ກອງບັນຊາການ ປກສ ແຂວງຫຼວງພະບາງ ໄດ້ຈັດພິທີປາຖະກະຖາມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ  ຄົບຮອບ 70 ປີ 20 ມັງກອນ 1949-20 ມັງກອນ 2019 ໃຫ້ກຽດປາຖະກະຖາໂດຍ ພົຈວ ບຸນຊູ ດວງຄຳມີ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຫຼວງພະບາງ ເຂົ້າຮ່ວມມີ ພັອ ຕູຊົງ ປັດໃຈ ຮອງກອງບັນຊາການ ປກສ ແຂວງຫຼວງພະບາງ ແລະ ພະນັກງານຫຼັກແຫຼງ ເຂົ້າຮ່ວມ.

ພົຈວ ບູນຊູ ດວງຄຳມີ ໄດ້ກ່າວວ່າ:

ໃຫ້ກຽດປາຖະກະຖາໂດຍ ພົຈວ ບຸນຊູ ດວງຄຳມີ ຫົວໜ້າການເມືອງ

ວັນທີ 20 ມັງກອນ 1949 ແມ່ນວັນທີ່ມີຄວາມໝາຍຄວາມສຳຄັນຂອງຊາດລາວ ແມ່ນຊາດໜຶ່ງທີ່ກຳເນີດຄົງຕົວມາຫຼາຍພັນປີ ໂດຍຜ່ານຂະບວນວິວັດແຫ່ງການຕໍ່ສູ້ກັບສັດຕູຜູ້ຮຸກຮານອັນລຳບາກຍາວນານຜ່ານມາຫຼາຍເຊັ່ນຄົນ ແລະ ຍາດເອົາອຳນາດປະຊາທິປະໄຕຜືນແຜນດິນອັນຄົບຖ້ວນຄືນ ໃຫ້ຂອງປະຊົນລາວບັນດາເຜົ່າ ໂດຍພາຍໃຕ້ການຊີ້ນຳ-ນໍາພາຂອງພັກປະຊາຊົນປະຕິວັດລາວ ເປັນຜູ້ຈັດຕັ້ງນຳພາທຸກໄຊຊະນະ ເພື່ອກອບກູ້ເອົາເອກະລາດແຫ່ງສັນຕິພາບມາສູ່ປະຊາຊົນ, ກຳລັງ ປກຊ ແມ່ນກຳເນີດຈາກປະຊາຊົນ ໂດຍປະຊາຊົນ ເພື່ອຜົນປະໂຫຍດຂອງປະຊາຊົນ ອັນນີ້ແມ່ນ ພວກເຮົາເດີນຕາມແນວທາງທີພັກ-ລັດໄດ້ກຳນົດໄວ້ຢ່າງຖືກຕ້ອງ.

ພັອ ຕູຊົງ ປັດໃຈ ຮອງກອງບັນຊາການ ປກສ ແຂວງຫຼວງພະບາງ ແລະ ພະນັກງານຫຼັກແຫຼງ ເຂົ້າຮ່ວມ

ກຳລັງປ້ອງຊາດແມ່ນເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງຕັ້ງແຕ່ອະດີດຈົນເຖິງປັດຈຸບັນ ສະແດງອອກໃນການປະຕິບັດໜ້າທີ່ໃນ ແຕ່ລະໄລຍະເຫັນວ່າມີແບບແຜນວິທີເຮັດວຽກຢ່າງຄ່ອງແຄ້ວທັນສະໄໝ ເປັນກຳລັງທີ່ໄວ້ເນື້ອເຊື່ອໃຈຂອງພັກເຮົາ ເຊິ່ງມີຄວາມພ້ອມຈະປະຕີບັດໜ້າທີ່ທຸກກໍລະນີ ເພື່ອປົກປັກຮັກສາຜົນປະໂຫຍດຂອງປະຊາຊົນກໍຄື: ຜົນປະໂຫຍດລວມຂອງປະເທດຊາດບ້ານເມືອງໃຫ້ມີຄວາມສະຫງົບ-ປອດໄພໂດຍພື້ນຖານ.