ຝຶກອົບຮົມການປ້ອນຂໍ້ມູນລະບົບສາທາລະນະສຸກເຂົ້າເວັບໄຊ

0
881

ກົມໃຫຍ່ພະລາທິການ ກະຊວງ ປກສ ໄດ້ຈັດຝຶກອົບຮົມການປ້ອນຂໍ້ມູນເຂົ້າໃນລະບົບຂໍ້ມູນຂ່າວສານສາທາລະນະສຸກເຂົ້າເວັບໄຊ,ໃຫ້ແພດໝໍກໍາລັງປ້ອງກັນຄວາມສະຫງົບຂັ້ນສູນກາງ ແລະ ທ້ອງຖິ່ນ ໃນວັນທີ 14-16 ມັງ ກອນ 2019, ເຂົ້າຮ່ວມມີ ພັອ ທອງສຸກ ຍາເອີລາວລີ ຮອງຫົວໜ້າກົມໃຫຍ່ພະລາທິການ ປກສ, ພັອ ນ ວິໄລວັນ ດວງສະຫວັນ ຄະນະພັກກົມໃຫຍ່ຫົວໜ້າກົມເສນາຮັກ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ.

ຄະນະປະທານທີ່ເຂົ້າໃນພິທີຝຶກອົບໂຮມ

ນັກສຳມະນາກອນທີ່ເຂົ້າຮ່ວມຝຶກອົບຮົມໃນຄັ້ງນີ້ ມາຈາກໂຮງໝໍ 5 ເມສາ ແລະ ປກສ 4 ແຂວງຄື:

ພາກສ່ວນທີ່ກ່ຽວຂ້ອງທີ່ເຂົ້າຮ່ວມ

ແຂວງຫຼວງນໍ້າທາ, ຄໍາມ່ວນ, ສະຫວັນນະເຂດ ແລະ ແຂວງຈໍາປາສັກ ເຊິ່ງຈະໄດ້ຮຽນຮູ້ກ່ຽວກັບຂັ້ນຕອນໃນການຈັດຕັ້ງປະຕິບັດການປ້ອນຂໍ້ມູນຂ່າວສານເຂົ້າເວັບໄຊ, ການບັນທຶກ, ການລາຍງານ, ແປຜົນ, ວິໄຈ ແລະ ເຜີຍແຜ່ຂໍ້ມູນຂ່າວສານລົງໃນເວັບໄຊຂອງກະຊວງສາທາລະນະສຸກ ເພື່ອໃຫ້ພະນັກງານ-ແພດໝໍທຸກໆຄົນສາມາດຕິດຕາມ, ກວດເບິ່ງການເຄື່ອນໄຫວຕ່າງໆໄດ້ຢ່າງວ່ອງໄວ, ທັນເຫດການ ແລະ ມີປະສິດທິພາບກວ່າເກົ່າ.

ກົມໃຫຍ່ພະລາທິການ ກະຊວງ ປກສ

ພັອ ທອງສຸກ ຍາເອີລາວລີ ໄດ້ເນັ້ນໃຫ້ນັກສຳມະນາກອນທຸກສະຫາຍ ພ້ອມກັນຮ່ຳຮຽນເອົາບົດຮຽນຈາກນັກວິທະຍາກອນທີ່ມາສິດສອນໃຫ້ ເພື່ອສາມາດນຳໄປໝູນໃຊ້ເຂົ້າໃນວຽກງານຕົວຈິງໃນການປ້ອນຂໍ້ມູນເຂົ້າເວບໄຊຂອງກະຊວງສາທາລະນະສຸກ.

ກົມໃຫຍ່ຫົວໜ້າກົມເສນາຮັກ