ພັຕ ປານີ ການະຄອນສີ

ຕໍາຫຼວດກວດຄົນເຂົ້າ-ອອກເມືອງ ( ຕມ ) ປະຈໍາດ່ານປະເພນີບ້ານໂດນ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ຈະເພີ່ມທະວີວຽກງານກວດຄົນເຂົ້າ-ອອກເມືອງໃຫ້ເຂັ້ມງວດ ໂດຍຈະເລັ່ງໃສ່ການກວດກາຄົນເຂົ້າ-ອອກຜ່ານດ່ານໃຫ້ມີຄວາມວ່ອງໄວ, ທັນເວລາ, ຊັດເຈນ ແລະ ສອດຄ່ອງຕາມລະບຽບກົດໝາຍ.

ພັຕ ປານີ ການະຄອນສີ ຫົວໜ້າພະແນກສັນຕິບານ, ຮອງຫົວໜ້າດ່ານ, ຜູ້ຊີ້ນໍາວຽກງານ ຕມ ປະຈໍາດ່ານບ້ານໂດນ ໃຫ້ສໍາພາດໃນວັນທີ 15 ມັງກອນ 2019 ວ່າ:

ປີ 2019 ນີ້, ຕໍາຫຼວດກວດຄົນເຂົ້າ-ອອກເມືອງປະຈໍາດ່ານປະເພນີບ້ານໂດນ ຈະເພີ່ມຄວາມເອົາໃຈໃສ່ເຮັດວຽກງານວິຊາສະເພາະເປັນຕົ້ນແມ່ນ ວຽກງານກວດຄົນເຂົ້າ-ອອກເມືອງໃຫ້ມີຄວາມເຂັ້ມງວດຂຶ້ນ; ໃນນັ້ນ, ຈະໄດ້ກວດກາເອກະສານຂອງຄົນທີ່ຈະເຂົ້າ-ອອກຜ່ານດ່ານເຊັ່ນ: ສໍາມະໂນຄົວ, ບັດປະຈໍາຕົວ, ໜັງສືຜ່ານແດນ ແລະ ຕ້ອງແຈ້ງຈຸດປະສົງ ໃນການເຂົ້າ-ອອກໃຫ້ເຈົ້າໜ້າທີ່ ຕມ ປະຈໍາດ່ານຮູ້ລະອຽດ.

ຕໍາຫຼວດກວດຄົນເຂົ້າ-ອອກເມືອງ ປະຈໍາດ່ານປະເພນີບ້ານໂດນ

ນອກນັ້ນ, ຖ້າມີເຄື່ອງຂອງຈະເອົາໄປນໍາຕ້ອງໄດ້ຜ່ານການກວດກາຢ່າງລະອຽດ ແລະ ຕ້ອງໄດ້ມີການລະບຸຢ່າງຊັດເຈນ. ຄຽງຄູ່ກັນນັ້ນ, ຍັງຈະໄດ້ມີການປະສານສົມທົບກັບບັນດາບ້ານໃກ້ຄຽງ, ຕໍາຫຼວດກຸ່ມບ້ານ, ທະຫານຊາຍແດນຊ່ວຍຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຕາມບໍລິເວນຊາຍແດນດ້ວຍການອອກກວດກາລາດຕະເວນຕະຫຼອດ 24 ຊົ່ວໂມງ ເພື່ອແກ້ໄຂບັນຫາປະກົດ ການຫຍໍ້ທໍ້ທີ່ອາດເກີດຂຶ້ນໃຫ້ທັນເວລາ.