ພົຈວ ທອງຈັນ ຈັນທະພົງ ຫົວໜ້າກອງບັນຊາການ ປກສ ແຂວງອັດຕະປື ພ້ອມດ້ວຍຄະນະໄດ້ລົງກວດກາ, ຊຸກຍູ້ ແລະ ປັບປຸງວຽກງານກວດກາຄົນເຂົ້າ-ອອກເມືອງຢູ່ດ່ານ ຕມ ເຊປຽນ ໃນຕົ້ນເດືອນມັງກອນ 2019 ທີ່ຜ່ານມາ.

ການລົງໄປເຮັດວຽກຊຸດນີ້ ແມ່ນເປັນການກວດກາຄືນຜົນການຈັດຕັ້ງປະຕິບັດວຽກງວິຊາສະເພາະໃນໄລຍະຜ່ານມາ ເພື່ອເປັນການຖອດຖອນບົດຮຽນກັບບັນດາພະນັກງານວິຊາ ການທີ່ປະຈຳຢູ່ດ່ານ ຕມ, ເຊິ່ງພວມປະຕິບັດໜ້າທີ່ຕໍ່ກັບວຽກງານກວດກາຄົນເຂົ້າ – ອອກ
ເມືອງ, ເກັບກໍາສະຖິຕິຄົນເຂົ້າ-ອອກຂອງພໍ່-ແມ່ປະຊາຊົນລາວ, ຄົນຕ່າງດ້າວ, ຄົນຕ່າງປະເທດ ແລະ ຄົນບໍ່ມີສັນຊາດ ທີ່ເດີນທາງເຂົ້າມາໃນນາມນັກທ່ອງທ່ຽວ ຫຼື ເຮັດທຸລະກິດ ພ້ອມທັງສະພາບການອື່ນໆ ຕາມຂອບເຂດຊາຍແດນທີ່ຕົນຮັບຜິດຊອບໃຫ້ມີຄວາມສະຫງົບ ໂດຍພື້ນຖານ.

ໃນໂອກາດດັ່ງກ່າວນີ້, ທ່ານຍັງເນັ້ນໃຫ້ພະນັກງານທີ່ປະຈຳຢູ່ດ່ານ ຈົ່ງມີຄວາມອຸ່ນອຽນທຸນທ່ຽງຕໍ່ແນວທາງຂອງພັກ-ລັດ ແລະ ຈັດຕັ້ງວຽກງານວິຊາສະເພາະ ດ້ວຍຄວາມຊື່ສັດຄວາມບໍລິສຸດ ພ້ອມກັນປະຕິບັດໜ້າອັນສຳຄັນທີ່ການຈັດຕັ້ງມອບໝາຍໃຫ້ບັນລຸຕາມປົ້າໝາຍ.
ນອກນີ້. ພົຈວ ທອງຈັນ ຈັນທະພົງ ຍັງໄດ້ມອບຄອມພິວເຕີຕັ້ງໂຕະ 1 ຊຸດ ໃຫ້ດ່ານຕຳຫຼວດກວດຄົນເຂົ້າ-ອອກ ເມືອງເຊປຽນ ເພື່ອນຳໃຊ້ເຂົ້າໃນວຽກງານວິຊາສະເພາະໃຫ້ມີຄວາມສະດວກກວ່າເກົ່າ.