ປະກາດເລື່ອນຊັ້ນ “ພົນຈັດຕະວາ” ໃຫ້ພະນັກງານການນໍາ ກະຊວງ ປກສ

0
4804
ປິດກອງປະຊຸມສະຫຼຸບວຽກງານປ້ອງກັນຄວາມສະຫງົບ ປະຈໍາປີ 2018 ແລະ ວາງທິດທາງແຜນການ ປີ 2019

ໃນມື້ປິດກອງປະຊຸມສະຫຼຸບວຽກງານປ້ອງກັນຄວາມສະຫງົບ ປະຈໍາປີ 2018 ແລະ ວາງທິດທາງແຜນການ ປີ 2019 ໃນວັນທີ 16 ມັງກອນທີ່ຜ່ານມາ, ກະຊວງ ປກສ ໄດ້ປະກາດເລື່ອນຊັ້ນ ພັອ ຂຶ້ນ ພົຈວ ໃຫ້ພະນັກງານການນໍາ ຈໍານວນ 7 ສະຫາຍ ທີ່ມີຜົນງານດີເດັ່ນ, ຄົບມາດຖານເງື່ອນຕາມລະບຽບກົດໝາຍ, ໃຫ້ກຽດປະດັບຊັ້ນຄັ້ງນີ້ ໂດຍ ພົທ ວິໄລ ຫຼ້າຄໍາຟອງ ລັດຖະມົນຕີກະຊວງ ປກສ, ມີຮອງລັດຖະມົນຕີ, ຄະນະລັດຖະມົນຕີ, ຄະນະພັກ-ຄະນະນໍາກົມກອງອ້ອມຂ້າງກະຊວງ, ປກສ ແຂວງ-ນະຄອນຫຼວງວຽງຈັນ ເຂົ້າຮ່ວມ.

ພົຈວ ອາລູ ວາລີຊື ຫົວໜ້າກົມໃຫຍ່ການເມືອງ ປກສ

ພົຈວ ອາລູ ວາລີຊື ຫົວໜ້າກົມໃຫຍ່ການເມືອງ ປກສ ໄດ້ຜ່ານລັດຖະດໍາລັດ ວ່າດ້ວຍ ການເລື່ອນຊັ້ນນາຍຕໍາຫຼວດ

ພົຈວ ພິມພາ ສີໂພໄຊ ຫົວໜ້າກົມສື່ສານ

ຊັ້ນ ພັອ ຂຶ້ນ ພົຈວ ໃຫ້ ພັອ ບົວພັນ ຍໍລະວົງສາ ຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ, ພັອ ປອ ບົວວັນ ວົງສາວັນທອງ ຮອງຫົວໜ້າກົມໃຫຍ່ສັນຕິບານ, ພັອ ກິແກ້ວ ເນົາວະລັດ ຮອງຫົວໜ້າກົມໃຫຍ່ພາລາທິການ, ພັອ ນິລະວົງ ເຈືອງຕະວະລາດ ຫົວໜ້າກອງບັນຊາການ ປກສ ແຂວງອຸດົມໄຊ, ພັອ ພິມພາ ສີໂພໄຊ ຫົວໜ້າກົມສື່ສານ, ພັອ ຄໍາກິ່ງ ຜຸຍຫຼ້າມະນິວົງ ແລະ ພັອ ປອ ສຸວັນນີ ສີສຸພາບມີໄຊ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ ຂຶ້ນເປັນຊັ້ນ ພົຈວ.

ພົຈວ ບົວພັນ ຍໍລະວົງສາ ຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ

ພາຍຫຼັງສໍາເລັດການປະດັບຊັ້ນ, ພົທ ວິໄລ ຫຼ້າຄໍາຟອງ ໄດ້ໂອລົມຕໍ່ພະນັກງານການນໍາທີ່ໄດ້ຮັບການເລື່ອນຊັ້ນ ຕະຫຼອດຮອດ ຄະນະພັກ-ຄະນະນໍາທຸກຂັ້ນ ຕ້ອງເອົາໃຈໃສ່ເພີ່ມຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນຢ່າງສູງ, ເປັນພະນັກງານການນໍາທີ່ສາມາດນໍາພາ-ບັນຊາທີ່ເຂັ້ມແຂງ, ມີແບບແຜນ, ແກ້ໄຂໃຫ້ໄດ້ວຽກງານສະເພາະໜ້າ ແລະ ຍາວນານ ໃຫ້ມີຜົນສໍາເລັດຢ່າງເດັດດຽວ, ເປັນທໍາ, ແກ້ໄຂໃຫ້ໄດ້ທຸກວຽກງານຢ່າງມີປະສິດທິພາບສູງ.

ພົຈວ ນິລະວົງ ເຈືອງຕະວະລາດ ຫົວໜ້າກອງບັນຊາການ ປກສ ແຂວງອຸດົມໄຊ
ພົຈວ ກິແກ້ວ ເນົາວະລັດ ຮອງຫົວໜ້າກົມໃຫຍ່ພາລາທິການ