ທ່ານ ເພັດສະໜອມ ພັນທະວົງ

ຫ້ອງວ່າການປະທານປະເທດ ໄດ້ຈັດຕັ້ງເຜີຍແຜ່ເອກະສານ ວັນຕ້ານການສໍ້ລາດບັງຫຼວງສາກົນ ຄົບຮອບ 15 ປີ (ວັນທີ 9 ທັນວາ 2003-ວັນທີ 9 ທັນວາ 2018) ໃນວັນທີ 8 ກຸມພາ 2019 ທີ່ ຫ້ອງວ່າການ ປະທານປະເທດ ເພື່ອໃຫ້ພະນັກງານ-ລັດຖະກອນຫຼັກແຫຼ່ງໄດ້ຮັບຮູ້ ແລະ ເຂົ້າໃຈ ພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ, ເປັນກຽດເຜີຍແຜ່ໂດຍ ທ່ານ ເພັດສະໜອມ ພັນທະວົງ ປະທານກວດການພັກ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການ ປະທານປະເທດ, ມີ ຫົວໜ້າກົມ-ຮອງກົມ, ຫົວໜ້າພະແນກ, ຫ້ອງການ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມຮັບຟັງ.

ທ່ານ ເພັດສະໜອມ ພັນທະວົງ ໃຫ້ຮູ້ປະຫວັດຄວາມເປັນມາ ແລະ ຄວາມໝາຍຂອງ ການຕ້ານການສໍ້ລາດບັງຫຼວງ ວ່າ:

ການສໍ້ລາດບັງຫຼວງ ແມ່ນປະກົດການຫຍໍ້ທໍ້ໜຶ່ງໃນກົງຈັກການຈັດຕັ້ງ, ເປັນໄພອັນຕະລາຍຮ້າຍແຮງ ເຊິ່ງສົ່ງຜົນກະທົບ ແລະ ກົດໜ່ວງຖ່ວງດຶງການພັດທະນາເສດຖະກິດ-ສັງຄົມ ຂອງແຕ່ລະປະເທດໃນໂລກ ບໍ່ວ່າຈະເປັນປະເທດນ້ອຍ-ໃຫຍ່, ທຸກຍາກ ຫຼື ຮັ່ງມີ ກໍລ້ວນແຕ່ເປັນຜົນກະທົບເຊັ່ນດຽວກັນ.

ພ້ອມທັງເປັນໄພຂົ່ມຂູ່ເຖິງ ຄວາມມີສະຖຽນລະພາບຂອງການຈັດຕັ້ງ ທັງພາກລັດ ແລະ ເອກະຊົນ ທີ່ກໍໃຫ້ເກີດຄວາມບໍ່ສະຫງົບ, ຄວາມບໍ່ຍຸຕິທຳໃນສັງຄົມ, ເປັນການບັນທອນກຳລັງແຮງ ກໍຄື ຄວາມເຊື່ອໝັ້ນ ແລະ ຄ່ານິຍົມຂອງສັງຄົມ ຕໍ່ສະຖາບັນການປົກຄອງ.

ຫົວໜ້າກົມ-ຮອງກົມ, ຫົວໜ້າພະແນກ, ຫ້ອງການ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມຮັບຟັງ.

ຍ້ອນເຫັນໄດ້ຜົນຮ້າຍ ແລະ ໄພອັນຕະລາຍຂອງ ການສໍ້ລາດບັງຫຼວງ ຄືດັ່ງກ່າວ, ປະຊາຄົມໂລກຈຶ່ງໄດ້ມີການຄິດຄົ້ນສ້າງຂອບເຂດ, ກຳນົດກົດໝາຍສາກົນເພື່ອເປັນບ່ອນອີງ ໃຫ້ມີການພົວພັນຮ່ວມມືລະຫວ່າງປະເທດຕ່າງໆ ນັບທັງຢູ່ໃນຂົງເຂດພາກພື້ນ ແລະ ໃນໂລກ ເພື່ອພ້ອມກັນສະກັດກັ້ນ ແລະ ຕໍ່ສູ້ຢ່າງມີປະສິດທິພາບ, ເຊິ່ງຕໍ່ກັບການກະທຳ ກໍຄື ພຶດຕິກຳທີ່ເປັນການສໍ້ລາດບັງຫຼວງ ແມ່ນຄວາມຮຽກຮ້ອງຕ້ອງການອັນຈຳເປັນອັນໜຶ່ງຂອງບັນດາວົງສາຄານະຍາດສາກົນ.

