ງານມະຫະກຳອະສັງຫາລິມະຊັບ 2019 ( Laorealestate.la Expo 2019 ) ຄັ້ງທຳອິດໃນ ສປປ ລາວ ຈະຈັດຂຶ້ນໃນລະຫວ່າງວັນທີ 1-2 ມີນາ 2019 ທີ່ໂຮງແຮມດອນຈັນພາເລດ, ເຊິ່ງນັບແຕ່ມື້ນີ້ເປັນຕົ້ນໄປເຈົ້າພາບຈັດງານ ແມ່ນມີຄວາມຍິນດີເຊີນຊວນ ແລະ ເປີດໃຫ້ບັນດາບໍລິສັດຕ່າງໆ ກໍຄື ຜູ້ປະກອບການບັນດາຫົວໜ່ວຍທຸລະກິດ ຂະແໜງການອະສັງຫາລິມະຊັບ ສາມາດຈັບຈອງຫ້ອງວາງສະແດງ ເພື່ອຍົກລະດັບຜະລິດຕະພັນຂອງຕົນ ໃຫ້ເປັນທີ່ຮູ້ຈັກຍິ່ງຂຶ້ນ ໂດຍສາມາດຕິດຕໍ່ສອບຖາມໄດ້ທີ່ເບີໂທ 020 5555 0906 ຫຼື ອີເມວ contact@yula.la.

ທ່ານ ເຈມສ໌ ໄວທ໌ເຮດ ຜູ້ບໍລິຫານຂອງ Yula.la ແລະ Laorealestate.la ທີ່ເປັນຜູ້ນຳດ້ານເວັບໄຊໂຄສະນາສິນຄ້າ ແລະ ເວັບໄຊອະສັງຫາລິມະຊັບໃນລາວ ໄດ້ຖະແຫຼງໃຫ້ຮູ້ວ່າ:

ໂດຍໄດ້ຮັບການສະໜັບສະໜູນຈາກ ບໍລິສັດປະກັນໄພພົງສະຫວັນ ( APA ) ດັ່ງນັ້ນສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຮ່ວມກັບ ເວັບໄຊ www.yula.la  ແລະ Laorealestate.la ຈຶ່ງຈັດງານມະຫະກຳອະສັງຫາລິມະຊັບ 2019 ຂຶ້ນເຊິ່ງຖືວ່າເປັນຄັ້ງທຳອິດທີ່ຈັດຂຶ້ນໃນ ສປປ ລາວ ແລະ ເປັນງານທີ່ດີສໍາລັບທຸລະກິດທີ່ກ່ຽວຂ້ອງດ້ານອະສັງຫາລິມະຊັບ ເພື່ອຂະຫຍາຍຖານ ແລະ ເພີ່ມຍອດຂາຍໃຫ້ແກ່ບໍລິສັດ ໃນຂະແໜງອະສັງຫາລິມະຊັບ ທີ່ຈະມາວາງສະແດງຜະລິດຕະພັນພາຍໃນງານ.

ປັດຈຸບັນມີບັນດາກຸ່ມຄົນ ແລະ ບໍລິສັດຊັ້ນນຳຕ່າງໆໃນລາວ ໄດ້ມາຈັບຈອງຊື້ຫ້ອງວາງສະແດງ ເພື່ອເຂົ້າຮ່ວມວາງສະແດງພາຍຜະລິດຕະພັນຂອງຕົນ ຫຼາຍກວ່າ 70% ແລ້ວ; ສຳລັບບັນດາມວນຊົນທີ່ຕ້ອງການເຂົ້າຮ່ວມທ່ຽວຊົມພາຍໃນງານ ແມ່ນຈະບໍ່ໄດ້ເສຍຄ່າ ແລະ ຍັງຈະໄດ້ຮ່ວມຈັບສະຫຼາກລຸ້ນໂຊກຮັບສິດເດີນທາງທ່ຽວຕ່າງປະເທດ ພ້ອມຮັບຂອງລາງວັນຕ່າງໆ; ນອກນັ້ນ, ຍັງຈະໄດ້ພົບກັບບັນດານັກພັດທະນາໂຄງການ, ສະຖາປະນິກ, ຜູ້ຮັບເໝົາກໍ່ສ້າງ, ນາຍໜ້າອະສັງຫາ, ທີ່ດິນ, ທະນາຄານທີ່ປ່ອຍສິນເຊື່ອບ້ານ, ບໍລິສັດປະກັນໄພ, ບໍລິສັດດ້ານກົດໝາຍ ລວມທັງ ນັກລົງທຶນດ້ານອະສັງຫາ ຈາກຕ່າງປະເທດທີ່ລໍຖ້າໃຫ້ຄຳປຶກສາ ແລະ ແນະນຳຕ່າງໆແກ່ຜູ້ທີ່ມີຄວາມສົນໃຈລົງທຶນດ້ານອະສັງຫາລິມະຊັບ; ຄາດວ່າຈະມີຫຼາຍກວ່າ 40 ຫ້ອງວາງສະແດງ ແລະ ມີມວນຊົນເຂົ້າຮ່ວມຫຼາຍກວ່າ 3.000 ຄົນ.

ພາຍໃນງານຍັງຈະມີການຈັດສຳມະນາ ເພື່ອເປີດໂອກາດໃຫ້ມວນຊົນເຂົ້າຮ່ວມຮັບຟັງການບັນຍາຍທີ່ເໝາະກັບ ນັກຊື້ອະສັງຫາລິມະຊັບທີ່ຕ້ອງການສຶກສາກ່ຽວກັບພາສີ, ການປະເມີນລາຄາ, ກົດໝາຍທີ່ດິນ, ການພິຈາລະນາກ່ອນການລົງທຶນ, ວິທີກູ້ສິນເຊື່ອບ້ານແບບປອດໄພ ແລະ ອີກຫຼາຍຫົວຂໍ້ໃຫ້ທ່ານຮັບຟັງແບບບໍ່ເສຍຄ່າໃຊ້ຈ່າຍ.

ພິທີຖະແຫຼງດັ່ງກ່າວ ໄດ້ມີຂຶ້ນໃນວັນທີ 15 ມັງກອນ 2019 ທີ່ໂຮງແຮມດອນຈັນພາເລດ ໂດຍມີ ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ທ່ານ ໂດມິນິກ ວິລລຽມສ໌ ຜູ້ອຳນວຍການໃຫຍ່ ບໍລິສັດປະກັນໄພ ພົງສະຫວັນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ສື່ມວນຊົນ ເຂົ້າຮ່ວມ.