ກອງບັນຊາການ ປກສ ແຂວງໄຊຍະບູລີ ປາຖະກະຖາລະນຶກຄືນວັນສ້າງຕັ້ງກອງທັບປະຊາ ຊົນລາວ ຄົບຮອບ 70 ປີ ແລະ ວັນສ້າງຕັ້ງສະຫະພັນແມ່ຍິງ ກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 53 ປີ, ປາຖະກະຖາໂດຍ ພັທ ບຸນທັນ ທິບພະວົງ ຮອງຫົວໜ້າກອງບັນຊາ
ການ ປກສ ແຂວງ , ມີພາກສ່ວນກ່ຽວເຂົ້າຮ່ວມ.

ພັທ ບຸນທັນ ທິບພະວົງ ໄດ້ຍົກໃຫ້ເຫັນທາດແທ້ມູນເຊື້ອອັນສະຫງ່າ ງາມຂອງກອງທັບປະຊາຊົນລາວ, ເຊິ່ງຕະຫຼອດໄລຍະແຫ່ງການກໍາເນີດ, ສູ້ຮົບມີໄຊ, ເຕີບໃຫຍ່ຂະຫຍາຍຕົວ 70 ປີ ຜ່ານມາ (ວັນທີ 20 ມັງກອນ 1949 – 20 ມັງກອນ 2019), ກອງທັບປະຊາຊົນລາວ ພ້ອມກັບປະຊາຊົນລາວບັນດາເຜົ່າ ໄດ້ເຮັດສໍາເລັດພາລະກໍາປະ ຫວັດສາດ ທີ່ພັກ-ລັດມອບໝາຍໃຫ້ສາມາດຕີເອົາຊະນະຈັກກະພັດຜູ້ຮຸກຮານ ແລະ ລູກແຫຼ້ງຕີນມື; ເດັດດ່ຽວປົກປັກຮັກສາໝາກຜົນຂອງການປະຕິວັດ, ອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນ ຄົບຖ້ວນຂອງປະເທດຊາດໄວ້ໄດ້ຢ່າງ ໝັ້ນຄົງ. ໃນນີ້, ຢູ່ແຂວງ ໄຊຍະບູລີ ໄດ້ມີເຫດການພົ້ນເດັ່ນ ຄື: ກອງທັບ ແລະ ປະຊາຊົນບັນດາເຜົ່າພາຍໃນແຂວງ ໄດ້ເດັດດ່ຽວຕໍ່ສູ້, ຕ້ານການເກາະຜິດຕາມຊາຍແດນ ແລະ ການບຽດຢຶດ 3 ບ້ານຢູ່ເມືອງປາກລາຍ ໃນປີ 1984 ແລະ ເມືອງບໍ່ແຕນ ໃນປີ 1987-1988 ສາມາດປັດເຂ່ຍສັດຕູອອກຈາກວົງສູ້ຮົບ ແລະ ປົກປັກຮັກສາເຂດນໍ້າແດນດິນໄວ້ໄດ້ຢ່າງໜັ້ນຄົງ.

ພ້ອມນີ້, ຍັງໄດ້ຍົກໃຫ້ເຫັນມູນເຊື້ອວັນສ້າງຕັ້ງສະຫະພັນແມ່ຍິງກໍາລັງປ້ອງກັນຄວາມສະຫງົບ ເປັນວັນທີ່ມີຄວາມໝາຍສໍາຄັນຕິດພັນກັບມູນເຊື້ອຂອງພັກ-ຂອງຊາດ, ຂອງກໍາລັງປ້ອງກັນຄວາມສະຫງົບ; ນັບແຕ່ມື້ກໍາເນີດຈົນເຖິງປັດ ຈຸບັນສະຫະພັນແມ່ຍິງກໍາລັງປ້ອງກັນຄວາມສະຫງົບ ໄດ້ປະກອບສ່ວນຢ່າງໃຫຍ່ຫຼວງ ແລະ ຄຽງບ່າ-ຄຽງໄຫຼ່ກັບເພດຊາຍ, ອຸທິດເຫື່ອແຮງ, ສະຕິປັນຍາ ເພື່ອພາລະກິດຕໍ່ສູ້ປົດປ່ອຍຊາດ, ປາບປາມພວກຝືນປະຕິ ວັດ, ອິດທິກໍາລັງປໍລະປັກ, ພວກຕ້ອງໂທດອາຍາຕ່າງໆ ສາມາດປົກປັກຮັກສາຄວາມສະຫງົບຂອງປະເທດຊາດ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ; ຮັກສາຊີວິດ, ຊັບສິນ ແລະ ຜົນປະໂຫຍດອັນຊອບ ທໍາຂອງປະຊາຊົນບັນດາເຜົ່າ ຕະຫຼອດໄລຍະ 53 ປີຜ່ານມາ.

ພັທ ບຸນທັນ ທິບທະວົງ ຍັງໄດ້ຮຽກຮ້ອງບັນດາສະຫາຍຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນຕໍາຫຼວດໃນທົ່ວກໍາລັງ ຈົ່ງພ້ອມກັນປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອສອງວັນປະຫວັດສາດສໍາຄັນດັ່ງກ່າວເຂົ້າໃນການຝຶກຝົນຫຼ່ໍຫຼອມຕົນເອງ, ພ້ອມກັນຕັ້ງໜ້າບຸກບືນກ້າວຂຶ້ນເຮັດສໍາເລັດໜ້າທີ່ ແລະ ຍາດໄດ້ຜົນງານໃໝ່ໃຫຍ່ຂຶ້ນກວ່າເກົ່າ.