ພົທ ວິໄລ ຫຼ້າຄຳຟອງ ລັດຖະມົນຕີ (ລມຕ) ກະຊວງ ປກສ ໄດ້ເຄື່ອນໄຫວພົບປະ ແລະ ຊີ້ນໍາວຽກງານ

ພົທ ວິໄລ ຫຼ້າຄຳຟອງ ລັດຖະມົນຕີ (ລມຕ) ກະຊວງ ປກສ ໄດ້ເຄື່ອນໄຫວພົບປະ ແລະ ຊີ້ນໍາວຽກງານ ວິຊາສະເພາະຢູ່ກອງບັນຊາການ ປກສ ແຂວງອັດຕະປື ໃນວັນທີ 25 ມັງກອນ 2019 ໂດຍການຕ້ອນຮັບຂອງ ພົຈວ ທອງຈັນ ຈັນທະພົງ ຫົວໜ້າກອງບັນຊາການ ປກສ ແຂວງອັດຕະປື ພ້ອມດ້ວຍຄະນະພັກ-ຄະນະນຳ ແລະ ພະນັກງານຫຼັກແຫຼ່ງ ກອງບັນຊາການ ປກສ ແຂວງ ເຂົ້າຮ່ວມ.

ພົຈວ ທອງຈັນ ຈັນທະພົງ ຫົວໜ້າກອງບັນຊາການ ປກສ ແຂວງອັດຕະປື ໄດ້ລາຍງານກ່ຽວກັບການເຄື່ອນໄຫວວຽກງານໄລຍະ 1 ປີຜ່ານມາວ່າ:

ໄດ້ເອົາໃຈໃສ່ປະຕິບັດຕາມທິດຊີ້ນໍາຂອງຂັ້ນເທິງ ໂດຍສະເພາະແມ່ນການປ້ອງກັນສະກັດກັ້ນ ແລະ ແກ້ໄຂກຸ່ມຄົນບໍ່ດີທີ່ເຄື່ອນໄຫວສ້າງຄວາມບໍ່ສະຫງົບ, ຄວາມບໍ່ເປັນລະບຽບ ຮຽບຮ້ອຍໃຫ້ແກ່ສັງຄົມ ດ້ວຍຮູບການໂຄສະນາໃສ່ຮ້າຍປ້າຍສີຕໍ່ການນໍາພາຂອງພັກ-ລັດ ປຸກລະດົມປະຊາຊົນຜູ້ຮູ້ເທົ່າບໍ່ເຖິງ ການເຄື່ອນໄຫວກະທຳຜິດຕໍ່ລະບຽບກົດໝາຍ ເປັນຕົ້ນແມ່ນ, ບັນຫາຂີ້ລັກ-ງັດແງະ, ປຸ້ນຈີ້ ຊິງຊັບ, ບັນຫາຢາເສບຕິດ ແລະ ການສວຍໃຊ້ສາສະໜາໃນການເຄື່ອນໄຫວທີ່ບໍ່ຖືກຕ້ອງເຊິ່ງເປັນບັນຫາທີ່ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ ບໍ່ມີຄວາມເປັນລະບຽບຮຽບຮ້ອຍ, ໃນໄລຍະຜ່ານມາກໍສາມາດແກ້ໄຂໄດ້ຫຼາຍກໍລະນີ  ດຳເນີນຄະດີຕໍ່ຜູ້ທີ່ເຄື່ອນໄຫວກະທຳຜິດຕາມຂັ້ນຕອນຂອງກົດໝາຍ.

ໃນໂອກາດນີ້, ພົທ ວິໄລ ຫຼ້າ ຄຳຟອງ ໄດ້ເນັ້ນໃຫ້ຄະນະພັກ-ຄະນະບັນຊາພະນັກງານ-ນັກຮົບ ທຸກສະຫາຍ ສືບຕໍ່ເສີມຂະຫຍາຍດ້ານດີ-ຜົນງານ ທີ່ເປັນມູນເຊື້ອ ແລະ ເພີ່ມທະວີປັບປຸງແກ້ໄຂຂໍ້ບົກຜ່ອງ ທີ່ເປັນບັນຫາຫຍໍ້ທໍ້ໂດຍກຳແໜ້ນ ສະພາບການທັງພາຍໃນ ແລະ ພາຍນອກໃຫ້ທົ່ວເຖິງ, ເອົາໃຈໃສ່ສຶກສາອົບຮົມພະນັກງານ-ນັກຮົບ ໃຫ້ມີຄວາມໜັກແໜ້ນ ທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ ມີທັດສະນະຄຸນ ສົມບັດ, ມີລະບຽບວິໄນທີ່ເຂັ້ມງວດ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ມີຄວາມສາມັກຄີໃຫ້ແໜ້ນແຟ້ນ, ມີແບບແຜນໃນການເຄື່ອນໄຫວວິຊາສະເພາະໃຫ້ຖືກຕ້ອງຕາມກົດໝາຍ, ສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້ຢູ່ໃນກຳລັງໃຫ້ໝົດໄປ, ຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫຼວງໃຫ້ເດັດຂາດ ຫາກເກີດຂຶ້ນບ່ອນໃດແກ້ໄຂຢູ່ບ່ອນນັ້ນໃຫ້ທັນເວລາ ແລະ ຖືກຕ້ອງ,

ຄະນະພັກ-ຄະນະນຳ ແລະ ພະນັກງານຫຼັກແຫຼ່ງ ກອງບັນຊາການ ປກສ ແຂວງ ເຂົ້າຮ່ວມ

ຈັດຕັ້ງລະບອບປະຈຳການໃຫ້ເຂັ້ມງວດ ຫັນພະນັກງານລົງກໍ່ສ້າງຮາກຖານປຸກລະດົມປະຊາຊົນໃຫ້ເຂົ້າຮ່ວມວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ເພື່ອສະກັດກັ້ນ ແກ້ໄຂບັນດາໜໍ່ແໜງທີ່ສ້າງຄວາມບໍ່ສະຫງົບທາງດ້ານການເມືອງ ຄວາມບໍ່ເປັນລະບຽບຮຽບຮ້ອຍທາງສັງຄົມ ເປັນຕົ້ນແມ່ນບັນຫາຢາເສບຕິດ, ສໍ້ໂກງຊັບ, ລັກຊັບ, ອຸປະຕິເຫດຕາມທ້ອງຖະໜົນ,  ແກ້ໄຂຄົນຕ່າງປະເທດທີ່ມາເຄື່ອນໄຫວຜິດກົດໝາຍຂອງ ສປປ ລາວ, ແກ້ໄຂບັນຫາໂສເພນີ ແລະ ບັນຫາການຄ້າມະນຸດ ໃຫ້ຫຼຸດນ້ອຍລົງ.

ລມຕ ພົບປະຊີ້ນຳວຽກງານຢູ່ ປກສ ແຂວງອັດຕະປື

ນອກນັ້ນ, ກໍໃຫ້ຄົ້ນຫາທ່າແຮງໃນການເພິ່ງຕົນເອງ, ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ໂດຍການປູກຝັງ-ລ້ຽງສັດ ແລະ ວຽກງານອື່ນໆທີ່ຖືກຕ້ອງຕາມກົດໝາຍ ເພື່ອສ້າງລາຍໄດ້ໃຫ້ແກ່ກົມກອງ ແລະ ຊ່ວຍແກ້ໄຂຊີວິດການເປັນຢູ່ຂອງພະນັກງານໃນເວລາຈຳເປັນ.