ຂ່າວຕ່າງປະເທດລາຍງານ ໃນວັນທີ 15 ມັງກອນ ນີ້ວ່າ: ເຈົ້າໜ້າທີ່ຕຳຫຼວດແອັດດສະປາຍເປີດປະຕິບັດການກວາດລ້າງກຸ່ມກໍ່ການຮ້າຍໃນເມືອງບາເຊໂລນາ ແລະ ເມືອງອີກະວາລາດາທີ່ຢູ່ໃກ້ຄຽງ ຈັບກຸມຜູ້ຖືກສົງໄສທີ່ວາງແຜນກໍ່ການຮ້າຍໄດ້ຫຼາຍຄົນ.

ໂຄສົກເຈົ້າໜ້າທີ່ຕຳຫຼວດ ໃຫ້ຮູ້ວ່າ ມີເຈົ້າໜ້າທີ່ຕຳຫຼວດຫຼາຍຮ້ອຍຄົນຮ່ວມປະຕິບັດການບຸກຄົ້ນສະ ຖານທີ່ 5 ແຫ່ງໃນເມືອງບາເຊໂລນາ ແລະ ອີກໜຶ່ງແຫ່ງໃນເມືອງອີກະວາລາດາ ສາມາດຈັບກຸມຜູ້ຖືກສົງໄສໄດ້ແລ້ວ 2 ຄົນ ແລະ ຈະຂູະຫຍາຍຜົນຈັບກຸມອີກຫຼາຍຄົນ, ເຊິ່ງເປົ້າໝາຍຂອງກຸ່ມນີ້ຄືກໍ່ການຮ້າຍ ໂດຍເຈົ້າໜ້າທີ່ກຳລັງສືບສວນເພື່ອຫາສະຖານທີ່ທີ່ຕົກເປັນເປົ້າໝາຍ. ການປະຕິບັດການຄັ້ງນີ້ ເປັນໄປຕາມຄຳສັ່ງສານສູງທີ່ຮັບຜິດຊອບເລື່ອງການສອບສວນກໍ່ການຮ້າຍ, ການກະທຳຜິດດ້ານສາທາລະນະສຸກ ແລະ ແກ້ງອາຊະຍາກຳ.

ເມືອງບາເຊໂລນາ ເພີ່ມການເຝົ້າລະວັງຕັ້ງແຕ່ໄດ້ຮັບຄຳເຕືອນຈາກກະຊວງການຕ່າງປະເທດສະຫະລັດ ໃນເດືອນທັນວາ 2018 ວ່າ ອາດຈະເກີດກໍ່ການຮ້າຍໃນໄລຍະວັນຄຣິດສະມາດ, ເຊິ່ງເມືອງດັ່ງກ່າວເປັນເມືອງທີ່ໃຫຍ່ອັນດັບສອງຂອງປະເທດ. ແອັດສະປາຍ ເຄີຍເກີດເຫດຮ້າຍແຮງທີ່ສຸດໃນຮອບ 10 ປີ ເມື່ອຄົນຮ້າຍຂັບລົດຕູ້ພຸ່ງຕຳຄົນຢູ່ຖະໜົນທ່ອງທ່ຽວຊື່ດັງຂອງບາເຊໂລນາ ໃນເດືອນສິງຫາ 2016 ມີຜູ້ເສຍຊີວິດ 14 ຄົນ ແລະ ໄດ້ຮັບບາດເຈັບ 130 ຄົນ, ຄົນຮ້າຍເປັນຊາວມາຣົກ ທີ່ກໍ່ເຫດຄາດຕະກຳເຈົ້າຂອງລົດ ແລ້ວລັກລົດມາກໍ່ເຫດ. ຫຼັງຈາກນັ້ນບໍ່ພໍເທົ່າໃດຊົ່ວໂມງກຸ່ມແກ້ງຂອງຄົນຮ້າຍອີກ 5 ຄົນ ຂັບລົດຕຳຜູ້ຄົນຢູ່ຖະໜົນທາງພາກໃຕ້ຂອງບາເຊໂລນາ ແລະ ໃຊ້ມີດແທງແມ່ຍິງຄົນໜຶ່ງເສຍຊີວິດ ໂດຍກຸ່ມລັດອິດສະລາມ (IS) ອ້າງຕົວວ່າເປັນຜູ້ກໍ່ເຫດ.