ໃຫ້ກຽດປາຖະກະຖາໂດຍ ພົອ ຈັນ ສະໝອນ ຈັນຍາລາດ

ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ໄດ້ຈັດພິທີປາຖະກະຖາຫວນຄືນມູນເຊື້ອ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ (20 ມັງກອນ 1949-20 ມັງກອນ 2019) ໃນວັນທີ 16 ມັງກອນ 2019, ທີ່ກະຊວງປ້ອງກັນປະເທດ, ໃຫ້ກຽດປາຖະກະຖາໂດຍ ພົອ ຈັນ ສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີ ທ່ານ ອາລຸນໄຊ ສູນນະລາດ ກຳມະການສຳຮອງສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ, ບັນດາຮອງເລຂາ, ຫົວໜ້າກົມ-ຮອງກົມຈາກກະຊວງ ປ້ອງກັນປະເທດ ແລະ ສຊປລ, ຄະນະຊາວໜຸ່ມບັນດາກະຊວງ-ອົງການ, ຊາວໜຸ່ມອ້ອມຂ້າງນະຄອນຫຼວງວຽງຈັນ, ຊາວໜຸ່ມນັກຮຽນ ແລະ ນ້ອງນ້ອຍເຍົາວະຊົນເຂົ້າຮ່ວມຮັບຟັງ.

ພົອ ຈັນສະໝອນ ຈັນຍາລາດ ໃຫ້ຮູ້ໂດຍຫຍໍ້ວ່າ:

ຊາວໜຸ່ມອ້ອມຂ້າງນະຄອນຫຼວງວຽງຈັນ, ຊາວໜຸ່ມນັກຮຽນ ແລະ ນ້ອງນ້ອຍເຍົາວະຊົນເຂົ້າຮ່ວມຮັບຟັງ

ວັນທີ 20 ມັງກອນ 1949 ກອງທັບລາວອິດ ສະຫຼະໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການຢູ່ເຂດລາວຮຸ່ງພຽງ ສາ ເມືອງຊຽງຄໍ້ ແຂວງຫົວພັນ ໂດຍແມ່ນປະທານ ໄກສອນ ພົມວິຫານ ເປັນຜູ້ບັນຊາການໂດຍກົງພາຍໃຕ້ການຊີ້ນຳ-ນຳພາຂອງພັກທີ່ມີແນວທາງການເມືອງ ແລະ ການທະຫານອັນຖືກຕ້ອງ ແລະ ປະດິດສ້າງ, ເຊິ່ງກອງທັບປະຊາຊົນລາວໄດ້ເຕີບໃຫຍ່ເຂັ້ມແຂງ ແລະ ກ້າວຂຶ້ນຍາດເອົາໄຊຊະນະຢ່າງເນື່ອງນິດລຽນຕິດ, ຍິ່ງຕີຍິ່ງເຕີບໃຫຍ່ເຂັ້ມແຂງໃນແຕ່ລະໄລຍະ.

ໂດຍສະເພາະໄລຍະແຕ່ປີ 1954-1959 ເປັນໄລຍະທີ່ກຳລັງປະຕິວັດຂຶ້ນເຕົ້າໂຮມຢູ່ສອງແຂວງ, ກໍ່ສ້າງກຳລັງປະກອບອາວຸດປະເທດລາວໃຫ້ເຕີບໃຫຍ່, ເປັນກຳລັງໝູນໃຫ້ແກ່ການຕໍ່ສູ້ ເພື່ອສັນຕິພາບ ແລະ ຄວາມປອງດອງຊາດ, ບັງຄັບໃຫ້ພວກຈັກກະພັດ ແລະ ລູກແຫຼ້ງຕີນມືຕ້ອງຍອມເຊັນສັນຍາວຽງຈັນໃນວັນທີ 2 ພະຈິກ 1957 ແລ້ວສ້າງຕັ້ງລັດຖະບານປະສົມ ຄັ້ງທີ I ດ້ວຍ ການເຂົ້າຮ່ວມຢ່າງສົມກຽດຂອງແນວລາວຮັກຊາດ.

ມາຮອດໄລຍະແຕ່ປີ 1973-1975  ເປັນໄລຍະຕໍ່ສູ້ປົກປັກຮັກສາສັນຕິພາບ, ຄວາມຖືກຕ້ອງປອງດອງ, ປຸກລະດົມຂົນຂວາຍປະຊາຊົນບຸກໂຈມຕີຮອບດ້ານ ແລະ ນຳໃຊ້ສາມບາດຄ້ອນຍຸດທະສາດຄື: ການລຸກຮື້ຂຶ້ນຂອງມະຫາຊົນ, ການໝູນໜີບຂອງກຳລັງປະກອບອາວຸດປະຕິວັດ ແລະ ການແຍກຕົວອອກຂອງກຳລັງທະຫານສັດຕູລຸກຮື້ຂຶ້ນປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສ້າງຕັ້ງລະບອບ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975.

ດັ່ງນັ້ນ, ກອງທັບປະຊາຊົນລາວ ຈຶ່ງເປັນກຳລັງທີ່ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະຊາຊົນ ແລະ ຕໍ່ອຸດົມການສັງຄົມນິຍົມໃນພຶດຕິກຳແຫ່ງການຕໍ່ສູ້ກູ້ຊາດອັນຍືດເຍື້ອຍາວນານ, ໂດຍໄດ້ຢັ້ງຢືນຈະແຈ້ງວ່າກອງທັບປະຊາຊົນລາວ ແມ່ນມາຈາກປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນຢ່າງແທ້ຈິງ.

ມີບັນດາກຳລັງ ປກຊ-ປກສ, ຫ້ອງການອ້ອມຂ້າງ ພ້ອມດ້ວຍອຳນາດການປົກຄອງບ້ານ ທົ່ວເມືອງຫາດຊາຍຟອງເຂົ້າຮ່ວມ

ການຈັດຕັ້ງປາຖະກະຖາຄັ້ງນີ້ ເພື່ອເຮັດໃຫ້ຜູ້ເຂົ້າຮ່ວມເຫັນໄດ້ມູນເຊື້ອອັນພິລະອາດຫານ, ຄວາມເດັດດ່ຽວໜ້ຽວແໜ້ນຂອງພັກກໍຄື: ກອງທັບປະຊາຊົນລາວ ທັງເປັນການປູກຈິດສຳນຶກໃຫ້ຊາວໜຸ່ມລາວຮູ້ສືບທອດມູນເຊື້ອ ແລະ ແນວຄວາມຄິດອັນສະຫຼາດ ສ່ອງໃສຂອງພັກ, ຂອງກອງທັບ ແລະ ຂອງຊາວໜຸ່ມລາວຮຸ່ນກ່ອນ ເພື່ອປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນກ້າວໜ້າຂຶ້ນເລື້ອຍໆ.

ໃນວັນດຽວກັນ, ປົກຄອງເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄດ້ຈັດຕັ້ງປາຖະກະຖາມູນເຊື້ອ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ໂດຍການເຜີຍແຜ່ຂອງ ພົຈວ ບົວ ສ້ຽງ ຈຳປາພັນ ພະນັກງານອາວຸໂສບຳນານ ອະດີດຮອງຫົວໜ້າກົມໃຫຍ່ເສນາທິການ ກະຊວງປ້ອງກັນປະເທດ, ເຊິ່ງມີບັນດາກຳລັງ ປກຊ-ປກສ, ຫ້ອງການອ້ອມຂ້າງ ພ້ອມດ້ວຍອຳນາດການປົກຄອງບ້ານ ທົ່ວເມືອງຫາດຊາຍຟອງເຂົ້າຮ່ວມ.