ໃຫ້ກຽດປະດັບຊັ້ນໂດຍ ພັອ ບຸນລົດ ຄຳແພງພັນ

ອາທິດຜ່ານມາ, ກອງບັນຊາການ ປກສ ແຂວງຊຽງຂວາງ ໄດ້ຈັດພິທີປະກາດການເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດຜູ້ທີ່ມີຜົນງານດີເດັ່ນ ແລະ ຄົບເງື່ອນໄຂເລື່ອນຊັ້ນ ຈໍານວນ 87 ສະຫາຍ ໃຫ້ກຽດປະດັບຊັ້ນໂດຍ ພັອ ບຸນລົດ ຄຳແພງພັນ ຫົວໜ້າກອງບັນຊາການ ປກສ ແຂວງຊຽງຂວາງ, ມີບັນດາຄະນະບັນຊາຕະຫຼອດຮອດນາຍ ແລະ ພົນຕຳຫຼວດເຂົ້າຮ່ວມ.

ພັຕ ດາວເພັດ ວົງປັນຍາ ຫົວໜ້າພະແນກຈັດຕັ້ງ ຫ້ອງການເມືອງ ປກສ ແຂວງ ໄດ້ຜ່ານຂໍ້ຕົກລົງຂອງກົມໃຫ່ຍການເມືອງສະບັບເລກທີ 4050, ລົງວັນທີ 25 ທັນວາ 2018 ວ່າດ້ວຍການເລື່ອນຊັ້ນໃຫ້ນາຍຕຳຫຼວດທີ່ຂຶ້ນກັບກອງບັນຊາການ ປກສ ແຂວງຊຽງຂວາງ ແລະ ຂໍ້ຕົກລົງ ເລກທີ 44, ລົງວັນທີ 9 ມັງກອນ 2019 ຂອງຫົວໜ້າກອງບັນຊາການ ປກສ ແຂວງຊຽງຂວາງ ວ່າດ້ວຍການເລື່ອນຊັ້ນໃຫ້ພົນຕຳຫຼວດ.

ໃນນັ້ນ, ເລື່ອນຊັ້ນ ຮ້ອຍຕີ ຂຶ້ນ ຮ້ອຍໂທ 42 ສະຫາຍ, ເລື່ອນຊັ້ນ ວາທີ ຂຶ້ນ ຮ້ອຍຕີ 7 ສະຫາຍ, ເລື່ອນຊັ້ນ ສິບເອກ ຂຶ້ນ ວາທີ 21 ສະຫາຍ ແລະ ເລື່ອນຊັ້ນ ສິບໂທ ຂຶ້ນ ສິບເອກ ຈຳນວນ 17 ສະຫາຍ.

ບັນດາສະຫາຍທີ່ໄດ້ຮັບການເລື່ອນຊັ້ນ

ໂອກາດດຽວກັນ, ພັອ ບຸນລົດ ຄຳແພງພັນ ເນັ້ນໃຫ້ບັນດາສະຫາຍທີ່ໄດ້ຮັບການເລື່ອນຊັ້ນ ຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍໃຫ້ສູງຂຶ້ນກວ່າເກົ່າ ແລະ ເປັນແບບຢ່າງໄນການປະຕິບັດລະບຽບວິໃນຂອງກຳລັງໃຫ້ເຂັ້ມງວດ, ປະຕິວັດວຽກງານວິຊາສະເພາະທີ່ໄດ້ຮັບການມອບໝາຍໃຫ້ເກີດດອກອອກຜົນຢ່າງບໍ່ຢຸດຢັ້ງ.