ດັ່ງນັ້ນ, ກອງປະຊຸມໃຫຍ່ ສະຫະປະຊາຊາດ ຈຶ່ງໄດ້ມີມະຕິເລກທີ 55/6 ລົງວັນທີ 14 ທັນວາ 2000 ໄດ້ກຳນົດຄວາມຈຳເປັນຕ້ອງມີ ກົດໝາຍສາກົນ ທີ່ມີຜົນສັກສິດໃນການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງຢູ່ໃນໂລກ. ສະນັ້ນ, ຄະນະກຳມະການຮ່າງກົດບັດ ຂອງ ສະຫະປະຊາຊາດ ກ່ຽວກັບ ການຕ້ານການສໍ້ລາດບັງຫຼວງ ຈຶ່ງໄດ້ຮັບການສ້າງຕັ້ງຂຶ້ນ, ຈາກນັ້ນມາ ສົນທິສັນຍາ ສະຫະປະຊາຊາດ ວ່າດ້ວຍ ການຕ້ານການສໍ້ລາດບັງຫຼວງ ໄດ້ຮັບຮອງເອົາຢ່າງເປັນເອກະສັນ ໃນວັນທີ 18 ທັນວາ 2002 ທີ່ນະຄອນນິວຢອກ ສະຫະລັດອາເມລິກາ, ເຊິ່ງສົນທິສັນຍາດັ່ງກ່າວ ໄດ້ເປີດໃຫ້ບັນດາລັດພາຄີລົງນາມເຂົ້າເປັນສະມາຊິກ ໃນວັນທີ 9 ທັນວາ 2003 ທີ່ປະເທດເມັກຊິກ ຈົນມາເຖິງປັດຈຸບັນ ມີປະເທດເຂົ້າຮ່ວມ 186 ພາຄີ ແລະ ໃນນັ້ນ ເປັນສະມາຊິກ 178 ປະເທດ.

ຈັດຕັ້ງ ເຜີຍແຜ່ເອກະສານວັນຕ້ານການສໍ້ລາດບັງຫຼວງສາກົນ

ສຳລັບ ສປປ ລາວ ໄດ້ລົງນາມສົນທິສັນຍາ ວ່າດ້ວຍ ການຕ້ານການສໍ້ລາດບັງຫຼວງ ໃນວັນທີ 10 ທັນວາ 2003 ແລະ ໃຫ້ສັດຕະຍະບັນ ໃນວັນທີ 25 ກັນຍາ 2009. ຈາກນັ້ນ, ກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ ໃນປີ 2003 ໄດ້ອອກຍັດຕິ ສະບັບເລກທີ 58/4 ໂດຍກຳນົດເອົາວັນທີ 9 ທັນວາ ຂອງທຸກໆປີ ເປັນ ວັນຕ້ານການສໍ້ລາດບັງຫຼວງສາກົນ.

ນັບແຕ່ນັ້ນມາ, ວັນທີ 9 ທັນວາ ໄດ້ກາຍເປັນວັນທີ່ມີຄວາມໝາຍສຳຄັນ ເປັນວັນແຫ່ງຄວາມສາມັກຄີ ເພື່ອຮ່ວມແຮງຮ່ວມໃຈກັນໃນການຕໍ່ສູ້ຕ້ານການສໍ້ລາດບັງຫຼວງ ຂອງບັນດາປະເທດພາຄີ ແລະ ບັນດາປະຊາຊາດໃນທົ່ວໂລກ, ເຊິ່ງການສະເຫຼີມສະຫຼອງ ວັນຕ້ານການສໍ້ລາດບັງຫຼວງສາກົນ ປີນີ້ແມ່ນ ພາຍໃຕ້ຄຳຂວັນ “ຮ່ວມແຮງຮ່ວມໃຈຕ້ານການສໍ້ລາດບັງຫຼວງ ເພື່ອພັດທະນາ, ຄວາມສະຫງົບສຸກ ແລະ ຄວາມໝັ້ນຄົງ”.