານລັດຖະມົນຕີກະຊວງ ປກສ ພ້ອມຄະນະ ທີ່ໃຫ້ການຕ້ອນຮັບເປັນຢ່າງດີ ພ້ອມທັງລາຍງານຈຸດປະສົງໃນການເຂົ້າຢ້ຽມຂໍ່ານັບຄັ້ງນີ້,

ການຮ່ວມກັນປ້ອງກັນຄວາມສະຫງົບໃນວຽກການທູດ, ນັກທ່ອງທ່ຽວ ແລະ ນັກທຸລະກິດ

ເປັນຕົ້ນແມ່ນ ການຮ່ວມກັນປ້ອງກັນຄວາມສະຫງົບໃນວຽກການທູດ, ນັກທ່ອງທ່ຽວ ແລະ ນັກທຸລະກິດຈາກ ປະເທດຍີ່ປຸ່ນ ທີ່ມາລົງທຶນໃນລາວ ແລະ ຄະນະຜູ້ແທນຈາກປະເທດຍີ່ປຸ່ນ ໄດ້ເດີນທາງມາເຮັດວຽກຮ່ວມກັບ ສປປ ລາວ ມີຄວາມປອດໄພ ແລະ ຍັງໄດ້ຮ່ວມມືຊ່ວຍເຫຼືອເຊິ່ງກັນແລະກັນດ້ານຕ່າງໆ ໂດຍສະເພາະວຽກງານຕ້ານການຄ້າມະນຸດຢ່າງມີປະສິດທິພາບດີ.

ການຮ່ວມມືຂອງທັງສອງປະເທດ ລາວ-ຍີ່ປຸ່ນ

ທ່ານລັດຖະມົນຕີກະຊວງ ປກສ ໄດ້ຕີລາຄາສູງຕໍ່ການຮ່ວມມືຂອງທັງສອງປະເທດ ລາວ-ຍີ່ປຸ່ນ ໂດຍສະເພາະໃນຕໍ່ໜ້າ ກະຊວງ ປກສ ແລະ ສະຖານທູດຍີ່ປຸ່ນປະຈຳລາວ ຈະພ້ອມກັນສືບຕໍ່ພົວພັນຮ່ວມມືຊ່ວຍເຫຼືອເຊິ່ງ ກັນ ແລະ ກັນ ໂດຍສະເພາະຊ່ວຍເຫຼືອດ້ານການຝຶກອົບຮົມ, ການສຶກສາ, ຍົກລະດັບວິຊາການທາງດ້ານວຽກງານຕ້ານການຄ້າມະນຸດໃຫ້ໄດ້ຮັບໝາກຜົນ ເພື່ອເຮັດໃຫ້ສອງປະເທດມີຄວາມສະຫງົບ.

ຝ່າຍລາວນຳໂດຍ ພົທ ວິໄລ ຫລ້າຄຳຟອງ ພ້ອມດ້ວຍຄະນະ

ພ້ອມນັ້ນ, ຍັງຈະສືບຕໍ່ເຮັດວຽກງານປ້ອງກັນຄວາມສະຫງົບ ໃຫ້ເປັນຢ່າງດີ ແລະ ເຂັ້ມງວດ ຮັບປະກັນໃຫ້ບັນດາຜູ້ແທນ ແລະ ນັກລົງທຶນທີ່ດຳເນີນທຸລະກິດຢູ່ ສປປ ລາວ ມີຄວາມສະຫງົບ-ປອດໄພ.

ຝ່າຍຍີ່ປຸ່ນນຳໂດຍ ຕາເຄຊິ ຮິກິຮາຣະ ພ້ອມດ້ວຍຄະນະ