ເຜີຍແຜ່ກົດລະບຽບຈະລາຈອນ ໃຫ້ປະຊາຊົນບ້ານນາມອນ

0
1173

ຄະນະຮັບຜິບຊອບໂຄສະນາລະບຽບກົດໝາຍ ຫ້ອງຕໍາຫຼວດ ປກສ ແຂວງໄຊຍະບູລີ ນໍາໂດຍ ພັຕ ບຸນຈັນ ໄຊຍະວົງ ຮອງຫົວໜ້າພະແນກຕໍາຫຼວດສະກັດກັ້ນ-ຕ້ານອັກຄີໄພ ພ້ອມຄະນະ
ໄດ້ລົງເຄື່ອນໄຫວໂຄສະນາເຜີຍແຜ່ກົດລະບຽບຈະລາຈອນ ໃຫ້ປະຊາຊົນບ້ານນາມອນ ເມືອງ ແລະ ແຂວງໄຊຍະບູລີ ໃນທ້າຍອາທິດຜ່ານມານີ້, ເຂົ້າຮ່ວມມີ ທ່ານ ພາ ບົວພັກດີ ນາຍບ້ານໆນາມອນ ພ້ອມດ້ວຍຄະນະພັກ-ອໍານາດການປົກຄອງບ້ານ ແລະ ພໍ່-ແມ່ປະຊາຊົນ.

ພັຕ ບຸນຈັນ ໄຊຍະວົງ ກ່າວວ່າ:

ການລົງໂຄສະນາຄັ້ງນີ້ ກໍເພື່ອເປັນການສຶກສາອົບຮົມປຸກລະດົມ, ຊຸກຍູ້ປະຊາຊົນບັນດາເຜົ່າ ເພີ່ມທະວີຄວາມເປັນເຈົ້າການ, ຍົກສູງສະຕິເຄົາລົບ ແລະ ປະຕິບັດລະບຽບກົດໝາຍ ໃຫ້ມີຄວາມເຂັ້ມງວດກວ່າເກົ່າ, ປະກອບສ່ວນຕັ້ງໜ້າເຂົ້າໃນການສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ທີ່ເປັນໄພອັນຕະລາດຕໍ່ຊີວິດ, ຊັບສິນຂອງລັດ, ລວມໝູ່ ແລະ ຂອງພົນລະເມືອງ

ເປັນຕົ້ນແມ່ນ ບັນຫາອຸບັດຕິເຫດຕາມທ້ອງຖະໜົນທີ່ສ້າງຄວາມເສຍຫາຍອັນໃຫຍ່ຫຼວງໃຫ້ແກ່ຊີວິດ ແລະ ຊັບສິນ ລວມທັງສ້າງຄວາມຫຍຸ້ງຍາກສັບສົນໃຫ້ແກ່ການໃຊ້ລົດ-ໃຊ້ຖະໜົນ.

ເອກະສານທີ່ນຳມາເຜີຍແຜ່ໃນຄັ້ງ ນີ້ມີ:

ເອກະສານກ່ຽວກັບ ກົດລະບຽບຈະລາຈອນ, ເອກະສານຄຸ້ມຄອງຄວາມເປັນລະບຽບຮຽບຮ້ອຍ ແລະ ການບັງຄັບໃຊ້ກົດໝາຍ, ດຳລັດ 188/ນຍ ວ່າດ້ວຍ ການປັບໃໝ ແລະ ມາດຕະການຕ່າງໆຕໍ່ຜູ້ລະເມີດລະບຽບກົດໝາຍ ກ່ຽວກັບ ການຈະລາຈອນທາງບົກ, ການຂົນສົ່ງທາງບົກ ແລະ ການປົກປັກຮັກສາທາງຫຼວງ, ປ້າຍສັນຍານເຕືອນການສັນຈອນ ແລະ ສາລະບານເດີນລົດ, ສະຖິຕິການເກີດອຸບັດຕິເຫດແລະອື່ນໆ.

ພ້ອມດຽວກັນນີ້, ຄະນະດັ່ງກ່າວ ຍັງໄດ້ເຜີຍແຜ່ຜົນຮ້າຍຂອງຢາເສບຕິດ, ວຽກງານຕ້ານການຄ້າມະນຸດ, ວຽກງານຕ້ານອາຊະຍາກໍາ, ຜົນກະທົບ ແລະ ການປົກປັກຮັກສາສິ່ງແວດລ້ອມ, ການກະທໍາຜິດທາງດ້ານເສດຖະກິດ ແລະ ວຽກງານສະກັດກັ້ນ-ຕ້ານອັກຄີໄພ; ແນໃສ່ເຮັດໃຫ້ພໍ່-ແມ່ປະຊາຊົນພາຍໃນບ້ານ ຮັບຮູ້ ແລະ ເຂົ້າໃຈຕໍ່ກັບກົດລະບຽບດັ່ງກ່າວຂອງແຕ່ລະວຽກງານ ແລະ ເຮັດໃຫ້ປະຊາຊົນມີສະຕິໃນການດໍາລົງຊີວິດ ບໍ່ກະທໍາຜິດຕໍ່ລະບຽບກົດໝາຍ.