ຂ່າວຕ່າງປະເທດລາຍງານ ໃນວັນທີ 15 ມັງກອນ ນີ້ວ່າ: ສານປະຊາຊົນຂັ້ນສູງທີ່ເມືອງຕ້າຫຼຽນ ໃນມົນທົນຫຼຽວໜິງທາງຕາເວັນອອສຽງເໜືອຂອງຈີນ ມີຄຳພິພາກສາໃຫ້ ທ້າວ ໂຣເບີດ ລອຍ ເຊນເລນເບິກ ສັນຊາດການາດາ ອາຍຸ 36 ປີ ຮັບໂທດປະຫານຊີວິດ ແລະ ຢຶດຊັບສິນທັງໝົດ ຈາກຄວາມຜິດໃນຄະດີຮ້າຍແຮງດ້ວຍການເປັນໜຶ່ງໃນສະມາຊິກເຄືອຂ່າຍຄ້າຢາເສບຕິດລະຫວ່າງປະເທດ ແລະ ພະຍາຍາມລັກລອບຂົນຢາບ້ານ້ຳໜັກລວມຫຼາຍເຖິງ 222 ກິໂລກຼາມ ຜ່ານຈາກຈີນໄປອົດສະຕຣາລີ ໂດຍທ້າວ ໂຣເບີດ ລອຍ ເຊນເລນເບິກ ຖືກຈັບກຸມໃນປີ 2014.

ແນວໃດກໍຕາມ, ສານຊັ້ນຕົ້ນມີຄຳພິພາກສາໃນເດືອນພະຈິກ 2018 ໃຫ້ຈຳເລີຍຮັບໂທດຈຳຄຸກ 15 ປີ ພ້ອມປັບໄໝເງິນ 150.000 ຢວນ ແລະ ສົ່ງກັບປະເທດເມື່ອຮັບໂທດຈຳຄຸກຄົບຕາມກຳນົດ. ແຕ່ ທ້າວ ໂຣເບີດ ລອຍ ເຊນເລນເບິກ ຍື່ນອຸທອນໃນເດືອນທັນວາ 2018, ເຊິ່ງສານຮັບພິຈາລະນາໃໝ່ ແລະ ລົງຄວາມເຫັນວ່າ ບົດລົງໂທດເກົ່ານັ້ນໜ້ອຍເກີນໄປ. ແນວໃດກໍຕາມ, ຈຳເລີຍ ຍັງມີໂອກາດຍື່ນອຸທອນຕໍ່ສານໃນມົນທົນຫຼຽວໜິງ ພາຍໃນໄລຍະເວລາ 10 ວັນ.

ຂະນະທີ່ ທ້າວ ໂຣເບີດ ລອຍ ເຊນເລນເບິກ ຖືກຈັບກຸມໃນປີ 2014 ໄດ້ຮັບຊາບຄຳຕັດສິນ, ກ່ອນຢືນຢັນຄວາມບໍລິສຸດຂອງຕົວເອງວ່າ ຜູ້ກ່ຽວເປັນພຽງນັກທ່ອງທ່ຽວຄົນໜຶ່ງເທົ່ານັ້ນ ແລະ ໄດ້ຮັບການແນະນຳໃຫ້ຮູ້ຈັກກັບຊາຍຊາວຈີນຄົນໜຶ່ງ ຊື່ທ້າວ ຊູ່ສິງ ຫຼື ຄິງ, ເຊິ່ງ ທ້າວ ໂຣເບີດ ລອຍ ເຊນເລນເບິກ ກ່າວວ່າທ້າວ ຊູ່ສິງ ເປັນຜູ້ໂຍນຄວາມຜິດທັງໝົດໃຫ້ກັບຜູ້ກ່ຽວ ແລະ ຢາເສບຕິດທັງໝົດເປັນຂອງ ທ້າວ ແຄມລາ ຫວ່ອງ ຊາວການາດາ ເຊື້ອສາຍຈີນ, ເຊິ່ງຖືກຈັບກຸມຢູ່ປະເທດໄທໃນປີ 2015.