ເຂົ້າຮ່ວມໂດຍ ທ່ານ ບຸນຕົ້ນ ຈັນທະພອນ, ພົຕ ປອ ສົມຫວັງ ທຳມະສິດ

ພິທີມອບ-ຮັບໂຄງການຕິດຕັ້ງກ້ອງວົງຈອນປິດ ຮັບໃຊ້ວຽກງານປ້ອງກັນຄວາມສະຫງົບຢູ່ແຂວງຊຽງຂວາງ ໄດ້ຈັດຂຶ້ນໃນວັນທີ 12 ມັງກອນຜ່ານມານີ້, ລະຫວ່າງກົມໃຫ່ຍພະລາທິການ ກະຊວງ ປກສ ແລະ ບໍລິສັດຮ່ວມ ທຸລະກິດກິມໄທເຊິນ-ຫວຽດໂຕຣເມັກ ລວມມູນຄ່າ 4 ລ້ານກວ່າໂດລາສະຫະລັດ.

ພິທີດັ່ງກ່າວ, ເຂົ້າຮ່ວມໂດຍ ທ່ານ ບຸນຕົ້ນ ຈັນທະພອນ ເລຂາພັກແຂວງ ເຈົ້າແຂວງໆຊຽງຂວາງ ແລະ ພົຕ ປອ ສົມຫວັງ ທຳມະສິດ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ມີຫົວໜ້າກົມໃຫ່ຍພະລາທິການ ປກສ ຫົວໜ້າຄະນະຮັບຜິດຊອບໂຄງການຕິດຕັ້ງກ້ອງວົງຈອນປິດ, ຫົວໜ້າກອງບັນຊາການ ປກສ ແຂວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຫງວຽນກົງໄຮ ປະທານກຸ່ມ ບໍລິສັດ ກິມໄທເຊິນ ໃຫ້ຮູ້ວ່າ:

ພິທີມອບ-ຮັບໂຄງການຕິດຕັ້ງກ້ອງວົງຈອນປິດ ຮັບໃຊ້ວຽກງານປ້ອງກັນຄວາມສະຫງົບຢູ່ແຂວງຊຽງຂວາງ

ໂຄງການລະບົບຕິດຕັ້ງກ້ອງວົງຈອນປິດ ຢູ່ແຂວງຊຽງຂວາງ ແມ່ນໄດ້ຮັບອະນຸມັດຈາກການນຳຂັ້ນສູນກາງ ເຊິ່ງໄດ້ເລີ່ມລົງມືກໍ່ສ້າງ ແລະ ຕິດຕັ້ງແຕ່ວັນທີ 3 ກັນຍາ 2018 ຈົນເຖິງປັດຈຸບັນແມ່ນ ໄດ້ສໍາເລັດຕາມລະດັບຄາດໝາຍເຊັ່ນ: ສຳເລັດການກໍ່ສ້າງພື້ນຖານໂຄງລ່າງຕ່າງໆໄດ້ 94 ຈຸດ, ຕິດຕັ້ງບັນດາອຸປະກອນເສົາສາຍໄຍ ແກ້ວນຳແສງສຳເລັດ 85 ກິໂລແມັດ, ຕັ້ງເສົາກ້ອງໃໝ່ 83 ເສົາ ແລະ 22 ຈຸດແມ່ນເກາະຫ້ອຍຕິດຕັ້ງຄານຮ່ວມກັບເສົາໄຟຟ້າ.

ຫົວໜ້າກົມໃຫ່ຍພະລາທິການ ປກສ ຫົວໜ້າຄະນະຮັບຜິດຊອບໂຄງການຕິດຕັ້ງກ້ອງວົງຈອນປິດ, ຫົວໜ້າກອງບັນຊາການ ປກສ ແຂວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ

ໃນນີ້, ກ້ອງທີ່ນຳມາຕິດຕັ້ງປະກອບມີ: ກ້ອງສະປິດໂດມຈໍານວນ 58 ໜ່ວຍ, ກ້ອງໂບເລັດ ຈໍານວນ 155 ໜ່ວຍ, ກ້ອງພາໂນລາມິກສາມາດເບິ່ງໄດ້ 360 ອົງສາຈໍານວນ 11 ໜ່ວຍ, ຈຸດຖ່າຍພາບເຂົ້າ-ອອກແຂວງ 8 ຈຸດ ມີກ້ອງຈໍານວນ 37ໜ່ວຍ, ລະບົບກ້ອງອາລາມສຸກເສີນ 5 ຈຸດ ແລະ ສູນຄວບຄຸມບັນຊາກ້ອງວົງຈອນປິດ 1 ຫຼັງ ໂດຍແມ່ນໃຊ້ລະບົບໄຟຟ້າລ້ຽງ ແລະ ລະບົບອິນເຕີເນັດຄວບຄຸມລວມງົບປະມານກໍ່ສ້າງທັງໝົດ 4.559.000 ລ້ານໂດລາສະຫະລັດ.