ທ່ານ ປອ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໄດ້ໃຫ້ທິດຊີ້ນໍາຂະແໜງການກວດກາແຕ່ລະຂັ້ນ ໃນຂອບເຂດທົ່ວປະເທດ

ທ່ານ ປອ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໄດ້ໃຫ້ທິດຊີ້ນໍາຂະແໜງການກວດກາແຕ່ລະຂັ້ນ ໃນຂອບເຂດທົ່ວປະເທດ ຕ້ອງເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງ ແລະ ພະນັກງານກວດກາແຕ່ລະຂັ້ນ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງຂຶ້ນກວ່າເກົ່າ ເພື່ອເຮັດບົດບາດການເປັນເສນາທິການໃຫ້ແກ່ຄະນະພັກ ແລະ ອົງການປົກຄອງຂັ້ນຕົ້ນ ຮັບຜິດຊອບໃຫ້ມີຜົນສໍາເລັດ.

ການໃຫ້ທິດຊີ້ນໍາດັ່ງກ່າວ ມີຂຶ້ນໃນມື້ປິດປະຊຸມວຽກງານກວດກາທົ່ວປະເທດ ປະຈໍາປີ 2018 ແລະ ວາງທິດທາງແຜນການ ປີ 2019 ໃນວັນທີ 30 ມັງກອນ ຜ່ານມາ, ໂດຍມີບັນດາເລຂາ-ຮອງເລຂາ, ຄະນະປະຈໍາພັກ, ຮອງປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ, ປະທານ-ຮອງປະທານຄະນະກວດກາພັກ-ອົງການກວດກາລັດ ທີ່ມາຈາກບັນດາກະຊວງ-ອົງການ, ນະຄອນຫຼວງ, ບັນນດາແຂວງໃນຂອບເຂດທົ່ວປະເທດ ແລະ ແຂກຮັບເຊີນ ເຂົ້າຮ່ວມ.

ຂະແໜງການກວດກາທຸກຂັ້ນ

ທ່ານຮອງນາຍົກລັດຖະມົນຕີ ໄດ້ກ່າວວ່າ:

ແຕ່ລະຂະແໜງການກວດກາ ຕ້ອງເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງ ແລະ ພະນັກງານກວດກາແຕ່ລະຂັ້ນ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງຂຶ້ນກວ່າເກົ່າ ເພື່ອເຮັດບົດບາດການເປັນເສນາທິການໃຫ້ແກ່ຄະນະພັກ ແລະ ອົງການປົກຄອງຂັ້ນຂອງຕົນ, ໃຫ້ເບິ່ງຄືນລະບົບການຈັດຕັ້ງຂອງ ຂະແໜງການກວດກາຢູ່ຫົວໜ່ວຍຕ່າງໆ ແລະ ເອົາໃຈໃສ່ປັບປຸງພາລະບົດບາດ, ສິດ ແລະ ໜ້າທີ່ຂອງຄະນະກວດກາ, ຂະແໜງການກວດກາໃຫ້ຈະແຈ້ງ, ຮັດກຸມຖືກຕ້ອງຕາມລະບຽບຂອງພັກ, ກົດໝາຍຂອງລັດ ແລະ ບົດແນະນໍາຂອງຄະນະກວດກາສູນກາງພັກ, ປະກອບພະນັກງານໃຫ້ພຽງພໍກັບໜ້າທີ່ວຽກງານທີ່ຈໍາເປັນ ພ້ອມທັງຈັດຕັ້ງບໍາລຸງສ້າງເຂົາເຈົ້າໃຫ້ມີຄວາມຮູ້-ຄວາມສາມາດທາງດ້ານວິຊາສະເພາະ, ບຳລຸງສ້າງໃນຂະບວນວຽກງານຕົວຈິງ ເພື່ອເຮັດບົດບາດເສນາທິການໃຫ້ແກ່ຄະນະພັກ, ອົງການປົກຄອງແຕ່ລະຂັ້ນໃຫ້ໄດ້ຮັບຜົນສໍາເລັດ.

ບັນດາຜູ້ເຂົ້າຮ່ວມທີ່ມາຈາກ ບັນດາກະຊວງ-ອົງການ, ນະຄອນຫຼວງ, ບັນນດາແຂວງໃນຂອບເຂດທົ່ວປະເທດ ແລະ ແຂກຮັບເຊີນ

ບັນຫາສໍາຄັນຜູ້ທີ່ເຮັດວຽກງານກວດກາ ຕ້ອງກໍາແໜ້ນມະຕິ, ຄໍາສັ່ງ, ກົດລະບຽບຂອງພັກ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດ, ຕ້ອງເປັນຜູ້ມີທັດສະນະ ແລະ ມີຈັນຍາບັນທີ່ຖືກຕ້ອງ, ເບິ່ງ ແລະ ພິຈາລະນາບັນຫາຢ່າງຮອບຄອບ, ເລິກເຊິ່ງ, ພາວະວິໄສ ແລະ ເປັນຜູ້ກ້າຫານ, ເຂັ້ມແຂງໜັກແໜ້ນ, ຍຶດໝັ້ນຕາມລະບຽບກົດໝາຍ, ມີການຝຶກຝົນຫຼ່ໍຫຼອມຕົນເອງໃຫ້ມີຄຸນສົມບັດ ແລະ ມີຄວາມຮູ້-ຄວາມສາມາດທີ່ສົມຄູ່ກັບໜ້າທີ່ການເມືອງໃນເງື່ອນໄຂໃໝ່.