ປີທ່ອງທ່ຽວລາວ ສ້າງຮັບ 700 ກວ່າລ້ານໂດລາ

0
1702

ໃນໄລຍະປີທ່ອງທ່ຽວລາວ ປີ 2018 ສາມາດດຶງດູດນັກທ່ອງທ່ຽວເຂົ້າມາທ່ອງທ່ຽວ-ຢ້ຽມຢາມ ສປປ ລາວ 4 ລ້ານກວ່າຄົນ, ສ້າງລາຍຮັບເຂົ້າປະເທດ 700 ກວ່າລ້ານໂດລາສະຫະລັດ. ເຊິ່ງພິທີສະຫຼຸບຈັດຂຶ້ນໃນວັນທີ 11 ກຸມພາ 2019, ໂດຍການເຂົ້າຮ່ວມ ເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ  ຮອງນາຍົກລັດຖະມົນຕີ ປະທານຄະນະຊີ້ນໍາລະດັບຊາດ ໃນການຈັດປີທ່ອງທ່ຽວລາວ 2018, ມີແຂກຮັບເຊີນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນພິທີ, ທ່ານ ສຈ ປອ ບໍ່ແສງຄໍາ ວົງດາລາ  ລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ  ທ່ອງທ່ຽວ ໃຫ້ຮູ້ວ່າ:

ທ່ານ ສຈ ປອ ບໍ່ແສງຄໍາ ວົງດາລາ

ໃນປີ 2018 ມີຈໍານວນນັກທ່ອງທ່ຽວ ເຂົ້າມາຢ້ຽມຢາມ ສປປ ລາວ ຈໍານວນ 4.186.432 ເທື່ອຄົນ ເພີ່ມຂຶ້ນ 8,2% ເມື່ອທຽບປີ 2017 ແລະ ສາມາດສ້າງລາຍຮັບເຂົ້າປະເທດໄດ້ 755.342.151 ໂດລາສະຫະລັດ ເພີ່ມຂຶ້ນ 17% ທຽບໃສ່ປີ 2017. ຄຽງຄູ່ນີ້, ກໍມີຫຼາຍກຸ່ມຕະຫຼາດທ່ອງທ່ຽວທີ່ເພີ່ມຂຶ້ນເຊັ່ນດຽວກັນເປັນຕົ້ນແມ່ນກຸ່ມ ຕະຫຼາດອາຊີ-ປາຊີຟິກ ເພີ່ມຂຶ້ນ 8,4% ມີອັດຕາສ່ວນກວມເອົາ 94,16% ຂອງຈໍານວນນັກທ່ອງທ່ຽວທີ່ເຂົ້າມາທ່ຽວລາວ;  ກຸ່ມຕະຫຼາດເອີຣົບ ເພີ່ມຂຶ້ນເຖິງ 3% ມີອັດຕາສ່ວນເທົ່າກັບ 3,96% ຂອງຈໍານວນນັກທ່ອງທ່ຽວ;  ກຸ່ມຕະຫຼາດອາເມລີກາ ເພີ່ມຂຶ້ນເຖິງ 7,5% ມີອັດຕາສ່ວນເທົ່າກັບ 1,65%; ມີພຽງກຸ່ມປະເທດອາຟຣິກກາ ແລະ ຕາເວັນອອກກາງ ທີ່ມີອັດຕາຫຼຸດລົງເທົ່າກັບ 0,5%, ກວມເອົາອັດຕາສ່ວນພຽງ 0,22% ເທົົ່ານັ້ນ ຂອງຈໍານວນນັກທ່ອງທ່ຽວທີ່ເຂົ້າມາທ່ຽວລາວ ໃນປີ 2018 .

ແຂກຮັບເຊີນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ

ໃນນີ້, ນັບແຕ່ມື້ເປີດປີທ່ອງທ່ຽວລາວ 2018 ມາເຖິງປັດຈຸບັນນີ້ ເຫັນວ່າພັກ-ລັດ ໄດ້ເອົາໃຈໃສ່ໃນການພັດທະນາໂຄງລ່າງພື້ນຖານ ເພື່ອອໍານວຍຄວາມສະດວກທາງດ້ານການທ່ອງທ່ຽວ ໂດຍ ສະເພາະການກໍ່ສ້າງເສັ້ນທາງເຂົ້າສູ່ແຫຼ່ງທ່ອງທ່ຽວຢູ່ບັນດາແຂວງ, ສະຖານທີ່ຈອດລົດ, ຫ້ອງນໍ້າສາທາລະນະ ແລະ ປ້າຍຊີ້ບອກຕ່າງໆ.

ພິທີສະຫຼຸບຈັດຂຶ້ນໃນວັນທີ 11 ກຸມພາ 2019

ນອກນີ້, ພາກສ່ວນທຸລະກິດ ຍັງໄດ້ພັດທະນາກໍ່ສ້າງສິ່ງອໍານວຍຄວາມສະດວກ ເຊັ່ນວ່າ: ກໍ່ສ້າງເຮືອນພັກ, ໂຮງແຮມ, ຮ້ານອາຫານ ແລະ ບູລະນະແຫຼ່ງທ່ອງທ່ຽວ ທາງທໍາມະຊາດ-ປະຫວັດສາດ ເພື່ອດຶງດູດຄວາມສົນໃຈຈາກບັນດານັກທ່ອງທ່ຽວ ພ້ອມທັງສ້າງວີດີໂອໂຄສະນາ-ປະຊາສໍາພັນຜ່ານທາງສື່ສັງຄົມອອນລາຍ ແລະ ມີສະຕິກເກີຕິດຕາມສະຖານທີ່ຕ່າງໆ ເພື່ອເປັນເຄື່ອງໝາຍຊີ້ບອກອີກດ້ວຍ.

ມອບລາງວັນການພັດທະນາການທ່ອງທ່ຽວດີເດັ່ນ ແລະ ຍືນຍົງຂອງ ສປປ ລາວ ໃຫ້ແກ່ຜູ້ປະກອບການ ຈໍານວນ 127 ລາງວັນ ໃຫ້ກຽດມອບໂດຍ ທ່ານ ສອນໄຊ ສີພັນດອນ

ໂອກາດກຽວກັນ,ໃນພິທີຍັງໄດ້ມີການມອບລາງວັນການພັດທະນາການທ່ອງທ່ຽວດີເດັ່ນ ແລະ ຍືນຍົງຂອງ ສປປ ລາວ ໃຫ້ແກ່ຜູ້ປະກອບການ ຈໍານວນ 127 ລາງວັນ ແລະ ໃນຕອນທ້າຍຍັງໄດ້ຊົມການສະແດງສິລະປະດົນຕີ.