ຄະນະຮາກຖານຊາວໜຸ່ມ ປກສ ແຂວງຈໍາປາສັກ ລົງເຄື່ອນໄຫວເຜີຍແຜ່ກົດໝາຍອາຍາການສັນຈອນທາງບົກ ແລະ ເອກະສານກ່ຽວກັບການສະກັດກັ້ນ ແລະ ຕ້ານປະກົດການຫຍໍ້ທໍ້ຢູ່ບັນດາໂຮງຮຽນໃນນະຄອນປາກເຊ ໃນຕົ້ນເດືອນມັງກອນນີ້, ໂດຍການເຂົ້າຮ່ວມຂອງ ພັທ ຄຳໃບ ຄັນສີລາ ຄະນະຊາວໝຸ່ມຮາກຖານ ປກສ ແຂວງຈຳປາສັກ, ມີບັນດາພະນັກງານວິຊາການ, ຫ້ອງການຍຸຕິທໍາ, ຄູ-ອາຈານ ແລະ ນ້ອງນັກຮຽນ ເຂົ້າຮ່ວມ.

ເອກະສານທີ່ກ່ຽວພັນກັບການຕ້ານ ປະກົດການຫຍໍ້ທໍ້ມາເຜີຍແຜ່ໃນຄັ້ງ ນີ້, ມີກົດໝາຍອາຍາ, ເອກະສານກົດໝາຍຈະລາຈອນທາງບົກ, ເອກະສານຕ້ານການກໍ່ອາຊະຍາກຳ, ເອກະ ສານສະກັດກັ້ນ ແລະ ຕ້ານອັກຄີໄພ, ເອກະສານສະກັດກັ້ນ ແລະ ຕ້ານຢາເສບຕິດ ເພື່ອເຮັດໃຫ້ບັນດານ້ອງໆເຍົາວະຊົນ, ນັກຮຽນ, ຄູ-ອາຈານຮັບຮູ້ ແລະ ເຂົ້າໃຈຕໍ່ກົນອຸບາຍຂອງສັດຕູ ແລະ ຄົນບໍ່ດີ, ເຊິ່ງສາເຫດຂອງບັນຫາທີ່ເກີດຂຶ້ນມີຜົນສະທ້ອນຢ່າງຫຼວງຫຼາຍຕໍ່ຄວາມສະ
ຫງົບ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ເປັນບັນຫາກົດໜ່ວງຖ່ວງດຶງໃນການພັດທະນາປະເທດຊາດ ແລະ ຈົ່ງນຳເອົາເນື້ອໃນດັ່ງກ່າວໄປນຳໃຊ້ເຂົ້າໃນຊີວິດຕົວຈິງໃຫ້ເກີດປະໂຫຍດສູງ.

ຈຸດປະສົງໃນການຈັດພິທີຄັ້ງນີ້, ເພື່ອເປັນການປູກຈິດສຳນຶກໃຫ້ນັກຮຽນຮັບຮູ້ ແລະ ເຂົ້າໃຈ ແລະ ຮູ້ຈັກຫຼີກລ່ຽງບັນຫາປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ.